ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງ ມາລີ ຍັງຄວບຄຸມ ໂດຍພວກຜູ້ນໍາ ທະຫານ


ປະທານາທິບໍດີ Amadou Toumani Toure ແຫ່ງມາລີ (ຂ້າງຊ້າຍ)
ທີ່ຖືກໂຄ່ນລົ້ມ ໂອ້ລົມກັນກັບທ່ານ Djibril Bassole ລັດຖະມົນຕີຕ່າງປະເທດ Burkina Faso.
ວັນທີ 1 ພຶດສະພາ 2012.
ປະທານາທິບໍດີ Amadou Toumani Toure ແຫ່ງມາລີ (ຂ້າງຊ້າຍ) ທີ່ຖືກໂຄ່ນລົ້ມ ໂອ້ລົມກັນກັບທ່ານ Djibril Bassole ລັດຖະມົນຕີຕ່າງປະເທດ Burkina Faso. ວັນທີ 1 ພຶດສະພາ 2012.

ຄະນະ​ນໍາພາ​ທະຫານ​ມາລີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ຄວບ​ຄຸມ​ນະຄອນ​ຫຼວງ Bamako ຢູ່
ຫຼັງ​ຈາກກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາ​ທິບໍດີ Amadou Toumani Toure ໄດ້ພະຍາ
ຍາມ​ກໍ່​ລັດຖະປະຫານ​ຊ້ອນ​ຂຶ້ນ.

ເລຂານຸການ​ປະ​ຈໍາ​ຮ້ອຍ​ເອກ Amadou Sanogo ຫົວໜ້າ​ລັດຖະປະຫານ​ໃນ​ວັນ​ທີ 22 ມີ
ນາ​ຜ່ານ​ມາ ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ກໍາລັງທີ່​ຮູ້ຈັກ​ກັນໃນ​ນາມພວກ​ງ່ອມ​ແດງ​ ພ້ອມກັບ​ທະ
ຫານ​ຕ່າງປະ​ເທດຈຳນວນ​ນຶ່ງ ໄດ້​ທໍາ​ການ​ໂຈມ​ຕີ​ພວກ​ທະຫານ​ທີ່​ສະໜາມ​ບິນ​ແລະ​ສະຖານີ
ໂທລະພາບແຫ່ງ​ຊາດໃນນະຄອນຫຼວງນັ້ນ.

ສະຖານີ​ໂທລະພາບ​ບໍ່​ໄດ້​ອອກ​ອາກາດລາຍການ​ຂ່າວ​ຕອນ​ແລງ​ຕາມ​ປົກກະຕິໃນ​ວັນ​ຈັນ
ວານ​ນີ້ ຫຼັງຈາກ​ການ​ສູ້​ລົບ​ກັນ​ເກີດ​ຂຶ້ນ​ໃນ​ຕອນບ່າຍໆ.

ແຕ່​ພວກ​ສະມາຊິກ​ຂອງ​ກຸ່ມ​ກໍ່​ລັດຖະປະຫານ ​ໄດ້​ອອກ​ຖະ​ແຫຼ​ງການສະບັບ​ນຶ່ງ​ ທີ່​ຖ່າຍ
ທອດ​ທາງ​ໂທລະພາບ​ໃນ​ວັນ​ອັງຄານ​ມື້​ນີ້ ປະກາດວ່າ ສະຖານະ​ການແມ່ນຢູ່​ໃນ​ສະພາບ
ຄວບ​ຄຸມ​ໄດ້​ແລ້ວ.

ທ່ານ Cheick Traore ຜູ້​ນໍາ​ພັກ Africa Convergence for Renewal ຂອງ​ມາລີ
ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ຊ່ວງ​ຊີງ​ອໍານາດກັນໃນ​ປະ​ເທດບໍ່ໄດ້​ເປັນ​ສິ່ງ​ທີ່​ດີ​ສໍາລັບ​ປະຊາຊົນ
ມາລີ.

ທ່ານ Djibril Bassole ລັດຖະມົນຕີ​ຕ່າງປະ​ເທດຂອງ Burkina Faso ກ່າວ​ຕໍ່​ວີ​ໂອ​ເອ
ວ່າ ​ບໍ່​ວ່າຜູ້​ໃດກໍ​ຕາມ​ເຂົ້າ​ຄວບ​ຄຸມ​ໃນ​ນະຄອນ Bamako ກຸ່ມປະຊາ​ຄົມ​ເສດຖະກິດ​ຂອງ
ບັນດາ​ລັດ​ອາ​ຟຣິກາ​ຕາ​ເວັນ ຕົກ​ຫຼື ECOWAS ຈະ​ບໍ່​ຮັບ​ເອົາ​ການ​ຍຶດອໍານາດ​ຂອງ​ພວກ
ທະຫານ​ນັ້ນ​ຈັກ​ເທື່ອ ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ພົບ​ປະ​ທີ່​ໄດ້​ກໍານົດ​ໄວ້​ໃນ​ວັນ​ອັງຄານ
ມື້​ນີ້​ກັບຄະນະນໍາພາ​ພວກ​ທະຫານ​ທີ່​ກໍ່​ລັດຖະປະຫານ​ຂຶ້ນ​ນັ້​ນ​ໄດ້​ຖືກ​ລົບ​ລ້າງ​ໄປ​ແລ້ວ.

XS
SM
MD
LG