ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ປະນາມ ການເຮັດລັດຖະປະຫານ ໃນມາລີ


ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ
ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ທະຫານ​ມາລີ​ທີ່ກໍ່​ການຈະລາຈົນ
ຂຶ້ນ ​ໃນ​ການ​ບຸກ​ເຂົ້າຢຶດ​ອຳນາດ​ດ້ວຍ​ກຳລັງ​ຂອງ​ພວກ​ເຂົາ​ເຈົ້າຈາກ​ລັດຖະບານ​ທີ່​ຖືກ​ເລືອ​ກ
ຕັ້ງຕາມ​ແນວທາງ​ປະຊາທິປະ​ໄຕ​ຂອງ​ມາລີ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານນີ້ ສະພາ​
ຄວາມ​ໝັ້ນຄົງໄດ້​ຮຽກຮ້ອງ​ໃຫ້​ພວກ​ທະຫານ ຄໍ້າ​ປະກັນ​ຄວາມ​ປອດ​ໄພຂອງ​ປະທານາທິບໍ​ດີ
Amadou Toumani Toure ​ແລະ​ກັບຄືນ​ເຂົ້າຄ້າຍ. ນອກ​ນັ້ນສະພາ​ຄວາມ​ໝັ້ນຄົງຂອງ​
ອົງການ​ສະຫະ​ປະ​ຊາ​ຊາດ ​ຍັງ​ທວງ​ໃຫ້​ປ່ອຍພວກ​ເຈົ້າໜ້າ​ທີ່​ມາລີ​ທີ່​ຖືກ​ຈັບ​ທັງ​ໝົດພ້ອມ​ທັງ​
ຟື້ນຟູ​ໃນ​ທັນທີ​ການ​ປົກຄອງ​ດ້ວຍ​ລັດຖະທຳ​ມະນູນ​ແລະການ​ປົກຄອງ​ຂອງ​ລັດຖະບານມາລີ.

ຜູ້​ທີ່​ປະກົດ​ວ່າ​ເປັນ​ຫົວໜ້າ​ກໍ່ການ​ຈະລາຈົນ​ໃນ​ຄັ້ງນີ້ຄື​ຮ້ອຍ​ເອກ Amadou Sanogo ກ່າວ
ຕໍ່​ໂທລະພາບ​ຂອງ​ລັດຖະບານ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ປະທານາ​ທິບໍດີແລະ​ພວກ​ລັດຖະມົນ
ຕີ​ທີ່​ຖືກ​ຈັບ ​ແມ່ນ​ມີ​ຄວາມ​ປອດ​ໄພ​ແລະ​ຈະ​ບໍ່​ໄດ້ຮັບ​ອັນຕະລາຍ​ໃດໆ.

ຮ້ອຍ​ເອກ Sanogo ​ເວົ້າວ່າ ພວກ​ເຂົາ​ເຈົ້າຍັງ​ປອດ​ໄພ​ແລະ​ສຸກ​ສະບາຍດີ. ຂ້າພະ​ເຈົ້າຂໍ
ໃຫ້ການ​ຄໍ້າປະກັນ​ວ່າ ພວກ​ເຮົາ​ຈະ​ບໍ່​ສ້າງຄວາມ​ເຊື່ອມ​ເສຍຫຼືທຳຮ້າຍຮ່າງກາຍ​ບຸກຄົນ​ໃດ
ແຕ່​ຂ້າພະ​ເຈົ້າຈະ​ຂໍ​ຄໍ້າປະກັນ​ວ່າ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ເປັນຫົວໜ້າ​ຂະ​ບວນການແລະ​ຮ່ວມ
ກັບກຸ່ມ​ສັງຄົມ​ພົນລະ​ເຮືອນ​ແລ້ວ ພວກ​ເຂົາ​ຈະປະ​ເຊີນ​ກັບ​ການສືບສວນ ໃນການ​ເປັນ​ເຈົ້າ
ໜ້າ​ທີ່ທີ່​ມີ​ຄວາມ​ສາມາດ ​ໃນ​ຄວາມ​ເຫັນ​ໂດຍ​ເຕັມ​ຈາກປະຊາຊົນ​ຊາວ​ມາລີ.

ປະທານາທິບໍດີ Toure ຢູ່​ໃສ​ນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ​ແຕ່​ສື່​ມວນ​ຊົນລາຍ​ງານ​ວ່າ
ທ່ານ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກກຳ​ລັງ​ອາລັກຂາ​ປະທານາທິບໍດີຢູ່ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ.

ໃນ​ວັນ​ພະຫັດ​ວານ​ນີ້ພວກ​ທະຫານ​ທີ່​ທໍລະ​ຍົດ​ໄດ້​ປະກາດ​ການ​ກໍ່​ລັດຖະປະຫານທາງ​ໂທລະ
ພາບ​ມາລີ ຫຼັງຈາກ​ໄດ້​ເຂົ້າຢຶດ​ເອົາບ່ອນ​ອອກ​ອາກາດ​ ແລະ​ທຳນຽບປະທານາທິບໍດີ. ພວກ
ທະຫານ​ກ່າວ​ວ່າ ຕົນ​ໄດ້ຢຶດອຳນາດ​ຍ້ອນ​ປະທານາທິບໍດີ ​ໄຮ້​ສະມັດຖະພາບ ​ໃນ​ການ​ປາບ​
ປາມ​ການ​ກໍ່​ກະບົດ​ຂອງ​ພວກ​ຊົນ​ເຜົ່າ Touareg ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ມາລີ​ນັ້ນ.

XS
SM
MD
LG