ສະຫະລັດອາເມຣິກາ ໄດ້ຮ່ວມກັບປະຊາຄົມສາກົນຫລາຍອົງການກ່າວປະນາມການ ທັບມ້າງສະຖານທີ່ເກົ່າແກ່ຂອງຊາວມຸສລິມ ໂດຍກຸ່ມຫົວຮຸນແຮງອິສລາມ ຢູ່ໃນເມືອງ
Timbuktu ຢູ່ທາງພາກເໜືອຂອງປະເທດມາລີ.
ກະຊວງການຕ່າງປະເທດສະຫະລັດກ່າວໃນວັນພຸດມື້ນີ້ວ່າ ຕົນເອງ ມີຄວາມໂກດເຄືອງ ທີ່ເຫັນພວກຫົວຮຸນແຮງຈັດ ໄດ້ທໍາລາຍສະຖານມໍລະດົກໂລກທີ່ຫາຍາກ ໂດຍໄດ້ເອີ້ນ
ການກະທໍາດັ່ງກ່າວນັ້ນ ເປັນການໝິ່ນປະໝາດຕໍ່ມູນເຊື້ອຂອງຊາວອາຟຣິກາໝົດທຸກຄົນ.
ພວກຫົວຮຸນແຮງ ທີ່ລວມມີກຸ່ມ Ansar Dine ທີ່ມີການພົວພັນກັບເຄືອຂ່າຍ al-Qaida
ໃນເດືອນແລ້ວນີ້ ໄດ້ເລີ້ມທໍາລາຍສະຖານທີ່ສັກກາລະບູຊາຂອງຊາວມຸສລິມ ທີ່ສ້າງຂຶ້ນ
ໃນສັດຕະວັດທີ 15 ແລະ 16. ສະຖານທີ່ເຫລົ່ານັ້ນ ແມ່ນບັນຈຸກະດູກຂອງນັກບຸນຊາວ
ມຸດສະລິມ. ພວກຫົວຮຸນແຮງເວົ້າວ່າ ສະຖານທີ່ດັ່ງກ່າວ ພາໃຫ້ເຊື່ອງົມງາຍ.
ພວກແບ່ງແຍກດິນແດນ Tuareg ແລະກຸ່ມອິສລາມຫົວຮຸນແຮງ ໄດ້ເຂົ້າຄວບຄຸມຕົວເມືອງ
ສຳຄັນໆ ຢູ່ໃນພາກເໜືອຂອງມາລີ ລຸນຫລັງມີການກໍ່ລັດຖະປະຫານ ໃນເດືອນມີນາຜ່ານມາ ຢູ່ພາກໃຕ້ຂອງປະເທດ. ນັບແຕ່ນັ້ນມາ ກຸ່ມອິສລາມຫົວຮຸນແຮງຫລາຍກຸ່ມ ໄດ້ເຂົ້າຄວບຄຸມ
ຢ່າງເຕັມສ່ວນ ໃນຂົງເຂດດັ່ງກ່າວ.