ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການເມືອງມາລີ ຮຽກຮ້ອງໃຫ້ ທຸກຝ່າຍປຸ້ມລຸມ ສາມັກຄີກັນ


ທະຫານມາລີ
ທະຫານມາລີ

ນັກ​ການ​ເມືອງ​ມີ​ຊື່​ສຽງ​ຄົນ​ນຶ່ງ ​ໃນ​ປະ​ເທດ​ມາລີ ​ໄດ້​ຮຽກຮ້ອງ​ໃຫ້​ພັກ​ຝ່າຍ ຕ່າງໆ​ໃນ​ກອງທັບ​ຈົ່ງປຸ້ມລຸມ​ສາມັກຄີ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນແລະ​ເພັ່ງເລງ​ໃສ່​ຄວາມ​ຕ້ອງການ​ທີ່​ແທ້ຈິ​ງຂອງ​ປະ​ເທດ​ຊາດ ຫລັງ​ຈາກ​ທະຫານ​ກະບົດ​ ທີ່​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ ​ທີ່​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະຊາທິປະ​ໄຕ​ໃນ​ເດືອນມີນາ​ຜ່ານ​ມາ ​ໄດ້​ເອົາ​ຊະນະ​ການ​ພະຍາຍາມການ​ກໍ່​ລັດຖະປະຫານ​ຊ້ອນນັ້ນ.

ກຳລັງອາລັກຂາ​ທີ່​ຈົງ​ຮັກ​ພັກດີ​ຕໍ່ອະດີດປະທາ​ນາ​ທິບໍດີ Amadou Tour-mani Toure ​ໄດ້ປະ​ທະ​ກັນ​ກັບພວກ​ທະຫານ​ທໍລະ​ຍົດ​ໃນ​ເມືອງ​ຫລວງ Bamako ທີ່​ເລິ່ມຂື້ນ​ໃນ​ວັນ​ຈັນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຕ່າວ​ປີ້ນການ ກໍ່​ລັດຖະປະຫານ​ເມື່ອ​ວັນ​ທີ່ 22 ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ.

ພວກ​ເຈົ້າໜ້າ​ທີ່​ຝ່າຍ​ທະຫານ​ ກ່າວ​ເມື່ອ​ວັນ​ອັງ​ຄານວານ​ນີ້​ວ່າ ຄ້າຍຂອງ​ພວກຈົ່ງ​ຮັກ​ພັກດີ​ໄດ້​ແຕກ​ແລ້ວ​ແລະ​ທະຫານ​ທີ່​ຍັງ​ເຫລືອ​ກໍ​ພາກັນ​ຫລົບໜີ. ສະຖານ​ທູດ​ສະຫະລັດ​ໃນ​ເມືອງ​ຫລວງ Bamako ຍັງ​ເວົ້າ​ວ່າ ຄວາມພະ ຍາຍາມ​ເພື່ອ​ກໍ່​ລັດຖະປະຫານ​ຊ້ອນ ​ໂດຍ​ກໍາລັງ​ຈົ່ງ​ຮັກ​ພັກດີ​ຕໍ່​ປະທານາທິ ບໍດີ​ທີ່​ຖືກໂຄ່ນ​ລົ້ມ​ນັ້ນ ປະກົດ​ວ່າ​ບໍ່​ປະສົບ​ຄວາມ​ສຳ​ເລັດ.

ທ່ານ Amadou Sanogo ຜູ້ນໍາລັດຖະປະຫານ​ ກ່າວໃນ​ຖະ​ແຫລ​ງການ ສະບັບ​ນຶ່ງ​ທີ່​ອອກ​ທາງ​ໂທລະພາບ​ເມື່ອວັນ​ອັງຄານ​ວານ​ນີ້​ວ່າ ກໍາລັງ​ຂອງ​ທ່ານ​ຍັງ​ສາມາດ​ຄວບ​ຄຸມ​ທີ່​ໝັ້ນ​ສໍາຄັນ​ຕ່າງໆ​ໃນ​ເມືອງ​ຫລວງ​ໄວ້​ໄດ້. ນອກ​ນີ້​ທ່ານອະມາ​ດູ​ຍັງ​ເວົ້າອີກ​ວ່າ ລັດຖະບານໄລຍະຂ້າມ​ຜ່ານ​ຂອງພົນ ລະ​ເຮືອນ ທີ່​ຖືກ​ແຕ່ງຕັ້ງ​ຂຶ້ນມາ​ບໍລິຫານ​ປະ​ເທດ ຫລັງ​ຈາກມີ​ການ​ຕົກລົງ​ກັນກັບ​ພວກ​ປະເທດ​ເພື່ອ​ບ້ານນັ້ນ ຍັງ​ຄື​ເກົ່າ​ບໍ່​ປ່ຽນ​ແປງ​ໃດໆ.

XS
SM
MD
LG