ພວກຜູ້ຊາຍທີ່ຢູ່ເບື້ອງຫລັງການກໍ່ລັດຖະປະຫານຢ່າງບໍ່ຄາດຄິດທີ່ປະເທດມາລີ ກໍາລັງ
ຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ໂດຍພະຍາຍາມຈະໃຫ້ຄວາມໝັ້ນໃຈແກ່ສາ
ທາລະນະຊົນທີ່ພວມປະເຊີນກັບການລັກຂະໂມຍ ການຂາດແຄນອາຫານ ແລະນໍ້າມັນ
ເຊື້ອໄຟ ຫລາຍຂຶ້ນນັບມື້ນັ້ນ.
ເມື່ອວັນເສົາວານນີ້ ທີວີຂອງລັດໄດ້ອອກອາກາດຖະແຫລງການສະບັບນຶ່ງຈາກຫົວໜ້າ
ກໍ່ລັດຖະປະຫານ ທ່ານ Amadou Sanogo ທີ່ພະຍາຍາມຍຸຕິຂ່າວລືທີ່ວ່າທ່ານໄດ້ຖືກ
ສັງຫານນັ້ນ ໂດຍປະກາດວ່າ:
“ນີ້ແມ່ນຮ້ອຍເອກ Sanogo ແລະຂ້າພະເຈົ້າຍັງຢູ່ໜີ້ ມີສຸຂະພາບດີຢູ່ ແລະ
ທຸກສິ່ງທຸກຢ່າງແມ່ນຮຽບຮ້ອຍດີ.”
ທ່ານ Sanogo ຍັງເວົ້າອີກວ່າ ພາລະກິດເບື້ອງຕົ້ນຂອງພວກທີມງານຂອງລາວ ກໍແມ່ນ
ເພື່ອຮັກສາເຂດນໍ້າແດນດິນອັນຄົບຖ້ວນຂອງມາລີເອົາໄວ້ ພ້ອມທັງຄວາມໝັ້ນຄົງ ແລະ
ຊັບສິນຂອງປະຊາຊົນ.
ຮູບວີດີໂອຈາກເມືອງຫລວງຂອງມາລີ ສະແດງໃຫ້ເຫັນການລັກຂະໂມຍ ແລະຂີ້ເຫຍື້ອ
ເສດສິ່ງຫັກພັງ ຢາຍຊະຊາຍຢູ່ຕາມຖະໜົນຫົນທາງ. ຊາວເມືອງບາງຄົນກ່າວວ່າ ພວກ
ເຂົາເຈົ້າຢ້ານທີ່ຈະອອກນອກບ້ານ ໂດຍກ່າວຫາພວກທະຫານວ່າຍາດເອົາທຸກຢ່າງທີ່
ຢາກໄດ້ດ້ວຍອໍານາດປາຍປືນ.
ນອກນັ້ນແລ້ວ ກໍມີຄົນຕໍ່ແຖວກັນຢ່າງຍາວຫຢຽດທີ່ປໍ້ານໍ້າມັນ ແລະມີການຢ້ານກົວກັນ
ເພີ່ມຂຶ້ນໄປນັບມື້ວ່າ ຈະມີການຂາດແຄນອາຫານແລະນໍ້າມັນ.
ທ່ານ Amadou Konare ໂຄສົກລັດຖະປະຫານ ໄດ້ປະກາດຜ່ານທີວີຂອງລັດ ຮຽກ
ຮ້ອງໃຫ້ປໍ້ານໍ້າມັນທັງຫລາຍຈົ່ງເປີດຄືນ.
ເຖິງແມ່ນຈະມີການໃຫ້ຄໍ້າປະກັນຕ່າງໆກໍຕາມ ສະຖານະການໃນມາລີກໍ ຍັງເຄັ່ງຕຶງ ແລະ
ພວກຜູ້ນໍາລັດຖະປະຫານໄດ້ພະຍາຍາມຈະປາບປາມພວກທີ່ບໍ່ພໍໃຈນັ້ນຢູ່.