ພວກທະຫານທໍລະຍົດໃນປະເທດມາລີກ່າວວ່າ ພວກເຂົາເຈົ້າໄດ້ໂຄ່ນລົ້ມການປົກຄອງທີ່
ໄຮ້ສະມັດຖະພາບ ຂອງປະທານາທິບໍດີ Amadou Toumani Toure ແລະໄດ້ໂຈະການ
ໃຊ້ລັດຖະທໍາມະນູນຂອງມາລີ ເພື່ອປະທ້ວງການປະຕິບັດການຮັບມືຂອງລັດຖະບານ ກັບ
ການກໍ່ກະບົດຂອງ ພວກ Tuareg ທີ່ຟື້ນຄືນມາອີກບັ້ນນຶ່ງ ໃນພາກເໜືອຂອງປະເທດນັ້ນ.
ພວກທະຫານໄດ້ປະກົດຕົວທາງໂທລະພາບຂອງລັດ ເມື່ອຕອນເຊົ້າຂອງ ວັນພະຫັດມື້ນີ້
ຫລັງຈາກການຍິງສູ້ລົບກັນຕະຫລອດຄືນຢູ່ອ້ອມບໍລິເວນທໍາ ນຽບປະທານາທິບໍດີ ໂດຍ
ໄດ້ປະກາດວ່າ ພວກເຂົາເຈົ້າໄດ້ຕັ້ງຄະນກໍາມະ ການຊຸດໃໝ່ຂຶ້ນມາບໍລິຫານປະເທດແລ້ວ.
Kasim Traore ຜູ້ສື່ຂ່າວວີໂອເອ ທີ່ເມືອງຫລວງ Bamako ເວົ້າວ່າ ພວກທະຫານໄດ້
ທຳການຫ້າມໃນທັນທີບໍ່ໃຫ້ປະຊາຊົນອອກນອກເຮືອນ ຮຽກຮ້ອງໃຫ້ຊາວມາລີທັງຫລາຍ
ຈົ່ງພາກັນຢູ່ໃນຄວາມສະຫງົບ ແລະກ່າວອີກວ່າ ພວກເຂົາເຈົ້າມີແຜນການທີ່ຈະຈັດການ
ເລືອກຕັ້ງຂຶ້ນ ຫລັງຈາກໄດ້ ມີການຟື້ນຟູຄວາມສາມັກຄີແຫ່ງຊາດ ແລະກຽດສັກສີກ່ຽວ
ກັບເຂດນໍ້າແດນ ດິນຂອງປະເທດໄດ້ຮັບການເຄົາລົບນັບຖືຄືນໃໝ່ນັ້ນ.
ພວກລັດຖະມົນຕີຫລາຍຄົນຖືກຈັບກຸມ ແຕ່ປະທານາທິບໍດີ Toure ຫຼົບ ລີ້ຢູ່ແຫ່ງຫົນໃດ
ນັ້ນ ຍັງບໍ່ຮູ້ແຈ້ງເທື່ອ ແຕ່ກໍມີລາຍງານຫລາຍກະແສວ່າ ປະທານາທິບໍດີໄດ້ຖືກຍົກຍ້າຍໄປ
ຢູ່ບ່ອນປອດໄພທີ່ຫ່າງຈາກເຂດສູ້ລົບກັນແລ້ວ.
ປະເທດມາລີມີກໍານົດຈະຈັດການເລືອກຕັ້ງໃນເດືອນໜ້ານີ້ຊຶ່ງປະທານາທິບໍດີ Toure ໄດ້
ເວົ້າໄວ້ວ່າທ່ານຈະລົງຈາກອໍານາດຫລັງຈາກດໍາລົງຕໍາແໜ່ງມາໄດ້ສອງສະໄໝແລ້ວນັ້ນ.
ເມື່ອຕອນເຊົ້າວັນພຸດວານນີ້ ພວກກໍາລັງທະຫານໄດ້ເລີ່ມປະທ້ວງທີ່ຄ້າຍ ທະຫານ Kati
ເຂດຊານເມືອງຂອງເມືອງຫລວງ Bamako ຫລັງຈາກ ກອງປະຊຸມບັ້ນນຶ່ງກັບລັດຖະມົນ
ຕີກະຊວງປ້ອງກັນປະເທດຂອງມາລີທີ່ປະກົດວ່າໄດ້ມີການບໍ່ລົງຮອຍກັນຢ່າງຮຸນແຮງນັ້ນ
. ພວກທະຫານໄດ້ຮຽກ ຮ້ອງຢາກໄດ້ອາວຸດທີ່ດີກວ່າເກົ່າເພື່ອຕໍ່ສູ້ກັບພວກກະບົດຊົນ
ເຜົ່າ Tuareg ທີ່ໄດ້ຍຶດເອົາຫລາຍໆເມືອງໃນເຂດສອກຫລີກທີ່ເປັນທະເລຊາຍທາງພາກ
ເໜືອຂອງປະເທດນັ້ນ.