ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳ ລັດຖະບານທະຫານ ມາລີ ເລີ້ມປະຊຸມຂັ້ນສຸດຍອດ ເພື່ອວາງແຜນ ການຫັນປ່ຽນລັດຖະບານໃໝ່


ໜ່ວຍຮັກສາຄວາມປອດໄພ ຍິງແກັສນໍ້າຕາໃສ່ຝູງຊົນທີ່ເຕົ້າໂຮມກັນຢູ່ນອກກອງປະຊູມຂ້າມຜ່ານໄປໃຫ້ພົນລະເຮືອນ ທີ່ເມືອງບາມາໂກ ປະເທດມາລີ ວັນທີ 10 ກັນຍາ 2020.
ໜ່ວຍຮັກສາຄວາມປອດໄພ ຍິງແກັສນໍ້າຕາໃສ່ຝູງຊົນທີ່ເຕົ້າໂຮມກັນຢູ່ນອກກອງປະຊູມຂ້າມຜ່ານໄປໃຫ້ພົນລະເຮືອນ ທີ່ເມືອງບາມາໂກ ປະເທດມາລີ ວັນທີ 10 ກັນຍາ 2020.

ບັນດາຜູ້ນຳຂອງລັດຖະບານທະຫານ ມາລີ ຈະສືບຕໍ່ “ການປຶກສາຫາລືແຫ່ງຊາດ” ຂອງເຂົາເຈົ້າເປັນເວລາສາມວັນ ໃນວັນສຸກມື້ນີ້ ເພື່ອວາງແຜນການຫັນປ່ຽນໄປເປັນ ລັດຖະບານພົນລະເຮືອນ, ນຶື່ງເດືອນຫຼັງຈາກໄດ້ຂັບໄລ່ປະທານາທິບໍດີ ອີບຣາຮີມ ບູບັກກາ ເກຕາ ອອກຈາກຕຳແໜ່ງ.

ໃນວັນພະຫັດວານນີ້ ພັນເອກ ອາຊຊີມີ ກົວຕາ ຫົວໜ້າຂອງລັດຖະບານທະຫານ ມາລີ ກ່າວຕໍ່ບັນດາພັກການເມືອງ ແລະ ກຸ່ມສັງຄົມພົນລະເຮືອນທີ່ໄດ້ເຕົ້າໂຮມ ກັນຢູ່ໃນນະຄອນຫຼວງ ບາມາໂກ ວ່າທຸກໆຄົນຕ້ອງແຍກຄວາມບໍ່ເຫັນພ້ອມຂອງ ເຂົາເຈົ້່າໄວ້ຕ່າງຫາກ ເພື່ອວາງພື້ນຖານຕ່່າງໆປະຕິຮູບ ມາລີ, ຊ່ວຍສົ່ງເສີມວຽກ ງານ, ຄວາມມີປະສິດທິພາບ ແລະ ຄວາມຍຸຕິທຳໃນສັງຄົມ.”

ທ່ານ ກົວຕາ ແລະ ພວກທະຫານທີ່ຄັດຄ້ານໄດ້ພາກັນລັດຖະປະຫານ ຊຶ່ງໄດ້ເຮັດໃຫ້ທ່ານ ເກຕາ ລາອອກຈາກຕຳແໜ່ງໃນວັນທີ 18 ສິງຫາ.

ລັດຖະບານທະຫານດັ່ງກ່າວເວົ້າວ່າ ຕົນຢາກໃຫ້ ມາລີ ຄືນ ກັບຄືນໄປເປັນ ການປົກຄອງໂດຍພົນລະເຮືອນ ແຕ່ວ່າການສົນທະນາຫຼາຍຄັ້ງກັບບັນດາຜູ້ນຳ ໃນພາກພື້ນ ແມ່ນຍັງບໍ່ໄດ້ມີຂໍ້ຕົກລົງອອກມາເທື່ອ ກ່ຽວກັບ ເສັ້ນທາງທີ່ແນ່ນອນໃນອະນາຄົດ ກັບບັນດາຜູ້ນຳພົນລະເຮືອນໃໝ່.

ກຸ່ມພາກພື້ນອາຟຣິກາ ຕາເວັນຕົກ ຫຼື (ECOWAS) ໄດ້ຢືນຢັດວ່າລັດຖະບານ ທະຫານດັ່ງກ່າວ, ທີ່ຮູ້ຈັກກັນດັ່ງກັບ ຄະນະກຳມະການແຫ່ງຊາດເພື່ອຊ່ວຍເຫຼືອ ປະຊາຊົນ, ຕ້ອງແຕ່ງຕັ້ງບັນດາຜູ້ນຳພົນລະເຮືອນໃໝ່ພາຍໃນວັນທີ 15 ກັນຍາ ແລະ ຈັດກາຍເລືອກຕັ້ງສຳລັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີພາຍ ໃນນຶ່ງປີ.

ກອງທັບໄດ້ພະຍາຍາມດຳເນີນການປ່ຽນແປງເປັນເວລາສາມປີ, ລວມທັງການຂຽນ ລັດຖະທຳມະນູນໃໝ່.

ອ່ານຂ່າວນີ້ເພີ້ມເປົນພາສາອັງກິດ

XS
SM
MD
LG