ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ທ່ານ Traore ສາບານໂຕ ເປັນຜູ້ນຳຊົ່ວຄາວ ຂອງມາລີ (ເບິ່ງສະໄລດ໌)


ທ່ານ Dioncounda Traore ສາບານໂຕເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຊົ່ວຄາວຂອງມາລີ ໃນພິທີຈັດ ຂຶ້ນທີ່ນະຄອນຫຼວງ Bamako (12 ເມສາ 2012)

ທ່ານ Diocounda Traore ປະທານ​ສະພາ​ແຫ່ງ​ຊາດ​ມາລີ ເຂົ້າຮັບໜ້າ​ທີ່ເປັນປະທາ​ນາ
ທິບໍດີ​ຊົ່ວຄາວ​ຄົນໃໝ່​ຂອງ​ປະ​ເທດຫຼັງ​ຈາກ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາແໜ່​ງ​ໃນ​ວັນ​ພະຫັດມື້​ນີ້.

ທ່ານ Traore ຈະ​ມີ​ເວລາ​ເຖິງ 40 ມີ້​ເພື່ອ​ຈັດ​ແຈງ​ໃຫ້​ມີ​ການ​ເລືອກ​ຕັ້ງຂຶ້ນໃໝ່.

ທ່ານ Traore ​ເຂົ້າກໍາ​ອໍານາດ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງໂອນ​ອໍານາດລະ
ຫວ່າງ​ປະຊາ​ຄົມ​ເສດຖະກິດ​ຂອງ​ພວກ​ປະ​ເທດ​ໃນທະວີບອາ​ຟຣິກາ​ຕາ​ເວັນ​ຕົກ ຫຼື ECO-
WAS ​ແລະ​ພວກ​ທະຫານ​ທໍລະ​ຍົດ​ ຂອງ​ມາລີ ທີ່​ປົດ​ອະດີດ​ປະທານາທິບໍດີ Amadou
Toumani Toure ອອກ​ຈາກ​ຕຳ​ແໜ່​ງໃນ​ເດືອນ​ແລ້ວ​ນີ້.

ຕັ້ງ​ແຕ່​ທະຫານ​ໄດ້​ກໍ່​ລັດຖະປະຫານ​ຂຶ້ນ​ມາ ພວກ​ກະບົດ Tuareg ທີ່​ໄດ້​ຮັບ​ການ​ຊ່ອຍເຫຼືອ​
ຈາກ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ ​ໄດ້​ເຂົ້າຍຶດ​ເອົາ​ພື້ນທີ່ອັນກວ້າງ​ໃຫຍ່​ ໃນພາກ​ເໜືອ​ຂອງ​ມາລີ
ແລະ​ປະກາດ​ເປັນ​ປະ​ເທດເອກະລາດ​ທີ່ພວກ​ເຂົາ​ເອີ້ນ​ວ່າ ປະ​ເທດ Azawad.

ປະຊາ​ຄົມ ECOWAS ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ຈະ​ຊ່ອຍ​ມາລີ ທໍາ​ການຕໍ່ສູ້​ ກັບ​ພວກກະບົດ​
ນັ້ນ.

ເຈົ້າ​ໜ້າ​ທີ່​ກຸ່ມ ECOWAS ທ່ານ​ນຶ່ງ​ກ່າວ​ກັບ​ວີ​ໂອ​ເອວ່າ ກຸ່ມ​ຈະ​ຮຽກກອງ​ປະຊຸມສຸດ​ຍອດ​ສຸກ
ເສີນ​ຂຶ້ນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ໃນ​ພາກ​ເໜືອມາລີ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງ​ການ​ຄ້າ
Abidjan ຂອງ Ivory Coast ນັ້ນ.

ທ່ານ Abdel-Fatau Musah ຫົວໜ້າ​ດ້ານ​ພົວພັນ​ກັບ​ຕ່າງປະ​ເທດຂອງ​ປະຊາ​ຄົມ ECO-
WAS ກ່າວ​ວ່າ ພວກ​ເຮົາ​ເກືອບ​ວ່າຢູ​ໃນ​ຈຸດ ​ທີ່​ຈະແກ້​ໄຂ​ເລື້ອງ​ການ​ກໍ່​ລັດຖະປະຫານ​ຂຶ້ນ​ນີ້​
ໄດ້​ແລ້ວ ​ແລະ​ນັ້ນ​ກໍ​ຄື​ການ​ກັບ​ຄືນ​ໄປ​ສູ່​ການ​ປົກຄອງ​ດ້ວຍກົດ​ໝາຍລັດຖະທໍາ​ມະນູນ ​ຢູ່ໃນ
ປະ​ເທດ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ​ນີ້​ແມ່ນ​ພະຍາຍາມ​ທີ່​
ຈະບຸກ​ໂຈມ​ຕີ​ເອົາ​ພື້ນ​ທີ່​ທີ​ພວກ​ກະບົດ​ຍຶດ​ເອົາ​ນັ້ນ​ຄືນ.

ພວກ​ກະບົດ Tuareg ທີ່​ເອີ້ນ​ຕົນ​ເອງ​ວ່າ ຂະ​ບວນການ​ແຫ່ງ​ຊາດ​ເພື່ອ​ປົດ​ປ່ອຍ Azawad
ໄດ້​ຄວບ​ຄຸມ​ພື້ນທີ່ສ່ວນ​ຫຼາຍ​ໃນ​ພາກ​ເໜືອ​ຂອງ​ມາລີຮວມທັງ​ເມືອງ Gao ​ແລະເມືອງ Tim-
buktu.

ທ່ານ Musah ​ເຕືອນ​ພວກ​ກະບົດ​ວ່າ ພວກ​ເຂົາ​ອາດ​ສາມາດ​ປະ​ເຊີນໜ້າ ​ກັບ​ການ​ປະຕິ
ບັດ​ງານ​ທາງ​ທະຫານ​ຢ່າງ​ຮ້າຍ​ແຮງ​ໄດ້ ຖ້າ​ພວກ​ເຂົາ​ບໍ່​ຍອມ​ເຈລະຈາ​ເພື່ອ​ຍຸດຕິ​ການ​ກໍ່​ການ
ກະບົດ​ນີ້.

XS
SM
MD
LG