ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ພາກັນທຸບຕີ ປະທານາທິບໍດີຊົ່ວຄາວຂອງ ມາລີ


ປະທານາທິບໍດີຊົ່ວຄາວຂອງມາລີ ທ່ານ Dioncounda Traor ຖືກພວກປະທ້ວງ ບຸກເຂົ້າໄປທຸບຕີ ທີ່ທໍານຽບປະທານາທິບໍດີ.
ປະທານາທິບໍດີຊົ່ວຄາວຂອງມາລີ ທ່ານ Dioncounda Traor ຖືກພວກປະທ້ວງ ບຸກເຂົ້າໄປທຸບຕີ ທີ່ທໍານຽບປະທານາທິບໍດີ.

ພວກ​ປະ​ທ້ວງກຸ່ມ​ນຶ່ງທີ່​ພາກັນບຸກ​ເຂົ້າ​ໄປ​ໃນທໍານຽບປະທານາທິບໍດີ ​ໄດ້​ທຸບ​ຕີ​
ຜູ້​ນໍາ​ຊົ່ວ​ຄາວຂອງ​ປະ​ເທດ ທີ່ໄດ້​ຖືກ​ນໍາພາໄປ​ໂຮງໝໍ​ຢ່າງ​ຮີບ​ດ່ວນ ໃນເ​ມື​ອງ
​ຫລວງ Bamako.

​ເຈົ້າ​ໜ້າ​ທີ່ໂຮງໝໍ​ກ່າວ​ວ່າ ປະທານາທິບໍດີ​ຊົ່ວ​ຄາວ ທ່ານ Dioncounda Traore ​
ໄດ້​ຮັບ​ອະນຸຍາດ​ໃຫ້​ຄືນ​ເມືອທໍານຽບ ຫລັງ​ຈາກ​ໄດ້​ຮັບ​ການປີ່​ນປົວ​ ສຸກ​ເສີນ.

ຫົວໜ້າ​ຫ້ອງ​ການ​ທໍາ​ນຽບປະທານາທິບໍດີ ກ່າວ​ຕໍ່ ນັກ​ຂ່າວ ວີ​ໂອ​ເອ ນາງ Anne
Look ທີ່ Bamako ວ່າ ຊີວິດ​ຂອງ ທ່ານ Traore ບໍ່​ໄດ້ຕົກຢູ່​ໃນຂັ້ນ​ອັນຕະລາຍ.
ແຕ່​ແນວໃດ​ກໍຕາມ ບໍ່​ເປັນທີ່​ຮູ້​ກັນ​ເທື່ອ​ວ່າ ບາດແຜຂອງ​ທ່ານ​ນັ້ນ​ຮ້າຍ​ແຮງ​ສໍ່າ​ໃດ.

ພວກ​ປະ​ທ້ວງ​ໄດ້​ເຂົ້າ​ໄປ​ຫາ ທ່ານ Traore ​ແລະ​ທຸບ​ຕີ​ທ່ານໃນ​ວັນ​ຈັນວານ​ນີ້ ມື້​ນຶ່ງ​
ຫລັງ​ຈ​າກທີ່ກຸ່​ມຈັດ​ຕັ້ງ​ປະ​ຈໍາຂົງ​ເຂດ​ອາ​ຟຣິກາ​ຕ​າ​ເວັນຕົກ​ ECOWAS ​ແລະ​ອໍາ
ນາດ​ປົກຄອງທ​ະຫານຂອງ​ມາລີ ​ໄດ້​ຕົກລົງ​ໃຫ້​ທ່ານ​ Traore ​ຮັບ​ໜ້າ​ທີ່​ເປັນ​ປະທາ
ນາທິບໍດີ​ຊົ່ວຄາວ​ ກາຍ​ວັນ​ອັງຄານມື້​ນີ້ ອັນ​ເປັນ​ເວລາສີ້​ນສຸດ​ລົງ​ ທີ່​ໄດ້ ກໍານົດ​ກັນ​
ໄວ້ກ່ອນ​ນັ້ນ.

ພວກ​ປະ​ທ້ວງໄດ້ພາກັນ​ໄປ​ຍັງ​ທໍາ​ນຽບປະທານາທິບໍດີ​ໃນ​ວັນ​ຈັນ ​ເພື່ອ​ຮຽກຮ້ອງ​
ໃຫ້​ທ່ານ Taore ລາ​ອອກ. ຫົວໜ້າ​ຫ້ອງການ​ປະທານາທິບໍດີ ທ່ານ Soleymane
Niafo ​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ພວກ​ປະ​ທ້ວງ​ໄດ້ບຸກຜ່ານນາຍ​ຍາ​ມ ​ເຂົ້າໄປ​ໃນ​ທໍານຽບ
​ແລະ​ເຂົ້າ​ໄປ​ທຸບ​ຕີ ທ່ານ Taore ຢູ່​ໃນ​ຫ້ອງທໍາ​ງານ​ຂອງ​ທ່ານ.

ການ​ປະ​ທະ​ກັນ​ໃນ​ວັນ​ຈັນ ​ແມ່ນຕິດ​ຕາ​ມມາຫລັງ​ຈາກ​ການເດີນ​ຂະ​ບວນປະ​ທ້ວງ​
ຂອງ​ປະຊາຊົນຫລາຍ​ພັນ​ຄົນ ຢູ່​ຕາມ​ຖະໜົນຫົນທາງ​ຂອງ​ເມືອງ​ຫລວງ Bamako.

ມາລີ ​ໄດ້ຜ່ານຜ່າຊ່ວງ​ເວລາ​ແຫ່ງຄວາມ​ບໍ່​ສ​ະຫງົບທາງການ​ເມືອງມາ​ຫລາຍ​ອາທິດ
ນັບ​ຕັ້ງ​ແຕ່​ ​ນາຍ​ທະຫານກຸ່ມ​ນຶ່ງ​ໄດ້ເຂົ້າ​ຍຶດ​ເອົາ​ອໍານາດ ​ໃນ​ການກໍ່​ລັດຖະປະຫານ
ເມື່ອ​ວັນ​ທີ່ 22 ເດືອນ​ມີນາ ​ແລະ​ ປົດ ທ່ານ Amadou Toumani Toure ທີ່​ຄອງ​
ຕໍາ​ແໜ່​ງປະທາ​ນາ​ທິບໍດີ ມາ​ເປັນເວລາ​ດົນ​ນານ​.

XS
SM
MD
LG