ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອິສລາມຫົວຮຸນແຮງຈັດ ໃນ ມາລີ ສັງຫານ ​ກຳ​ລັງຮັກສາສັນຕິພາບ ອົງການສະຫະປະຊາຊາດ ສາມຄົນ


ລົດອົງການສະຫະປະຊາຊາດ ລາດຕະເວນຖະໜົນ ກ່ອນການເປີດສະຖານທີ່ປ່ອນບັດ ສຳລັບການເລືອກຕັ້ງປະທານາທິບໍດີ, ນະຄອນຫຼວງ ບາມາໂກ, ປະເທດ ມາລີ, 29 ກໍລະກົດ 2018.
ລົດອົງການສະຫະປະຊາຊາດ ລາດຕະເວນຖະໜົນ ກ່ອນການເປີດສະຖານທີ່ປ່ອນບັດ ສຳລັບການເລືອກຕັ້ງປະທານາທິບໍດີ, ນະຄອນຫຼວງ ບາມາໂກ, ປະເທດ ມາລີ, 29 ກໍລະກົດ 2018.

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ປະ​ເທດ ມາ​ລີ ຫຼື MINUSMA, ເວົ້າ​ວ່າ ລະ​ເບີດ​ຂ້າງ​ຖະ​ໜົນ​ ໄດ້​ເຮັດ​ໃຫ້​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ສາມ​ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບສາ​ຫັດ​ອີກ​ຫ້າ​ຄົນ. ນັກ​ຂ່າວ​ວີ​ໂອ​ເອ ແອນ​ນີ ໄຣ​ເຊັມ​ເບີກ (Annie Risemberg) ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ບາ​ມາ​ໂກ, ປະ​ເທດ ມາ​ລີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ໜ່ວຍຮັກ​ສາ​ສັນ​ຕິ​ພາບ ຫຼື MINUSMA ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ​ກຳລັງ​ຮັກ​ສາ​ສັນ​ຕິ​ພາບອົງ​ການສະ​ຫະ​ປະ​ຊາ​ຊາດໄດ້​ເສຍ​ຊີ​ວິດ​ໃນ​ພາກ​ກາງ​ຂອງ​ປະ​ເທດ ມາ​ລີ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ເວ​ລາ​ທີ່​ລົດ​ຂອງ​ເຂົາ​ເຈົ້າ ​ຖືກ​ໂຈມ​ຕີ​ໂດຍ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ມາ​ເອງ.

ຖະ​ແຫຼງ​ການ​ກ່າວ​ວ່າ MINUSMA “ແມ່ນ​ນຶ່ງ​ໃນ​ການ​ປະ​ຕິ​ບັດ​ການ​ສັນ​ຕິ​ພາບ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ ​ສຳ​ລັບ​ຜູ້​ຮັກ​ສາ​ສັນ​ຕິ​ພາບ,” ໂດຍ​ຮັກ​ສາ​ສັນ​ຕິ​ພາບ 168 ຄົນ​ຖືກ​ຂ້າ​ຕາຍ​ໃນ “ການ​ກະ​ທຳ​ມຸ່ງ​ຮ້າຍ” ນັບ​ຕັ້ງ​ແຕ່​ໄດ້​ສ້າງ​ຕັ້ງ​ພາ​ລະ​ກິດ​ດັ່ງ​ກ່າວ​ຂຶ້ນ​ມາ​ໃນ​ປີ 2013.

ປະ​ເທດ ມາ​ລີ ແລະ ​ເຂດ​ຊາຍ​ແດນພາກ​ພື້ນ ຊາ​ແຮ​ລ ແມ່ນ​ໄດ້​ຕໍ່​ສູ້​ກັບ​ການ​ແບ່ງ​ແຍກ​ດິນ​ແດນຂອງ​ພວກອິ​ສ​ລາມຫົວ​ຮຸນ​ແຮງຈັດນັບ​ຕັ້ງ​ປີ 2012 ເປັນ​ຕົ້ນ​ມາ, ເວ​ລາ​ທີ່​ພວກ​ອິ​ສ​ລາມ​ຫົວ​ຮຸນ​ແຮງ​ຈັດ ​ໄດ້​ເຂົ້າ​ຄວບ​ຄຸມ​ພາກ​ເໜືອ​ຂອງ​ປະ​ເທດ​ດັ່ງ​ກ່າວ. ທະ​ຫານ​ບົກ ຝ​ຣັ່ງ ໄດ້​ເຂົ້າ​ແຊກ​ແຊງ​ໃນ​ປີ 2013 ເພື່ອ​ຊ່ວຍ​ເຫຼືອ ມາ​ລີ ຍຶດ​ການ​ຄວບ​ຄຸມ​ພາກ​ເໜືອ​ຄືນ ແຕ່​ໄດ້​ຖອນ​ຕົວ​ອອກ​ຈາກ​ປະ​ເທດ​ເມື່ອ​ປີ​ກາຍນີ້ ​ຍ້ອນ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ລັດ​ຖະ​ບານ​ທະ​ຫານ ມາ​ລີ ທີ່​ເຮັດ​ວຽກ​ກັບ​ກຸ່ມ​ທະ​ຫານ​ຮັບ​ຈ້າງ ແວກ​ເນີ ຂອງ ຣັດ​ເຊຍ.

ປະ​ເທດ ມາ​ລີ ແມ່ນ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ທະ​ຫານ​ນັບ​ຕັ້ງ​ແຕ່​ການ​ກໍ່​ລັດ​ຖະ​ປະ​ຫານ ​ເມື່ອ​ເດືອນ​ສິງ​ຫາ 2020. ລັດ​ຖະ​ບານ​ໄດ້​ປະ​ຕິ​ເສດ​ການ​ເຮັດ​ວຽກ​ກັບ​ພວກ​ທະ​ຫານ​ຮັບ​ຈ້າງ ຣັດ​ເຊຍ, ແຕ່​ກຸ່​ມ​ສິດ​ທິ​ມະ​ນຸດ ແລະ ນັກ​ຂ່າວ​ແມ່ນ​ໄດ້​ບັນ​ທຶກ​ການ​ກ່າວ​ຫາ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດຫຼາຍ​ຄັ້ງ​ຕໍ່​ພວກ​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່ການ​ລາຍ​ງານ ກ່ຽວ​ກັບ ການ​ເດີນ​ທາງ​ມາ​ຮອດ​ປະ​ເທດ​ດັ່ງ​ກ່າວ​ຂອງ​ເຂົາ​ເຈົ້າ.

ລັດ​ຖະ​ບານ​ທະ​ຫານ​ໄດ້​ຂັບ​ໄລ່​ໂຄ​ສົກ MINUSMA ​ອອກ​ຈາກ​ປະ​ເທດ ເມື່ອ​ປີ​ກາຍນີ້ຫຼັງ​ຈາກ ທະ​ຫານ ໄອ​ວໍ​ຣີໂຄດ ​ທີ່​ເດີນ​ທາງໄປຮອດເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນແກ່​ກອງ​ທະ​ຫານສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ ມາ​ລີ ຖືກ​ຈັບ​ຢູ່​ສະ​ໜາມ​ບິນ ບາ​ມາ​ໂກ. ຜູ້​ອຳ​ນວຍ​ການ​ຂອງ​ພະ​ແນ​ກ​ສິດ​ທິ​ມະ​ນຸດ ​ຂອງ​ພາ​ລະ​ກິດ​ດັ່ງ​ກ່າວ​ໄດ້​ຖືກ​ຂັບ​ໄລ່​ເມື່ອ​ເດືອນ​ແລ້ວນີ້.

ຄວາມ​ຮຸນ​ແຮງ​ແມ່ນ​ໄດ້​ສືບ​ຕໍ່​ລົບ​ກວນ​ພາກ​ພື້ນ ຊາ​ແຮ​ລ ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ.

ທະ​ຫານ ເບີ​ກິ​ນາ​ 51 ຄົນ ຖືກ​ຂ້າ​ຕາຍ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ເບີ​ກິ​ນາ ຟາ​ໂຊ ໃນ​ການ​ສົງ​ໄສວ່າ​ເປັນ​ການ​ໂຈມ​ຕີ​ຂອງ​ພວກ​ອິ​ສ​ລາມ​ຫົວຮຸນ​ແຮງ​ຈັດ.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ ແລະ ພົນ​ລະ​ເຮືອນ​ຄົນ​ນຶ່ງ​ຖືກ​ຂ້າ​ຕາຍ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີ​ດ​ທີ່​ເຮັດ​ເອງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ ມາ​ລີ.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ຂອງວັນ​ອັງ​ຄານ​ທີ່​ຜ່ານ​ມາ ​ຕໍ່​ບັນ​ດາ​ຜູ້​ຮັກ​ສາ​ສັນ​ຕິ​ພາບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG