ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີໃນທີ່ສຸດ ກໍຈັດການເລືອກຕັ້ງສະພາ ທີ່ໄດ້ມີການຫລ້າຊ້າມາເປັນເວລານານ ແລ້ວນັ້ນ ຂຶ້ນ


ຜູ້ປ່ອນບັດຄົນນຶ່ງໃສ່ໜ້າກາກປິດປາກໄວ້ ກຳລັງກວດເບິ່ງລາຍຊື່ຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນມາລີ
ຜູ້ປ່ອນບັດຄົນນຶ່ງໃສ່ໜ້າກາກປິດປາກໄວ້ ກຳລັງກວດເບິ່ງລາຍຊື່ຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນມາລີ

ບັນດາຜູ້ປ່ອນບັດຢູ່ມາລີ ທີ່ເປັນປະເທດນຶ່ງໃນເຂດຕາເວັນຕົກຂອງທະວີບອາຟຣິກາ
ໄດ້ພາກາກັນໄປປ່ອນບັດໃນວັນອາທິດວານນີ້ ໃນການເລືອກຕັ້ງສະພາ ທີ່ມີການຫລ້າ
ຊ້າມາເປັນເວລາດົນນານ ພາຍໃຕ້ເມກເຝື້ອສອງໜ່ວຍ ຊຶ່ງກໍຄື ການກະບົດຂອງກຸ່ມລັດ
ອິສລາມ ແລະການແຜ່ລະບາດໄວຣັສໂຄໂຣນາ ມາບົດບັງ.

ໜ່ວຍປ່ອນບັດເປີດບໍ່ໄດ້ເທົ່າໃດຊົ່ວໂມງຫຼັງຈາກພວກເຈົ້າໜ້າທີ່ສາທາລະນະສຸກໄດ້
ຢືນຢັນການເສຍຊີວິດຄົນທຳອິດຂອງ COVID-19 ທີ່ນຳ ເອົາການຢືນຢັນຂອງຈໍານວນ
ຄົນຕິດເຊື້ອເພີ້ມຂຶ້ນເປັນ 20 ກໍລະນີ.

ການລົງຄະແນນສຽງຂອງວັນອາທິດ ໄດ້ມີກຳນົດທີ່ຈະຈັດຂຶ້ນໃນປີ 2018 ແຕ່ໄດ້ຖືກ
ເລື່ອນຫຼາຍເທື່ອເນື່ອງຈາກມີການກໍ່ຄວາມຮຸນແຮງເພີ້ມຂຶ້ນຢູ່ທາງພາກເໜືອ ແລະ ພາກ
ກາງຂອງມາລີ ບ່ອນທີ່ບັນດາກຸ່ມຫົວຮຸນແຮງຈັດ ທີ່ພົວພັນກັບ ເຄືອຂ່າຍອາລຄາຍດາ
ແລະລັດອິສລາມ ທີ່ໄດ້ຄວບຄຸມໃນຊຸມປີທີ່ຜ່ານມານີ້.

ຜູ້ນຳຝ່າຍຄ້ານທ່ານ ຊິສສີແລະພວກທີ່ໄວ້ເນື້ອເຊື່ອໃຈໄດ້ຂອງທ່ານ ໄດ້ຖືກດັກ ສະກັດ
ໃນຂະນະທີ່ມີການໂຄສະນາຫາສຽງຢູ່ໃນອາທິດແລ້ວນີ້ຢູ່ທາງພາກເໜືອ ຂອງມາລີ. ຜູ້
ອາລັກຂາໂຕຂອງທ່ານ ຊິສສີ ໄດ້ເສຍຊີວິດຢູ່ໃນການໂຈມຕີ ນັ້ນ ໃນຂະນະທີ່ທ້າວຊິສສີ
ແລະອີກຫົກຄົນໄດ້ ຖືກລັກພາໂຕໄປ, ບໍ່ໄດ້ຍິນ ຂ່າວ ກ່ຽວກັບເຂົາເຈົ້າເລີຍນັບຈາກ
ນັ້ນມາ.

ບັນດາຜູ້ປ່ອນບັດໄດ້ເລືອກເອົາຜູ້ສະໝັກເພື່ອໄປຮັບຕໍາແໜ່ງໃນ 147 ບ່ອນນັ່ງ ຢູ່ໃນ
ສະພາແຫ່ງຊາດ. ການປ່ອນບັດຮອບທີສອງຈະຈັດຂຶ້ນໃນວັນທີ 19 ເດືອນເມສາຈະ
ມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG