ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີ ຈະປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ຮອບຊີ້ຂາດ ໃນວັນທີ 11 ສິງຫານີ້ (ວີດີໂອ)


ຮູບຜູ້ສະໝັກເປັນປະທານາທິບໍດີ ມາລີ ທ່ານ Soumaila Cisse (ຊ້າຍ) ແລະ ທ່ານ Ibrahim Boubacar Keita (ຂວາ)
ຮູບຜູ້ສະໝັກເປັນປະທານາທິບໍດີ ມາລີ ທ່ານ Soumaila Cisse (ຊ້າຍ) ແລະ ທ່ານ Ibrahim Boubacar Keita (ຂວາ)
ມາລີ ຈະຈັດການເລືອກຕັ້ງປະທານາທິບໍດີຮອບສອງໃນວັນທີ 11
ສິງຫານີ້ຫຼັງຈາກບໍ່ມີຜູ້ສະໝັກຄົນໃດໄດ້ຮັບຄະແນນສຽງກາຍ 50
ເປີເຊັນ ໃນການປ່ອນບັດ ໃນມື້ວັນອາທິດຜ່ານມາ.

ຜົນການນັບຄະແນນສຽງທີ່ນຳອອກເຜີຍແຜ່ໂດຍລັດຖະບານໃນ
ວັນສຸກມື້ນີ້ ສະແດງໃຫ້ເຫັນວ່າ ອະດີດນາຍົກລັດຖະມົນຕີ Ibra-
him Boubacar Keita ມີຄະແນນນຳໜ້າ ບັນດາຜູ້ສະໝັກທັງ
ໝົດ ໂດຍໄດ້ຮັບຄະແນນສຽງ 39.2 ເປີເຊັນ. ສ່ວນທ່ານ Sou-
maila Cisse ຄູ່ແຂ່ງຄົນສຳຄັນຂອງທ່ານ ແມ່ນຕິດອັນດັບສອງ
ໂດຍໄດ້ຮັບຄະແນນ 19.4 ເປີເຊັນ ຕິດຕາມດ້ວຍທ່ານ Drama-
ne Dembele ໄດ້ຮັບຄະແນນ 9.6 ເປີເຊັນ.

ຜົນການນັບບັດຄະແນນສຽງດັ່ງກ່າວ ແມ່ນຂັດກັບທີ່ລັດຖະມົນຕີຄຸ້ມຄອງດິນແດນພັນເອກ Moussa Sinko Coulibaly ທີ່ກ່າວ ໃນສັບປະດານີ້ວ່າ ທ່ານ Keita ອາດໄດ້ຮັບໄຊຊະນະ ໃນການເລືອກຕັ້ງຮອບທຳອິດເລີຍ.

ເປັນທີ່ຄາດກັນວ່າ ການເລືອກຕັ້ງຮອບສອງ ຈະດຳເນີນໄປຢ່າງດຸເດືອດໃນຂະນະທີ່ບັນດາ
ຜູ້ສະໝັກ ທີ່ໄດ້ຮັບຄະແນນສຽງຫຼາຍໆຄົນ ໃນການເລືອກຕັ້ງຮອບທຳອິດ ອາດຈະໃຫ້ການ ສະໜັບສະໜຸນຕໍ່ທ່ານ Cisse.

ການປ່ອນບັດເລືອກຕັ້ງປະທານາທິບໍດີ ແມ່ນໝາຍຄວາມວ່າຈະອຳນວຍໃຫ້ມີການເລີ້ມຕົ້ນ ໃໝ່ສຳລັບມາລີທີ່ຕັ້ງຢູ່ໃນເຂດອາຟຣິກາຕາເວັນຕົກຊຶ່ງໃນປີກາຍນີ້ໄດ້ປະເຊີນກັບການກໍ່ກະ ບົດຂອງຊົນເຜົ່າ Tuareg ການກໍ່ລັດຖະປະຫານຂອງພວກທະຫານແລະການເຂົ້າຄວບຄຸມ ພາກເໜືອຂອງປະເທດ ໂດຍພວກມຸສລິມຫົວຮຸນແຮງ.

ວີດີໂອ ການເລືອກຕັ້ງ ໃນມາລີ
please wait

No media source currently available

0:00 0:00:50 0:00
XS
SM
MD
LG