ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານ ມາລີ ລາອອກ (ວີດີໂອ)


malipolitics4april14
please wait
Embed

No media source currently available

0:00 0:00:20 0:00

ເບິ່ງວີດີໂອ ເລື້ອງນີ້

ປະທານາທິບໍດີ​ຂອງ​ມາລີ ​ໄດ້​ຂໍຮ້ອງ​ໃຫ້​ທ່ານ Moussa
Mara ລັດຖະມົນຕີ ກະຊວງ​ວາງ​ແຜນຜັງ​ເມືອງ ​ປະກອບ
ຄະນະ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ ຫຼັງຈາກ ​ນາຍົກລັດຖະມົນ
ຕີ Oumar Tatam Ly ພ້ອມ​ດ້ວຍ​ຄະນະ​ລັດຖະບານ​
ຂອງ​ທ່ານ​ ລາ​ອອອກ​ຈາກ​ຕຳ​ແໜ່​ງ​ໃນ​ວັນ​ເສົາ​ວານ​ນີ້.

​ໂຄສົກ​ປະຈຳ​ປະທານາທິບໍດີ Ibrahim Boubacar
Keita ​ໄດ້​ປະກາດ​ເລື້ອງ​ນີ້​ໃຫ້​ຊາບ​ທາງ​ໂທລະພາບ​ແຫ່ງ
​ລັດ​ໃນ​ແລງ​ວັນ​ເສົາ​ວານ​ນີ້.

ທ່ານ Ly ​ໄດ້​ກຳຕຳ​ແໜ່​ງນາຍົກລັດຖະມົນຕີມາຕັ້ງ​ແຕ່
ເດືອ​ນສິງຫາ​ປີ​ແລ້ວ​ນີ້ ​ບໍ່​ດົນ​ຫຼັງ​ຈາກ​ປະທານາທິບໍດີ Keita ຂຶ້ນ​ດຳລົງ​ຕຳ​ແໜ່​ງ.
ການ​ເລືອກ​ຕັ້ງ​ລັດຖະສະພາ​ໄດ້​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ແລະ​ເດືອນ​ທັນວາຜ່ານ​ມາ
​ແລະຄາດ​ວ່າ​ລັດຖະບານ​ໃໝ່ ​ຈະ​ສະທ້ອນເຖິງ​ທຸກ​ພາກສ່ວນຂອງ​ສະພາ​ແຫ່ງ​
ຊາດຊຸດ​ໃໝ່​ນີ້.

ທ່ານ Mara ​ໄວ 39 ປີ ​ໄດ້​ເປັນ​ຜູ້ນຶ່ງ​ໃນ​ບັນດາ​ຜູ້​ສະໝັກແຂ່ງຂັນ​ທີ່​ປລາ​ໄຊ
ໃນ​ການເລືອກ​ຕັ້ງ​ປະທານາທິບໍດີ. ທ່ານເປັນ​ຜູ້ນຳ​ພັກ Yelema ທີ່​ມີ​ ຄວາມ
ໝາຍວ່າ “ການ​ປ່ຽນ​ແປງ” ​ໃນ​ພາສາ Bambara ຂອງ​ມາລີ.

ປະທານາທິບໍດີ Keita ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ ໃນ​ເດືອນ​ສິງຫາ​
ປີ​ແລ້ວ​ນີ້ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ທ້ອນ​ໂຮມ​ມາລີ ​ແລະ​ພະຍາຍາມ​ສ້າງ
ສາ​ປະ​ເທດ​ຄືນ​ໃໝ່ ຫຼັງ​ຈາກ​ການ​ກໍ່​ລັດຖະປະຫານ ແລະ​ການ​ກໍ່​ການ​ກະບົດ​ຂຶ້ນ
​ໂດຍພວກ​ຫົວ​ນິຍົມ​ອິສລາມ​ນັ້ນ.
XS
SM
MD
LG