ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ພິຈາລະນາ ສົ່ງກຳລັງ ຮັກສາ ສັນຕິພາບ ໄປຍັງມາລີ (ວີດິໂອກ່ຽວຂ້ອງ)


ທ່ານ Gerard Araud (ກາງ) ເອກອັກຄະລັດຖະທູດຝຣັ່ງປະຈໍາ
ອົງການສະຫະປະຊາຊາດ ນັ່ງຟັງຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ.
ກ່ຽວກັບສະພາບການຢູ່ມາລີ
ທ່ານ Gerard Araud (ກາງ) ເອກອັກຄະລັດຖະທູດຝຣັ່ງປະຈໍາ ອົງການສະຫະປະຊາຊາດ ນັ່ງຟັງຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ. ກ່ຽວກັບສະພາບການຢູ່ມາລີ
ອົງການສະຫະປະຊາຊາດກໍາລັງພິຈາລະນາແຜນການທີ່ຈະ
ສົ່ງກຳລັງ ຮັກສາສັນຕິພາບໄປປະຕິບັດງານໃນມາລີ ແຕ່ພວກ
ເຈົ້າໜ້າທີ່ເວົ້າວ່າ ການທີ່ຈະເອົາມາດຕະການໃດໆກໍຕາມ
ກ່ຽວກັບເລື່ອງນີ້ ຈະຕ້ອງໄດ້ລໍຖ້າໄປຈົນກວ່າສະພາບການ ດ້ານຄວາມໝັ້ນຄົງມີສະຖຽນລະພາບເສຍກ່ອນ.

ທ່ານ Gerard Araud ເອກອັກຄະລັດຖະທູດຝຣັ່ງປະຈໍາ
ອົງການສະຫະປະຊາຊາດກ່າວຕໍ່ຜູ້ສື່ຂ່າວວ່າ ລຸນຫລັງທີ່
ໄດ້ລາຍງານໂດຍຫຍໍ້ ຕໍ່ສະພາຄວາມໝັ້ນຄົງ ໃນວັນພຸດ
ວານນີ້ວ່າ ທະຫານຈາກປະເທດຂອງທ່ານ ຈະບໍ່ສືບຕໍ່ປະ ຈໍາການຢ່າງເປັນການຖາວອນຢູ່ມາລີ. ທ່ານກ່າວວ່າອາດ
ມີກໍາລັງຮັກສາສັນຕິພາບ ທີ່ສ່ວນໃຫຍ່ແລ້ວແມ່ນປະກອບ
ດ້ວຍທະຫານອາຟຣິກາ ຊຶ່ງໃນປັດຈຸບັນນີ້ ກຳລັງປະຕິບັດ ງານໃນປະເທດດັ່ງກ່າວຢູ່ ແລ້ວນັ້ນ.

ຫົວໜ້າປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ ທ່ານ Herve Ladsous ເວົ້າວ່າ ທະຫານເກືອບ 4 ພັນຄົນ ທີ່ມາຈາກກໍາ ລັງສະໜັບສະໜຸນການປະຕິບັດງານ ຢູ່ໃນມາລີຂອງນາໆຊາດພາຍໃຕ້ ການນຳພາຂອງອາຟຣິກາ ຫລື AFISMA ເລີ້ມສົ່ງ ເຂົ້າໄປໃນເຂດ ທີ່ ທ່ານເອີ້ນວ່າ “ເຂດທີ່ປະຕິບັດການ” ຢູ່ພາກເໜືອຂອງປະເທດດັ່ງກ່າວ. ທ່ານ Ladsous ເວົ້າວ່າ ຫ້ອງການຂອງທ່ານກຳລັງດຳເນີນງານກ່ຽວກັບຫລາຍໆສະຖາ ນະການສໍາລັບມາລີ ແລະກໍເວົ້າວ່າ ທ່ານຄິດວ່າ ການປະຕິບັດງານຮັກສາສັນຕິພາບ ອາດຈະມີຂຶ້ນ “ໃນໄວໆນີ້.”

ກໍາລັງທະຫານຝຣັ່ງແລະມາລີ ໄດ້ເຂົ້າຍຶດເອົາຫົວເມືອງໃຫຍ່ໆໃນພາກເໜືອຂອງປະ ເທດ
ຈາກພວກກະບົດ ທີ່ໄດ້ເຂົ້າຄວບຄຸມຂົງເຂດດັ່ງກ່າວ ໃນປີກາຍນີ້. ເຈົ້າໜ້າທີ່ປ້ອງກັນ ປະເທດຝຣັ່ງກ່າວໃນວັນພຸດວານນີ້ວ່າ ພວກທະຫານກໍາລັງປະເຊີນໜ້າກັບພວກກຸ່ມ ຈີຮາດທີ່ຍັງເຫລືອ ຢູ່ນອກເມືອງ Timbuktu ແລະເມືອງ Gao.

ການແຊກແຊງ ຂອງທະຫານຝຣັ່ງ ໃນມາລີ
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
XS
SM
MD
LG