ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານມາລີ ເຂົ້າຍຶດເອົາ ຫົວເມືອງທີສອງ ຈາກກະບົດ (ວີດິໂອ)


ທະຫານມາລີ ກໍາລັງຂີ່ລົດກັບໄປຍັງເມືອງ Markala ທີ່ຢູ່ຫ່າງຈາກນະຄອນຫລວງ Bamako ໄປທາງພາກເໜືອ , 240 ກິໂລແມັດ (150 ໄມລ໌) ໃນວັນສຸກ ທີ 18 ມັງກອນ 2013 (AP Photo/Thibault Camus)
ທະຫານມາລີ ກໍາລັງຂີ່ລົດກັບໄປຍັງເມືອງ Markala ທີ່ຢູ່ຫ່າງຈາກນະຄອນຫລວງ Bamako ໄປທາງພາກເໜືອ , 240 ກິໂລແມັດ (150 ໄມລ໌) ໃນວັນສຸກ ທີ 18 ມັງກອນ 2013 (AP Photo/Thibault Camus)
ເຈົ້າໜ້າທີ່ໃນມາລີເວົ້າວ່າ ກໍາລັງທະຫານຂອງຕົນທີ່ໄດ້ຮັບ
ການໜຸນຫລັງ ໂດຍຝຣັ່ງໄດ້ເຂົ້າຍຶດເອົາຫົວເມືອງທີສອງທີ່
ຖືກພວກຫົວຮຸນແຮງອິສລາມ ຍຶດໄປນັ້ນຄືນໄດ້ແລ້ວ.

ພວກເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ພວກຫົວຮຸນແຮງໄດ້ຖືກຂັບ
ໄລ່ອອກຈາກ ເມືອງ Diabaly ທີ່ຕັ້ງຢູ່ປະມານ 400 ກິໂລ
ແມັດຫ່າງຈາກນະຄອນຫຼວງ Bamako ໄປທາງພາກຕາເວັນ
ອອກສຽງເໜືອນັ້ນ. ໃນວັນພະຫັດຜ່ານມານີ້ ມີລາຍງານວ່າ ມີການຕໍ່ສູ້ກັນຢ່າງໜັກລະຫວ່າງທະຫານຝຣັ່ງ ແລະພວກ
ຫົວຮຸນແຮງຢູ່ທີ່ເມືອງ Diabaly ຊຶ່ງພວກຫົວຮຸນແຮງອິສລາມ
ໄດ້ເຂົ້າຍຶດເອົາໃນວັນຈັນຜ່ານມາ.

ຍັງບໍ່ໄດ້ຮັບການຢືນຢັນໃນທັນທີທັນໃດເທື່ອກ່ຽວກັບການເຂົ້າຍຶດເອົາເມືອງດັ່ງກ່າວຄືນ ຈາກກອງທັບມາລີ ຫລືກຳລັງຂອງຝຣັ່ງ.

ກ່ອນໜ້ານັ້ນ, ເຈົ້າໜ້າທີ່ມາລີ ແລະຝຣັ່ງເວົ້າວ່າ ກໍາລັງທະຫານມາລີໄດ້ ເຂົ້າຍຶດເອົາເມືອງ
Konna ທີ່ຢູ່ທາງຕາເວັນອອກຂອງເມືອງ Diabaly ນັ້ນຄືນແລ້ວ. ກອງທັບມາລີເວົ້າວ່າ
ຕົນໄດ້ “ຄວບຄຸມ” ຕົວເມືອງ Konna “ໄດ້ທັງໝົດ” ລຸນຫລັງໄດ້ສ້າງ “ຄວາມເສຍຫາຍ ຢ່າງໜັກ” ໃຫ້ແກ່ພວກກະບົດຫົວຮຸນ ແຮງອິສລາມຢູ່ທີ່ນັ້ນ.

ພວກຫົວຮຸນແຮງໄດ້ເຂົ້າຍຶດເອົາເມືອງດັ່ງກ່າວໃນອາທິດແລ້ວນີ້ ຊຶ່ງໄດ້ເຮັດໃຫ້ຝຣັ່ງສົ່ງ ທະຫານເຂົ້າໄປແຊກແຊງຢູ່ໃນມາລີ ຊຶ່ງເປັນ ອະດີດຫົວເມືອງຂຶ້ນຂອງຕົນນັ້ນ.

ເຖິງແມ່ນມີການສູ້ລົບກັນຢູ່ພາກເໜືອ ເມືອງຫລວງຂອງມາລີກໍຍັງມີສະພາບປົກກະຕິ:

Despite Fighting in North, Relative Calm Prevails in Mali's Capital
please wait

No media source currently available

0:00 0:01:36 0:00
ລິງໂດຍກົງ
XS
SM
MD
LG