ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາລີ ປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ຄົນໃໝ່ (ວີດິໂອ/ສະໄລດ໌)


ປະຊາຊົນພາກັນລຽນແຖວ ເພື່ອເຂົ້າໄປປ່ອນບັດ ໃນຂະນະທີ່ ມີການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ໃນເມືອງ Timbuktu ຂອງປະເທດມາລີ ໃນວັນທີ 28 ກໍລະກົດ 2013.
ປະຊາຊົນພາກັນລຽນແຖວ ເພື່ອເຂົ້າໄປປ່ອນບັດ ໃນຂະນະທີ່ ມີການເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ໃນເມືອງ Timbuktu ຂອງປະເທດມາລີ ໃນວັນທີ 28 ກໍລະກົດ 2013.
ສະຖານທີ່ປ່ອນບັດຕ່າງໆ ໄດ້ເປີດຂຶ້ນທີ່ປະເທດມາລີ ບ່ອນ
ທີ່ພວກໄປປ່ອນບັດເລືອກຕັ້ງກໍາລັງເລືອກເອົາປະທານາທິ
ບໍດີຄົນໃໝ່.

ຜູ້ນໍາຄົນໃໝ່ນີ້ ຈະສືບຕໍ່ນໍາພາປະເທດທີ່ຍັງກໍາລັງຟື້ນໂຕ
ຄືນຈາກການຢຶດຄອງຂອງພວກອິສລາມຫົວຮຸນແຮງ ແລະການແຊກແຊງທາງທະຫານທີ່ນໍາພາໂດຍທະຫານ
ຝຣັ່ງໃນເວລາຕໍ່ມາ ຊຶ່ງໃນປັດຈຸບັນກຳລັງຫັນປ່ຽນໃຫ້ກາຍ
ເປັນການປະຕິບັດງານຂອງອົງການສະຫະປະຊາຊາດນັ້ນ.

ຄາດກັນວ່າ ການຮັກສາຄວາມປອດໄພຈະເຂັ້ມງວດຢູ່
ບ່ອນປ່ອນບັດ ໂດຍສະເພາະຢູ່ໃນເຂດພາກເໜືອ ລວມທັງເມືອງ Gao ທີ່ໄດ້ຮັບການ
ປົດປ່ອຍຈາກພວກກະບົດຊາວອິສລາມໃນຕົ້ນປີນີ້.

ຜູ້ສະໝັກທີ່ນໍາໜ້າໝູ່ໃນແຂ່ງຂັນການເລືອກຕັ້ງ 4 ທ່ານ ລວມມີ ອະດີດນາຍົກລັດຖະມົນ
ຕີສອງທ່ານ ຄືທ່ານ Ibrahim Boubacar Keita ແລະທ່ານ Modibo Sidibe. ຜູ້ສະ
ໝັກເລືອກຕັ້ງອີກສອງທ່ານ ທີ່ນໍາໜ້າໝູ່ກໍໄດ້ແກ່ທ່ານ Somalia Cisse ທີ່ເປັນຜູ້ຄວບ
ຄຸມການດໍາເນີນງານຂອງສະຫະພາບການເງິນເຂດອາຟຣິກາຕາເວັນຕົກ ແລະທ່ານ
Dramane Dembele ຊຶ່ງເປັນຜູ້ບໍ່ຄ່ອຍມີຊື່ສຽງປານໃດ ແລະໄດ້ຮັບການໜູນຫລັງຈາກ
ພັກ ADEMA ຊຶ່ງເປັນພັກການເມືອງ ໃຫຍ່ສຸດຂອງມາລີ.

ບັນຫາທີ່ພົວພັນກັບການແຈກຢາຍບັດລົງທະບຽນປ່ອນບັດ ແລະຄວາມຜິດພາດໃນບັນ
ຊີລາຍຊື່ຂອງຜູ້ມີສິດປ່ອນບັດ ໄດ້ເຮັດໃຫ້ເກີດການກ່າວຫາ ກ່ຽວກັບການສໍ້ໂກງແລະ
ການກະທຳທີ່ຜິດລະບຽບ.

ຫົວໜ້າຄະນະສັງເກດການຂອງສະຫະພາບຢູໂຣບ ໃນມາລີ ທ່ານ Louis Michel ກ່າວວ່າ
ທາງຄະນະມີຄວາມ “ເພິ່ງພໍໃຈຢ່າງບໍ່ຄາດຝັນ” ກ່ຽວກັບສະພາບແວດລ້ອມຂອງການ
ປ່ອນບັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Mali
please wait
Embed

No media source currently available

0:00 0:01:46 0:00

ຊາວມາລີປະມານ 7 ລ້ານຄົນ ມີສິດປ່ອນບັດໃນການເລືອກຕັ້ງຄັ້ງນີ້ ເພື່ອເອົາຜູ້ມາແທນ
ປະທານາທິບໍດີຊົ່ວຄາວ ທ່ານ Dioncounda Traore ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາ
ແໜ່ງໃນປີກາຍນີ້.

ຖ້າຫາກບໍ່ມີໃຜຊະນະສຽງສ່ວນຫລາຍຢ່າງຈະແຈ້ງ ຜູ້ສະໝັກສອງທ່ານທີ່ນໍາໜ້າໝູ່ ຈະ
ເຂົ້າສູ່ການ ເລືອກຕັ້ງຮອບຕັດສິນຊີ້ຂາດໃນວັນທີ 11 ສິງຫາ ເດືອນໜ້ານີ້.

ເບິ່ງພາບກ່ຽວກັບການເລືອກຕັ້ງຢູ່ມາລີ:

XS
SM
MD
LG