ປະກາດ ຜົນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ ໃນວັນພະ
ຫັດມື້ນີ້.
ການປ່ອນບັດເລືອກຕັ້ງ ໃນວັນອາທິດຜ່ານມານີ້ ແມ່ນເປັນ
ບາດກ້າວທໍາອິດ ໄປສູ່ການຟື້ນໂຕຄືນຂອງມາລີ ຫຼັງຈາກ
ໄດ້ເກີດຄວາມວຸ້ນວາຍເປັນເວລາ 18 ເດືອນ ຊຶ່ງຮວມເຖິງ
ການກໍ່ລັດຖະປະຫານຂອງພວກທະຫານ ແລະການຢຶດຄອງ
ຂອງພວກອີສລາມຫົວຮຸນແຮງໃນພາກເໜືອຂອງປະເທດ.
ຜົນຂອງການເລືອກຕັ້ງ ຊຶ່ງຄາດວ່າຈະມີການປະກາດໃຫ້ຮູ້ໃນ
ວັນພຸດວານນີ້ ແຕ່ພວກເຈົ້າໜ້າທີ່ໄດ້ກ່າວວ່າ ພວກເຂົາເຈົ້າຂໍເວລາອີກຕື່ມ ເພື່ອນັບລື້ມຄືນ
ແລະກວດເບິ່ງບັດເລືອກຕັ້ງທີ່ສົ່ງເຂົ້າມາຈາກໜ່ວຍປ່ອນບັດຫຼາຍໆແຫ່ງໃນທົ່ວປະເທດ.
ການນັບຄະແນນສຽງເປັນບາງສ່ວນໃນຕົ້ນອາທິດນີ້ສະແດງໃຫ້ເຫັນວ່າ ອະດີດນາຍົກ
ລັດຖະມົນຕີ Ibrahim Boubacar Keita ແມ່ນມີຄະແນນນໍາໜ້າຢ່າງສະບາຍ. ລັດຖະ
ມົນຕີຄຸ້ມຄອງດິນແດນ ພັນເອກ Moussa Sinko Coulibaly ໄດ້ກ່າວວ່າ ຖ້າຫາກວ່າ
ຂອບເຂດຂອງຄະແນນສຽງຍັງຢູ່ລະດັບເດີມນັ້ນແລ້ວ ມັນຈະບໍ່ມີຄວາມຈໍາເປັນທີ່ຈະມີ
ການແຂ່ງຂັນໃນຮອບຊີ້ຂາດ.
ພວກສະໝັກຄົນອື່ນໆນັ້ນປະຕິເສດຕໍ່ການສະຫຼຸບດັ່ງກ່າວ. ພວກຜູ້ນໍາຈາກພັກຄູ່ປໍລະປັກ
Soumaila Cisse ໄດ້ກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າຄາດວ່າ ຈະມີການເລືອກ
ຕັ້ງຮອບ 2.
ການເລືອກຕັ້ງໃນວັນອາທິດຜ່ານມານີ້ແມ່ນດໍາເນີນໄປດ້ວຍຄວາມສະຫງົບ ແລະກໍໄດ້ມີ
ຜູ້ຄົນອອກໄປປ່ອນບັດເປັນຈໍານວນຫຼວງຫຼາຍ ຊຶ່ງໃນບາງເຂດນັ້ນ ມີລາຍງານວ່າ ມີຫຼາຍ
ກວ່າ 50 ເປີເຊັນ ໄດ້ພາກັນໄປປ່ອນບັດ.