ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ECOWAS ໃຫ້ເວລາ 3 ມື້ ແກ່ມາລີ ເພື່ອຟື້ນຟູ ລັດຖະທຳມະນູນ


ພວກສະໜັບສະໜຸນທະຫານ ທີ່ກໍ່ລັດຖະປະຫານໃນມາລີ ເດີນຂະບວນ ຕໍ່ຕ້ານປະຊາຄົມເສດຖະກິດຂອງບັນດາ ລັດອາຟຣິກາຕາເວັນຕົກ ທີ່ສະໜາມບິນນາໆຊາດ ໃນນະຄອນຫຼວງ Bamako (29 ມີນາ 2012)
ພວກສະໜັບສະໜຸນທະຫານ ທີ່ກໍ່ລັດຖະປະຫານໃນມາລີ ເດີນຂະບວນ ຕໍ່ຕ້ານປະຊາຄົມເສດຖະກິດຂອງບັນດາ ລັດອາຟຣິກາຕາເວັນຕົກ ທີ່ສະໜາມບິນນາໆຊາດ ໃນນະຄອນຫຼວງ Bamako (29 ມີນາ 2012)

ປະຊາ​ຄົມ​ເສ​ດຖະກິດ​ຂອງ​ບັນດາ​ລັດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ຫຼື ECOWAS ​ໄດ້​ໃຫ້​ເວລາ 3 ມື້​
ແກ່​ພວກ​ທະຫານ​ທີ່ຢຶດອຳນາດ​ໃນ​ປະ​ເທດມາລີເພື່ອ​ຟື້ນຟູ​ການ​ປົກຄອງ​ດ້ວຍ​ກົດໝາຍ​ລັດຖະ
ທຳ​ມະນູນ​ ຫຼືຖ້າ​ບໍ່​ດັ່ງນັ້ນກໍ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດທາງ​ດ້ານ​ເສດຖະກິດ​ ແລະການ​ຫ້າມ
ເດີນທາງ.

ທ່ານ Kadre Desire Ouedraogo ປະທານ​ກຳມາ​ທິການ ECOWAS ​ໄດ້​ປະກາດ​ກ່ຽວ
ກັບ​ມາດ​ຕະການ​ດັ່ງກ່າວທີ່​ປະ​ເທດ Ivory Coast ​ໃນ​ວັນ​ພະຫັດວານ​ນີ້. ທ່ານ​ເວົ້າວ່າ ປະ​
ເທດ​ມາລີ​ປະ​ເຊີນ​ກັບ​ການ​ປິດ​ຊາຍ​ແດນ​ແລະ​ການ​ກັກຊັບ​ສິນ​ຕ່າງໆ​ທີ່ຢູ່​ໃນ​ທະ​ນາ​ກາງຂອງ​ອາ​
ຟຣິກາ​ຕາ​ເວັນ​ຕົກ.

ແຕ່​ທ່ານ Remi Ajebewa ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ ECOWAS ກ່າວ​ຕໍ່​ວີ​ໂອ​ເອວ່າ ປະ
ຊາຄົມ​ເສດຖະກິດ​ຂອງ​ບັນດາ​ລັດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ​ຈະ​ຮັບ​ເອົາການ​ແກ້​ໄຂທີ່​ບໍ່​ໃຫ້​ປະ
ທານາທິບໍດີ Amadou Toumani Toure ​ເຂົ້າຮັບ​ຕຳ​ແໜ່​ງຄືນກໍ​ໄດ້.

ໃນ​ຕອນ​ເຊົ້າຂອງ​ວັນ​ພະຫັດ​ວານ​ນີ້ ​ຄະນະ​ຜູ້​ແທນ​ຂອງ​ປະທານາທິບໍດີ ​ໃນ​ເຂດອາ​ຟຣິກາ​
ຕາ​ເວັນ​ຕົກ​ໄດ້​ຍົກ​ເລີກ​ແຜນການ​ພົບ​ປະ​ກັບ​ພວກ​ຜູ້ນຳ​ທະຫານ ​ໃນ​ນະຄອນ​ຫຼວງ Bama-
ko ຂອງ​ມາລີ ​ເພື່ອ​ກົດ​ດັນ​ໃຫ້​ມີ​ການຕົກລົງ​ກັນ ​ກ່ຽວ​ກັບ​ການ​ຟື້ນຟູ​ການ​ປົກຄອງ​ດ້ວຍກົດ
ໝາຍ​ລັດຖະທຳ​ມະນູນ. ກຸ່ມ​ຈັດຕັ້ງ​ໃນ​ພູມີ​ພາກ​ດັ່ງກ່າວ ​ໄດ້​ເປີດ​ກອງ​ປະຊຸມ​ສຸກ​ເສີນ ທີ່​ນະ
ຄອນຫຼວງ Abidjan ​ແທນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ຮູ້ສຶກ​ເສຍ​ໃຈ​ ທີ່​ພວກ​ຜູ້ນຳ​ຂອງ ECO-
WAS ບໍ່​ສາມາດ​ພົບ​ປະ​ກັບ​ພວກ​ຜູ້ນຳ​ທະຫານ​ຂອງ​ປະ​ເທດ​ມາລີແຕ່​ກໍ​ຍັງຫວັງ​ວ່າ​ອາດຈະ
ສາມາດ​ມີ​ການ​ແກ້​ໄຂວິກິດ​ການ​ໂດຍ​ທາງ​ການ​ທູດ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ​ໄດ້ໂດຍໄວ.

XS
SM
MD
LG