ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງໃຫ້ພວກທະຫານທີ່ກໍ່ລັດຖະ
ປະຫານໃນປະເທດມາລີ ຈົ່ງປະຕິບັດຕາມຂໍ້ຕົກລົງທີ່ຕົນໄດ້ລົງນາມກັບພວກຜູ້ນໍາປະ
ເທດໃນທະວີບອາຟຣິກາຕາເວັນຕົກຢ່າງໄວ ເພື່ອໂອນອໍານາດຄືນໃຫ້ພວກຜູ້ນໍາພົນລະ
ເຮືອນນັ້ນ.
ຖະແຫຼງການສະບັບນຶ່ງຂອງສະຫະປະຊາຊາດທີ່ເປີດເຜີຍອອກໃນແລງວັນເສົາວານນີ້ກ່າວ
ວ່າ ທ່ານພັນກິມູນ ໄດ້ຮຽກຮ້ອງໃຫ້ພວກຜູ້ນໍາທະ ຫານໃຊ້ຄວາມຍັບຍັ້ງໃນການເຄື່ອນ
ໄຫວໃດໆ ທີ່ຈະບ່ອນທໍາລາຍເນື້ອໃນຕ່າງໆຂອງຂໍ້ຕົກລົງກັບບັນດາ 15 ສະມາຊິກຂອງ
ປະຊາຄົມເສດຖະກິດຂອງກຸ່ມປະເທດອາຟຣິກາຕາເວັນຕົກ ຫຼື ECOWAS ນັ້ນ.
ປະທານາທິບໍດີຊົ່ວຄາວຂອງມາລີ ເດີນທາງໄປຮອດນະຄອນຫຼວງບາມາໂກ ໃນວັນເສົາ
ວານນີ້. ທ່ານ Dioncounda Traore ອະດີດປະທານສະພາແຫ່ງຊາດມາລີ ທີ່ໄດ້ໄປລີ້
ໄພໃນຕ່າງປະເທດເປັນການຊົ່ວຄາວໃນປະເທດເພື່ອບ້ານ Burkina Faso ຈະດໍາລົງຕໍາ
ແໜ່ງ ປະທານາທິບໍດີຊົ່ວຄາວ ພ້ອມກັບລັດຖະບານໄລຍະຂ້າມຜ່ານ ໄປຈົນຮອດເວລາ
ມີການຈັດຕັ້ງການເລືອກຕັ້ງຂຶ້ນໃໝ່.
ນາຍຮ້ອຍເອກ Amadou Sanogo ຜູ້ນໍາການກໍ່ລັດຖະປະຫານ ໄດ້ກ່າວວ່າ ຄະນະຜູ້
ນໍາທະຫານຈະພາກັນລາອອກ ເພື່ອໃຫ້ຈັດຕັ້ງລັດຖະບານສາມັກຄີຊາດຊົ່ວຄາວຂຶ້ນ ເພື່ອ
ແລກກັບການນິລະໂທດກໍາ ແລະການຍົກເລີກການລົງໂທດດ້ານການຄ້າແລະອື່ນໆ ທີ່
ກຸ່ມ ECOWASໄດ້ປະກາດໃຊ້ກັບປະເທດມາລີ ທີ່ບໍ່ມີທາງອອກສູ່ທະເລນັ້ນ.
ຂໍ້ຕົກລົງເພື່ອຍຸດຕິການກໍ່ລັດຖະປະຫານທີ່ມີຂຶ້ນໃນວັນທີ 22 ມີນາຜ່ານມາ ແມ່ນໄດ້ບັນ
ລຸກັນໃນແລງວັນສຸກຜ່ານມານີ້.