ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຈັດປະຊຸມ ສຸກເສີນ ກ່ຽວກັບມາລີ (ເບິ່ງສະໄລດ໌ກັບວີດີໂອ)


ຮ້ອຍເອກ Amadou Sanogo (ຂ້າງຂວາ) ຫົວໜ້າລັດຖະປະຫານ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກອງບັນຊາ ການຂອງທ່ານທີ່ເມືອງ Kati, ມາລີ.
ວັນທີ 3 ເມສາ 2012.
ຮ້ອຍເອກ Amadou Sanogo (ຂ້າງຂວາ) ຫົວໜ້າລັດຖະປະຫານ ກ່າວຕໍ່ກອງປະຊຸມນັກຂ່າວທີ່ກອງບັນຊາ ການຂອງທ່ານທີ່ເມືອງ Kati, ມາລີ. ວັນທີ 3 ເມສາ 2012.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ສຸກ​ເສິນຂຶ້ນ​ກ່ຽວ​ກັບ​ມາລີ​ໃນ​ວັນ​ອັງຄານ​ມື້​ນີ້ ຂະນະ​ທີ່​ພວກ​ຜູ້​ນໍາ​ທະຫານ​ທີ່​ກໍ່​ລັດ​ຖະຫານ​ຂຶ້ນ​ຍັງ​ຄອງ​ອໍານາດ​ຢູ່ ​ແລະ​ພວກ​ປະ​ເທດ​ໃນ​ທະວີບອາ​ຟຣິກາຕາ​ເວັນ​ຕົກ​ໄດ້​ທໍາ​ການ​ລົງ​ໂທດ​ດ້ານ​ການ​ທູດ​ແລະ​ການ​ເງິນ​ຕໍ່​ປະ​ເທດ​ດັ່ງກ່າວ.

ບັນດາ​ຜູ້​ນໍາ​ຈາກ​ປະຊາ​ຄົມ​ເສດຖະກິດ​ຂອງ​ບັນດາ​ລັດ​ອາ​ຟຣິກາ​ຕາ​ເວັນ​ຕົກ ຫຼື ECOWAS ​ໄດ້ຕັດສິນ​ໃຈ​ໃນ​ວັນ​ຈັນ​ວານ​ນີ້ ອັດ​ຊາຍ​ແດນ​ທັງ​ໝົດ​ລະຫວ່າງ​ມາລີແລະ​ພວກ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ ​ແລະ​ຕັດ​ການສົ່ງ​ເງິນຕາໄປ​ຍັງ​ມາລີ ທີ່​ອາ​ໄສ​ທະນາຄານ​ກາງຂອງ​ພາກ​ພື້ນ​ນັ້ນ.

ອະດີດ​ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Olusegun Obasanjo ກ່າວ ຕໍ່​ວີ​ໂອ​ເອວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ກຸ່ມ ECOWAS ສາມາດ​ແກ້ໄຂ​ວິ​ກິດ​ການ​ນີ້​ໄດ້ ຊຶ່ງ​ທ່ານ​ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ຄວນ​ຈະ​ຊັກ​ຊວນ​ໃຫ້​ພວກ​ທະຫານ​ກັບ​ຄືນ​ເຂົ້າ​ຄ້າຍ​ຂອງ​ພວກ​ເຂົາ​ເຈົ້າ ຫຼັງ​ຈາກ​ນັ້ນ​ຫັນປ່ຽນໄປ​ສູ່​ການ​ເລືອກ​ຕັ້ງ ​ແລ​ະກັບ​ຄືນ​ສູ່​ລະບອບ​ປະຊາທິປະໄຕ.

ພວກ​ທະຫານ​ໄດ້​ຍຶດອໍານາດ​ຈາກປະທານາທິບໍດີ Amadou Touma-ni Toure ​ໃນ​ວັນ​ທີ 22 ມີນາ​ຜ່ານ​ມາ​ນີ້ ​ໂດຍ​ກ່າວ​ຫາ​ທ່ານ Toure ວ່າບໍ່​ອໍານວຍ​ຊັບພະຍາກອນ​ພຽງພໍ​ໃຫ້​ກອງທັບ​ເພື່ອ​ຍັບ​ຍັ້ງ​ພວກ​ກະບົດ Tuareg ນັ້ນ.

ພວກ​ກະບົດ​ທີ່​ປະກອບ​ອາວຸດ​ຢ່າງ​ໜັກ ຍົກຍ້າຍ​ເຂົ້າ​ໄປໃນ​ພາກ​ເໜືອ​ຂອງ​ມາລີ ຫຼັງຈາກ​ລີ​ເບຍ ຊຶ່ງ​ເປັນປະ​ເທດ​ເພື່ອນບ້ານ​ໄດ້​ແຕກ​ໄປ ​ແລະ​ໄດ້​ເລີ້ມ​ທໍາ​ການກໍ່ການ​ກະບົດ​ຂຶ້ນ​ໃນ​ກາງ​ເດືອນ​ມັງກອນ​ຕົ້ນ​ປີ​ນີ້. ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ Tuareg ​ໄດ້​ທໍາ​ຄວາມ​ພະຍາຍາມ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ຢາກປົກຄອງ​ຕົນ​ເອງ​ມາໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ.

XS
SM
MD
LG