ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດທີ່ມາລີ ກໍາລັງບຸກຄືບໜ້າ ເຂົ້າໄປໃນເມືອງ Timbuktu


 ຮ້ອຍເອກ Amadou Sanogo (ຂ້າງຊ້າຍ) ຫົວໜ້າກໍ່ລັດຖະປະຫານໃນມາລີ.
ວັນທີ 1 ເມສາ 2012D
ຮ້ອຍເອກ Amadou Sanogo (ຂ້າງຊ້າຍ) ຫົວໜ້າກໍ່ລັດຖະປະຫານໃນມາລີ. ວັນທີ 1 ເມສາ 2012D

ພວກທີ່ເຫັນເຫດການໃນມາລີກ່າວວ່າ ພວກກະບົດກໍາລັງທໍາຄວາມ ຄືບໜ້າເຂົ້າໄປຍັງ
ເມືອງປະວັດສາດ Timbuktu ແລະໄດ້ຍິນສຽງປືນຍິງຕໍ່ສູ້ກັນໃນຂົງເຂດດັ່ງກ່າວໃນ
ວັນອາທິດມື້ນີ້.

ເມືອງ Timbuktu ເປັນເມືອງສຸດທ້າຍຂອງ 3 ຫົວເມືອງໃນພາກເໜືອຂອງປະເທດທີ່
ຕົກເປັນເປົ້າໝາຍຂອງກຸມກະບົດ Tuareg.

ພວກກະບົດໄດ້ຍຶດເອົາເມືອງ Gao ໃນແລງວັນເສົາວານນີ້ ຫຼັງຈາກກອງທັບ​ມາລີ​ຢຸດ​
ການ​ຍິງ​ຕໍ່ສູ້​ກັນ​ເປັນ​ເວລາ 1 ມື້​ເຕັມ​ກັບ​ພວກ​ກະບົດ​ໂດຍສະແດງຄວາມ​ເປັນ​ຫ່ວງ​ນໍາ​
ຄວາມ​ປອດ​ໄພ​ຂອງ​ພົນລະ​ເຮືອນ.

ຮອຍ​ເອກ Amadou Sanogo ຫົວໜ້າ​ກອງທັບ​ມາລີ ອອກ​ຖະແຫຼ​ງ ການ​ສະບັບ​ນຶ່ງ
ທາງ​ໂທລະພາບ​ແຫ່ງ​ຊາດ ​ກ່າວ​ວ່າ ​ເມື່ອເບິ່ງ​ສະຖານະ​ການ​ຂອງ​ປະຊາຊົນ​ຢູ່​ໃກ້ໆ​ກັບ
ເຂດ​ສູ້​ລົບ​ກັນ​ແລ້ວ ພວກກໍາລັງ​ຂອງຝ່າຍກອງທັບຈຶ່ງ​ໄດ້​ຕັດສິນ​ໃຈ​ ເຊົາ​ທໍາ​ການ​ສູ້​ລົບ
ກັນ.

ກອງທັບໄດ້​ຖອນກໍາລັງ​ອອກ​ຈາກ​ຂົງ​ເຂດ​ນັ້ນ ຊຶ່ງ​ເຮັດ​ໃຫ້​ເມືອງ Gao ​ເປັນເມືອງ​ທີ
ສອງ​ທີ່​ພວກ​ກະບົດ Tuareg ໄດ້​ຍຶດ​ເອົາໃນຫວ່າງບໍ່ເທົ່າ ໃດມື້ຜ່ານມາ ຫຼັງຈາກ​ໄດ້
ຍຶດເອົາ Kidal ເມືອງຫຼວງຂອງແຂວງ​ໄປ​ແລ້ວ.

ຜູ້ສື່ຂ່າວວີໂອເອໃນປະເທດມາລີ ກ່າວໃນຕອນເຊົ້າວັນເສົາວານນີ້ວ່າ ພວກທີ່ເຫັນເຫດ
ການ ໄດ້ເຫັນພວກກະບົດ Tuareg ໃນລົດຫຼາຍ ຄັນທີ່ກໍາລັງແລ່ນເຂົ້າໄປໃນເມືອງ
Gao ໂດຍຖືທຸງ Azawad ຂອງພວກເຂົາເຈົ້າ. ໃນເວລານັ້ນ ສາມາດໄດ້ຍິນສຽງປືນ
ຍິງຕໍ່ສູ້ກັນຢ່າງໜັກ ແລະພວກທີ່ເຫັນເຫດການກ່າວວ່າ ພວກທະຫານຝ່າຍກອງທັບ
ໄດ້ເປີດ ສາກທໍາການຕອບໂຕ້ຄືນ ໂດຍໃຊ້ພວກເຮືອບິນເຮລີຄອບເຕີ. ພວກ ກະບົດ
ຍັງທໍາການຕໍ່ສູ້ຢູ່ໃກ້ໆກັບຄ້າຍທະຫານຕ່າງໆຂອງເມືອງນີ້ນໍາ.

ພວກກະບົດ Tuareg ໄດ້ເລີ້ມກໍ່ການກະບົດຂອງເຂົາເຈົ້າຂຶ້ນໃນກາງເດືອນມັງກອນ
ຕົ້ນປີນີ້ ​ໂດຍພາກັນໃຊ້ພວກອາວຸດທີ່ນໍາເຂົ້າມາໃນ ປະເທດຫຼັງຈາກລີເບຍ ປະເທດ
ເພື່ອນບ້ານຕົກໄປ. ພວກກະບົດຫົວແບ່ງແຍກດິນແດນ Tuareg ໄດ້ທໍາຄວາມພະ
ຍາຍາມແບ່ງແຍກປະເທດ ​ເພື່ອ​ປົກຄອງຕົນເອງມາໄດ້ຫຼາຍທົດສະວັດແລ້ວ.

XS
SM
MD
LG