ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຜູ້ນໍາທີ່ຖືກໂຄ່ນລົ້ມຂອງມາລີ ອອກມາຖະແຫລງ ຕໍ່ປະຊາຊົນ (ເບິ່ງວີດີໂອ)


ປະທານາທິບໍດີ Amadou Toure ທີ່ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕ
ຂອງປະເທດມາລີ ທີ່ຖືກທະຫານ ໂຄ່ນລົ້ມນັ້ນ
ປະທານາທິບໍດີ Amadou Toure ທີ່ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕ ຂອງປະເທດມາລີ ທີ່ຖືກທະຫານ ໂຄ່ນລົ້ມນັ້ນ

ໃນ​ທີ່​ສຸດ ທ່ານ Amadou Toumani Toure ຜູ້​ນໍາທີ່​ຖືກໂຄ່ນ​ລົ້ມຂອງ​ມາລີ ​ກໍໄດ້ອອກ​ມາປະກາດ​ໃຫ້​ປະຊາຊົນ​ຊາບ​ເມື່ອ​ວັນ​ພຸດ​ວານ​ນີ້​ ​ໂດຍ​ໃຫ້ ການ​ຢືນຢັນ​ຕໍ່​ມະ​ຫາ​ຊົນ​ຄືນ​ໃໝ່​ວ່າ ​ທ່ານ​ບໍ່​ໄດ້​ຖືກ​ກັກ​ຂັງ.

ໃນ​ການ​ສົນທະນາ​ທາງ​ໂທລະສັບ​ກັບ​ພວກ​ນັກ​ຂ່າວ​ຈາກ​ສະຖານ​ທີ່ໆ​ບໍ່​ເປີດ ​ເຜີຍ​ນັ້ນ ທ່ານ Toure ກ່າວ​ວ່າ ທ່ານ​ຍັງ​ຢູ່​ທີ່​ປະ​ເທດ​ມາລີ​ ​ແລະ​ບໍ່​ໄດ້​ຖືກ ຈັບ. ທ່ານ Toure ບອກ​ອົງການ​ຂ່າວ​ຝຣັ່ງວ່າ ທ່ານ​ຍັງ​ຢູ່​ໃນ​ເມືອງຫຼວງ Bamako ​ແລະ​ກ່າວ​ອີກ​ວ່າ ມັນ​ເປັນ​ການ​ສໍາຄັນ​ຫລາຍ​ທີ່​ວິ​ກິດ​ການ ດ້ານ ການ​ເມືອງຈະ​ສິ້ນ​ສຸດ​ລົງ​ແລ້ວ.

ທ່ານ Toure ຖືກໂຄ່ນລົ້ມ​ໃນການ​ກໍ່​ລັດຖະປະຫານ ​ເມື່ອ​ອາທິດ​ຜ່ານ​ມາ ​ແລະທ່ານຫຼົບລີ້​ຢູ່​ບ່ອນໃດ​ນັ້ນ ກໍ​ບໍ່​ມີ​ໃຜ​ຮູ້ ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ຊຶ່ງ​ພາ​ໃຫ້​ມີ ຄວາມຢ້ານກົວ​ວ່າ ພວກ​ທະຫານ​ທີ່​ໂຄ່ນ​ລົ້ມ​ທ່ານ​ນັ້ນ​ໄດ້​ຄວບ​ຄຸມ​ຕົວ​ທ່ານ ໄວ້. ພວກ​ທະຫານ​ກ່າວ​ຫາ​ປະທານາທິບໍດີ Toure ວ່າ​ ທ່ານ​ປະຕິບັດ ການ​ບໍ່​ຖືກຕ້ອງໃນ​ການຮັບ​ມື​ກັບ​ການ​ກໍ່ກະບົດຂອງ​ພວກ​ຊົນ​ເຜົ່າ Tuareg ​ໃນ​ເຂດ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ພວກ​ທະຫານ​ທີ່ໄດ້ໂຄ່່ນ​ລົ້ມ​ທ່ານ Toure ຜູ້ນຳ​ທີ່​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະຊາທິປະ​ໄຕຂອງ​ປະ​ເທດ​ນັ້ນ ​ໄດ້​ຖືກ​ຕໍາໜິຕິຕຽນ​ຢ່າງ​ໃຫຍ່​ຈາກ​ນາໆ​ຊາດ ​ໃນການ​ຍຶດອໍານາດຂອງ​ພວກ​ເຂົາ​ເ​ຈົ້ານັ້ນ.

ປະຊາ​ຄົມ​ເສດຖະກິດຂອງ​ລັດ​ອາ​ຟຣີິກາ​ຕາ​ເວັນ​ຕົກ ຫລື ECOWAS ຂູ່​ທີ່ ຈະ​ລົ​ງ​ໂທດ​ລັດຖະບານ​ທະຫານ​ແລະ​ອາດ​ໃຊ້​ກໍາລັງ​ທະຫານ​ເຂົ້າ​ໂຈມ​ຕີຖ້າ ເຫັນ​ວ່າ​ຈໍາ​ເປັນ.

ກຸ່ມ ​ECOWAS ກ່າວວ່າ ຕົນ​ຈະ​ສົ່ງ​ຢ່າ​ງໜ້ອຍ​ປະມຸກຈາກ​ຫ້າ​ປະ​ເທດໄປ​ຍັງ​ມາລີ​ໃນ​ວັນ​ພະຫັດ​ມື້​ນີ້​ ເພື່ອ​ເຈລະຈາ​ຕໍ່​ຮອງ​ກ່ຽວ​ກັບ​ການ​ກັບ ຄືນ​ສູ່​ອຳ ນາດ​ທ່ານ Toure ​ແລະລັດຖະບານ​ຂອງ​ທ່ານ ​.​ໃນ​ວັນ​ອັງຄານຜ່ານ​ມາ ນີ້ກຸ່ມດັ່ງກ່າວ​ເວົ້າວ່າ ຕົນ​ຕຽມ​ກໍາລັງ​ຮັກສາ​ສັນຕິພາບ​ເພື່ອຈະ​ສົ່ງ​ໄປ​ປະຕິ ບັດ​ການ​ໄວ້​ແລ້ວ.

XS
SM
MD
LG