ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ECOWAS ຂູ່ຈະລົງໂທດ ແລະໃຊ້ກໍາລັງ ຕໍ່ພວກທະຫານ ໃນມາລີ


ຊາວມາລີທີ່ອາໃສຢູ່ໃນປະເທດ Ivory Coast ປະທ້ວງການກໍ່ລັດຖະປະຫານ ໃນປະເທດມາລີ
ຊາວມາລີທີ່ອາໃສຢູ່ໃນປະເທດ Ivory Coast ປະທ້ວງການກໍ່ລັດຖະປະຫານ ໃນປະເທດມາລີ

ກຸ່ມປະຊາ​ຄົມ​ເສດຖະກິດ​ຂອງ​ບັນດາ​ລັດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ຫຼື ECO- WAS ກໍາລັງ​ຂູ່​ທີ່​ຈະລົງ​ໂທດ ​ແລະ​ຕອບ​ໂຕ້​ດ້ວຍ​ກໍາລັງ​ທະຫານ​ທີ່​ອາດ​ເປັນ​ໄປ​ໄດ້ ຕໍ່​ການກໍ່​ລັດຖະປະຫານ​ຂອງພວກ​ທະຫານທໍລະ​ຍົດ​ເມື່ອ​ອາ ທິດ​ຜ່ານ​ມາ ​ທີ່​ປະ​ເທດ​ມາລີ​ນັ້ນ.

ກຸ່ມ ECOWAS ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້ວ່າ ຕົນ​ຈະ​ສົ່ງ​ຜູ້ຕາງໜ້າ​ຄະນະ​ນຶ່ງ​ຂອງຕົນ
ທີ່ ປະກອບ​ດ້ວຍປະມຸກ​ຂອງຢ່າງ​ໜ້ອຍ ​5 ​ປະ​ເທດ​ ໄປ​ຍັງ​ມາລີ ພາຍ​ໃນ 48 ຊົ່ວ​ໂມງ​ນີ້
ເພື່ອ​ພະຍາຍາມ​ເຈລະຈາ​ຕໍ່​ຮອງ ​ໃຫ້​ປະ​ເທດ​ດັ່ງກ່າວກັບ​ຄືນ​ໄປ​ສູ່​ການປົກຄອງຕາມ​ລັດຖະ
ທໍາ​ມະນູນ ​ແລະ​ຄະນະ​ນຳພາ​ຂອງ​ປະ​ເທດທີ່ໄດ້​ຮັບ​ການ​ເລືອກ​ຕັ້ງມາ​ນັ້ນ. ບັນດາປະ​ເທດ
ສະມາຊິກ​ຂອງ​ກຸ່ມກ່າວ​ວ່າ ພວກ​ເຂົ​າ​ເຈົ້າຈະ​ພິຈາລະນາ​ເບິ່ງທາງ​ເລືອກ​ໝົດ​ທຸກ​ຢ່າງ​ເພື່ອ​
ຍຸຕິ​ວິ​ກິດ​ການ ​ແລະ​ເວົ້າ​ອີກ​ວ່າ ກໍາລັງ​ຮັກສາ​ສັນຕິພາບ​ແມ່ນ​ຢູ່​ໃນ​ທ່າ​ຕຽມ​ພ້ອມ ​ທີ່​ຈະ​ຖືກ
ສົ່ງ​ໄປ​ປະຕິບັດ​ການ​ໃນ
ປະ​ເທດ​ດັ່ງກ່າວ.

ທ່ານ Sonny Ugoh ​ໂຄສົກ​ຂອງ​ກຸ່ມ ECOWAS ບອກ​ວີ​ໂອ​ເອວ່າ ບັນດາ​ຜູ້​ນໍາ​ຂົງ​ເຂດ​ຢາກ​ຈະ​ເຕືອນ​ວ່າ ​ການ​ກໍ່​ລັດຖະປະຫານ​ນັ້ນ​ຈະ​ບໍ່​ມີ​ການ​ຜ່ອນ​ຜັນ​ເດັດຂາດ. ​ໂຄ​ສົກກ່າວ​ອີ​ກວ່າ ກຸ່ມ​ປະ​ເທດ​ໃນ​ຂົງ​ເ​ຂດ​ເຊື່ອ​ວ່າ ​ຝ່າຍ​ກໍ່​ລັດຖະປະຫານ​ຈະ​ຍິນ​ຍອມພາຍ​ໃຕ້​ຄວາມ​ກົດ​ດັນ.

ຜູ້​ນໍາ​ລັດຖະປະຫານ ປະກາດ​ໃຊ້​ລັດຖະທໍ​າມະນູນ​ສະບັບ​ໃໝ່​ ເມື່ອ​ວັນ​ອັງ ຄານວານ​ນີ້. ເອກ​ະສານ​ດັ່ງກ່າວ​ ທີ່​ອ່ານ​ໃຫ້​ປະຊາຊົນ​ຊາບ ​ຜ່ານໂທລະ ພາບແຫ່ງຊາດ ແມ່ນ​ໂຮມ​ທັງພວກ​ກົດໝາຍ​ທີ່​ພິທັກ​ປົກ​ປ້ອງ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ​ກ່າວ​ວ່າ ​ພວກທະຫານ​ຈະ​ບໍ່​ມີ​ສິດ​ເຂົ້າສະໝັກ​ໃນ​ການ​ເລືອກ​ຕັ້ງ.

ທ່ານ Peter Henry Balerin ຮອງ​ເອກ​ອັກຄະ​ລັດຖະທູດ ຂອງສະຫະລັດ ​ບອກ​ວີ​ໂອ​ເອວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ຮ້ອຍ​ເອກ Amadou Sanogo ຜູ້​ນໍາ​ລັດຖະປະຫານ ​ໂດຍ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ຈົ່ງ​ໂອນ​ອໍານາດໃນ​ທັນທີ​ຄືນໃຫ້​ແກ່​ບັນດາຜູ້​ນໍາ​ທີ່​ຖືກ​ເລືອກ​ຕັ້ງ​ຂອງ​ມາລີ ​ແລະ​ອະນຸຍາດ​ໃຫ້​ທໍາ​ການ​ເລືອກ​ຕັ້ງ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້.

XS
SM
MD
LG