ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາລີ ກໍາລັງນັບ ບັດຄະແນນເລືອກຕັ້ງ ປະທານາທິບໍດີ (ສະໄລດ໌/ວີດີໂອ)


ກໍາມະການເລືອກຕັ້ງ ໃນມາລີ ກໍາລັງນັບບັດລົງຄະແນນສຽງ
ກໍາມະການເລືອກຕັ້ງ ໃນມາລີ ກໍາລັງນັບບັດລົງຄະແນນສຽງ
ການ​ນັບ​ບັດ​ຄະ​ແນນ​ສຽງ ​ໃນ​ປະ​ເທດ Mali ​ກໍາລັງ​ດໍາ​ເນີນ​ໄປ
ຈາກ​ການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ ຮອບສຸດ​ທ້າຍ ​ເພື່ອ​ເລືອກ
ເອົາ​ຜູ້​ຈະ​ມານໍາ​ພາປະ​ເທດ ​ໃນ​ຂະນະ​ທີ່ ມາລີ​ຊອກ​ຫາ​ຊ່ອງ​ທາງ
ເອົາ​ໂຕ​ເອງ ອອກ​ຈາກ ຄວາມ​ບໍ່​ສະຫງົບ​ ​ແລະ​ຄວາມ​ວຸ້ນວາຍ​
ທາງ​ການ​ເມືອງ ທີ່​ມີ​ມາເປັນ​ເວລາ 18 ​ເດືອນນັ້ນ.

ບັນດາ​ຜູ້​ປ່ອນ​ບັດ​ໄດ້​ພາກັນລົງ​ຄະ​ແນນ​ສຽງຂອງ​ເຂົາ​ເຈົ້າ​ ໃນ​ວັນ​
ອາທິດວານ​ນີ້ ​ແລະ​ກະຊວງ​ປົກຄອງ​ດິນ​ແດນ​ຂອງ​ມາລີ ກ່າວ​ວ່າ
ຕົນຈະ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ຊົ່ວຄາວ ​ໂດຍ​ເຕັມ ​ໃນ​ວັນ​ພຸດ
​ຈະ​ມາ​ເຖິງ​ນີ້.

ການ​ເລືອກ​ຕັ້ງ​ຮອບ​ນີ້​ແມ່ນ​ເປັນ​ການ​ແຂ່ງຂັນ​ກັນ​ລະຫວ່າງ ອະ
​ດີດ​ນາຍົກລັດຖະ ມົນຕີ Ibrahim Boubacar Keita ​ກັບ​ອະ
​ດີດລັດຖະມົນ​ຕີ​ການ​ເງິນ Soumalia Cisse ຫລັງ​ຈາກ​ບໍ່ມີຜູ້​
ສະໝັກ​ຄົນ​ໃດ​ໄດ້​ຮັບຄະ​ແນນ​ສຽງ​ພຽງພໍ​ ໃນການ​ເລືອກ​ຕັ້ງ​
ຮອບທໍາ​ອິດ ​ເມື່ອ​ເດືອນ​ແລ້ວ​ນີ້​. ທ່ານ Keita ​ໄດ້​ຮັບ​ເກືອບ 40
​ເປີ​ເຊັນຂອງບັດຄະ​ແນນ​ສຽງໃນການ​ເລືອກ​ຕັ້ງຄັ້ງ​ວັນທີ 28 ​
ເດືອນ​ກໍລະ ກົດນັ້ນ ​ໃນ​ຂະນະ​ທີ່ ທ່ານ Cisse ​ໄດ້​ຮັບ​ປະ​ມານ 20 ​ເປີ​ເຊັນ.


ຫົວໜ້າທິມສັງ​ເກ​ດການເລືອກ​ຕັ້ງຈາກສະຫະພາບ​ຢູ​ໂຣບ ທ່ານ Louis Michel ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງໃນ​ວັນ​ອາທິດວານ​ນີ້ “ເປັນ​ໄປ​ດ້ວຍ​ດີ” ​ແລະບັນດາ​ຜູ້​ສັງ​ເກດ​ການ​ຂອງ​ທ່ານ ບໍ່ໄດ້ເຫັນຮ່ອງຮອຍ ​ທີ່​ໜ້າສົງໄສ​ໃດໆ.

mali
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG