ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ມາລີ ຢືນຢັນວ່າ ມີການຕິດເຊື້ອໄວຣັສ ອີໂບລາ ໃໝ່ອີກ ກໍລະນີນຶ່ງ


ພວກພະນັກງານສະທາລະນະສຸກ ສີດຢາຂ້າເຊື້ອປ້ອງກັນພະຍາດ ອອ້ມໂບດແຫ່ງນຶ່ງ ໃນເມືອງ Bamako ປະເທດມາລີ ວັນທີ 14ພະຈິກ 2014

ມາລີ ​ຢືນຢັນ​ວ່າ​ ມີ​ການຕິດເຊື້ອ​ໄວຣັສອີ​ໂບລາໃໝ່​ເກີດ​ຂຶ້ນ​ອີກ
ກໍລະນີນຶ່ງ​ ​ແລະ​ກ່າວ​ຕື່ມ​ວ່າ ມີ​ຄົນ​ເຈັບ​ອີກ​ສອງ​ຄົນ​ກຳລັງ​ຖືກ
​ກວດຫາ​ເຊື້ອ​ໄວຣັສດັ່ງກ່າວຢູ່.

ລັດຖະບານມາລີ​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຄົນ​ເຈັບ​ຄົນ​ນຶ່ງ​ໄດ້​
ຖືກກວດ​ເຫັນ​ວ່າ​ມີ​ເຊື້ອ​ໄວຣັສດັ່ງກ່າວ ​ແລະ​ໄດ້​ຖືກ​ກັກ​ໃຫ້​ຢູ່​ຫ້ອງ
​ນຶ່ງ​ຕ່າງຫາກ ​ແລະ​ກຳລັງ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ຮີບ​ດ່ວນ. ມາລີ​
ກຳລັງ​ຕິດຕາມ​ເບິ່ງ​ປະຊາຊົນ​ຈຳນວນ​ຫຼາຍ​ກວ່າ 300 ຄົນ​ທີ່​ໄດ້
​ຈັບບາຍ​ຫຼື​ສຳຜັດ​ກັບ​ພວກ​ຄົນ​ເຈັບ​ທີ່​ຕິດ​ເຊື້ອ​ອີ​ໂບລາ ​ໃນ​ຄວາມ​
ພະຍາຍາມ​ເພື່ອ​ຈຳກັດ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສດັ່ງກ່າວ
​ອອກ​ໄປ​ອີກ. ຄົນ​ຕິດ​ເຊື້ອ​ໄວຣັສດັ່ງ ກ່າວ 7 ລາຍແມ່ນໄດ້​ຮັບ​ການ
​ຢືນຢັນ​ໃນ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແລະ​ພວກ​ຄົນ​ເຈັບ​ເຫຼົ່າ​ນີ້​ທັງ​ໝົດ ນອກຈາກ​ພວກ​ທີ່​ຕິດ​ເຊື້ອ​ໄວຣັສ​ໃໝ່ໆໄດ້​ເສຍ​ຊີວິດ​ໄປ.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ການລະບາດ​ຂອງ​ເຊື້ອ​ອີ​ໂບລາ​
ໄດ້​ເພີ້​ມຂຶ້ນ​ເປັນ 5459 ຄົນ​ແລ້ວ​ຈາກ​ຈຳນວນ​ຜູ້​ທີ່ໄດ້​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ທັງ​ໝົດ 15 ພັນ​ກວ່າ​ຄົນ​ນັ້ນ. ພວກ​ທີ່​ຕິດ​ເຊື້ອ​ໄວຣັສດັ່ງກ່າວ ​ເກີດ​ຂຶ້ນ​ຢູ່​ໃນ 8 ປະ​ເທດ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ເກີດຂຶ້ນ​ໃນ 3 ປະ​ເທດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ອັນມີ​ປະ​ເທດກີ​ນີ ​ໄລ​ເບ​ເຣຍ ​ແລະ Sierra Leone.

​ໃນ​ວັນ​ເສົາ​ວານ​ນີ້ ມີ​ພວກ​ອາສາ​ສະໝັກ​ປະມານ 30 ຄົນ​ຈາກ​ພະ​ແນ​ກສາທາລະນະ
​ສຸກ​ແຫ່ງ​ຊາດ​ອັງກິດ ​ໄດ້​ເດີນທາງ​ມຸ້ງ​ໜ້າ​ໄປ​ສູ່ Sierra Leone ​ເພື່ອ​ໄປ​ຊ່ອຍ​ຕໍ່ສູ້ເຊື້ອ
​ອີ​ໂບລາ. ພວກ​ອາສາ​ສະໝັກ​ເຫຼົ່າ​ນີ້ ​ແມ່ນຮວມທັງ​ພວກ​ທ່ານໝໍ ​ແລະ​ນາງພະຍາບານ
ທີ່​ຈະ​ໄດ້​ຮັບ​ການ​ເຝິກ​ແອບເປັນ​ເວລາ​ນຶ່ງ​ສັບປະດາ ກ່ອນ​ຈະ​ຖືກ​ສົ່ງ​ໄປ​ປະຈຳ​ຢູ່​ສູນ​ປິ່ນ
ປົວໂຣກອີ​ໂບລາ​ແຫ່ງ​ຕ່າງໆ ທີ່​ອັງກິດ​ເປັນ​ຜູ້​ສ້າງ​ຂຶ້ນ​ໃນ​ທົ່ວ Sierra Leone ນັ້ນ.

EBOLA VOSOT
please wait
Embed

No media source currently available

0:00 0:00:32 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG