ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ ໃນພາກເໜືອ ມາລີ ປະທ້ວງ ກົດໝາຍ ສາສະໜາອິສລາມ


ທຸງຂອງກຸ່ມມຸສລິມຫົວຮຸນແຮງ Ansar Dine ໃນພາກເໜືອປະເທດມາລີ
ທຸງຂອງກຸ່ມມຸສລິມຫົວຮຸນແຮງ Ansar Dine ໃນພາກເໜືອປະເທດມາລີ

ພວກ​ປະ​ທ້ວງໃນ​ເຂດ Timbuktu ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ມາລີ ໄດ້​ປະ​ເຊີນໜ້າ​ກັບ​ພວກ​
ມຸສລິ​ມຫົວ​ຮຸນ​ແຮງ​ທີ່​ພະຍາຍາມ​ຈະ​ບັງຄັບໃຫ້​ມີ​ການ​ນຳໃຊ້​ກົດໝາຍ​ສາສະໜາອິສລາມ​ທີ່​ເຄັ່ງ
​ຄັດຢູ່​ໃນ​ເຂດ​ດັ່ງກ່າວຂອງ​ປະ​ເທດ.

ພວກ​ທີ່​ເຫັນ​ເຫດ​ການ​ຢູ່​ເມືອງ Goundam ​ເວົ້າວ່າ ການ​ປະ​ທ້ວງ​ໄດ້ເລີ່​ມຂຶ້ນ​ໃນວັນ​ສຸກ​ວານ
​ນີ້ຫຼັງຈາກ​ສະມາຊິກ​ຂອງ​ກຸ່ມຫົວ​ຮຸນ​ແຮງ Ansar Dine ​ໄດ້​ທຸບ​ຕີແມ່ຍິງ​ຄົນ​ນຶ່ງທີ່​ບໍ່​ໃສ່​ຜ້າຄຸມ
​ຫົວ ​ເຮັດ​ໃຫ້​ລູກ​ນ້ອຍ​ຂອງ​ນາງ​ໄດ້​ຮັບ​ບາດ​ເຈັບ​ສາຫັດ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກເດີນ​ຂະ​ບວນ​ໄດ້​ພາກັນ​ໄປ​ອ້ອມວັດ​ແຫ່ງ​ນຶ່ງ
​ຂອງ​ສາສະໜາ​ອິສລາມ​ໃນ​ເຂດ​ທ້ອງ​ຖິ່ນ ​ເພື່ອ​ຂັດຂວາງ​ບໍ່​ໃຫ້​ພວກຫົວ​ຮຸນ​ແຮງໄປ​ຮ່ວມ​ພິທີ​
ສູດ​ມົນ​ພາວະນາ​ໃນ​ມື້ວານ​ນີ້.

​ເຂົາ​ເຈົ້າ​ເວົ້າວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ຍິງ​ປືນ​ຂຶ້ນຟ້າ ໃນ​ລະຫວ່າງ​ທີ່​ມີ​ການເດີນຂະບວນປະ​
ທ້ວງ ​ເພື່ອ​ພະຍາຍາມ​ຂັບ​ໄລ່​ຝູງ​ຊົນ​ໃຫ້​ແຕກ​ພ່າຍ​ໜີ. ຊາວບ້ານ​ຄົນ​ນຶ່ງກ່າວ​ວ່າ ສະຖານະ
​ການ​ໄດ້​ງຽບ​ສະຫງົບ​ລົງ​ແດ່​ແລ້ວ ​ແຕ່​ກໍ​ຍັງ​ເຄັ່ງ​ຕຶງ​ຢູ່ ​ໃນ​ຕອນ​ແລງ​ຂອງ​ມື້ວານ​ນີ້.

XS
SM
MD
LG