ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີຄົນເສຍຊີວິດ ຢ່າງໜ້ອຍ 2 ຄົນ ໃນການໂຈມຕີ ບ້ານພັກ ຕາກອາກາດ ໃນປະເທດ ມາລີ


ແຜນທີ່ປະເທດ ມາລີ.
ແຜນທີ່ປະເທດ ມາລີ.

ສອງຄົນໄດ້ຖືກຂ້າຕາຍ ໃນການໂຈມຕີ ຢູ່ທີ່ຣີສອດຕາກອາກາດ ແຫ່ງນຶ່ງ ໃນນະຄອນ
ຫຼວງ ຂອງປະເທດມາລີ ອີງຕາມການຖະແຫລງ ຂອງໂຄສົກ ກະຊວງຮັກສາຄວາມ
ປອດໄພ ທ່ານນຶ່ງ ໃນວັນອາທິດວານນີ້.

ທ່ານ Baba Cisse ໂຄສົກ ກະຊວງຮັກສາຄວາມປອດໄພ ກ່າວວ່າ “ຜູ້ເຄາະຮ້າຍຄົນ
ທຳອິດ ແມ່ນເປັນຄົນສັນຊາດຝຣັ່ງ ເຊື້ອສາຍກາບົງ. ພວກເຮົາກຳລັງຢືນຢັນ ສັນຊາດ

ຂອງຜູ້ເຄາະຮ້າຍອີກຄົນນຶ່ງຢູ່.”

ພວກມືປືນໄດ້ຈູ່ໂຈມ Le Campement Kangaba ຢູ່ໃນເຂດ Dougourakoro ຊຶ່ງ
ເປັນຣີສອດ ທີ່ຊາວຕາເວັນຕົກນິຍົມພາກັນໄປ ແລະໄດ້ຈັບເອົາພວກຄົນບາງສ່ວນໄປ
ເປັນໂຕປະກັນ.

ກອງກຳລັງຂອງອົງການສະຫະປະຊາຊາດ ແລະ ມາລີ ໄດ້ຄວບຄຸມພື້ນທີ່ໄວ້ໄດ້ແລ້ວ.

ໃນຄັ້ງນຶ່ງ ພວກຫົວຮຸນແຮງດ້ານສາສະໜາ ຢູ່ໃນມາລີ ໄດ້ຖືກຈຳກັດ ໃຫ້ຢູ່ໃນພື້ນທີ່ທາງ
ພາກເໜືອເທົ່ານັ້ນ ເຖິງຢ່າງນັ້ນກໍຕາມ ໃນສອງສາມປີບໍ່ດົນມານີ້ ພວກນັກລົບເພື່ອສາ
ສະໜາ ຫຼື ຈີຮາດ ໄດ້ຂະຫຍາຍຄວາມຮຸນແຮງອອກໄປຕື່ມອີກ ໃນພາກໃຕ້ຂອງປະເທດ.
ເມື່ອເດືອນພະຈິກ ປີ 2015, 22 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີ ຢູ່ທີ່ໂຮງແຮມ
Radisson Blu ໃນເຂດຫລູຫລາຂອງນະຄອນຫຼວງ Bamako.

ສອງກຸ່ມຢູ່ໃນຂົງເຂດ ຄື ກຸ່ມອິສລາມ al-Qaida ຢູ່ຂົງເຂດທາງພາກຕາເວັນຕົກ ຂອງ
ອາຟຣິກາເໜືອ ຫຼືເອີ້ນວ່າ Maghreb ແລະ ກຸ່ມ al-Mourabitoun ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ ໃນປີ 2015.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG