ອົງການສະຫະປະຊາດກ່າວວ່າ ພວກມືປືນ ທີ່ໂຈມຕີພວກເຈົ້າໜ້າທີ່ຮັກສາສັນຕິພາບ
ຂອງອົງການສະຫະປະຊາດ ທີ່ປະຕິບັດໜ້າທີ່ ຢູ່ເມືອງ Timbuktu ໃນພາກເໜືອຂອງ
ປະເທດມາລີ ໄດ້ສັງຫານ 7 ຄົນ.
ເຈົ້າໜ້າທີ່ອົງການສະຫະປະຊາດ ກ່າວວ່າ ພວກທີ່ເສຍຊີວິດແມ່ນຮວມທັງ ພວກຍາມ
ຊາວມາລີ 5 ຄົນ ສາລະວັດທະຫານຄົນນຶ່ງ ແລະພະນັກງານສັນຍາຈ້າງຊາວມາລີອີກ
1 ຄົນ ທີ່ເຮັດວຽກໃຫ້ອົງການສະຫະປະຊາດ.
ພວກເຂົາເຈົ້າກ່າວວ່າ ພວກມືປືນທັງ 6 ຄົນ ກໍໄດ້ຖືກສັງຫານເຊັ່ນກັນ ໂດຍກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາດ ໃນການໂຈມຕີໃນຕອນບ່າຍຂອງວັນຈັນວານນີ້.
ຄວາມຮຸນແຮງນີ້ ມີຂຶ້ນຫຼັງຈາກໄດ້ມີການໂຈມຕີຢູ່ອີກບ່ອນນຶ່ງ ໃນວັນຈັນວານນີ້
ຊຶ່ງພວກມືປືນໄດ້ຍິງເຂົ້າໃສ່ເຈົ້າໜ້າທີ່ຮັກສາສັນຕິພາບຂອງອົງການສະຫະປະຊາດ
ແລະກອງກຳລັງມາລີ ໃນເມືອງ Douentza ທາງພາກກາງຂອງປະເທດ. ເຈົ້າໜ້າທີ່
ຮັກສາສັນຕິພາບຂອງອົງການສະຫະປະຊາດຄົນນຶ່ງ ແລະທະຫານມາລີນຶ່ງຄົນ ໄດ້ຖືກ
ສັງຫານໃນການໂຈມຕີດັ່ງກ່າວ.
ເລຂາທິການໃຫຍ່ຂອງອົງການສະຫະປະຊາດ ທ່ານ Antonio Guterres ໄດ້ປະນາມ
ການໂຈມຕີດັ່ງກ່າວ ແລະເວົ້າວ່າ ການໂຈມຕີເຫຼົ່ານີ້ອາດຈະເປັນການກໍ່ອາຊະຍາກຳສົງ ຄາມພາຍໃຕ້ກົດໝາຍນາໆຊາດ.
ຍັງບໍ່ທັນມີກຸຸ່ມໃດອອກມາອ້າງຄວາມຮັບຜິດຊອບ ໃນການໂຈມຕີໃນວັນຈັນວານນີ້ເທື່ອ
ແຕ່ເຖິງຢ່າງໃດກໍຕາມ ພວກຫົວຮຸນແຮງອິສລາມ ມັກແນເປົ້າໝາຍໃສ່ເຈົ້າໜ້າທີ່ຮັກສາ
ສັນຕິ ພາບຂອງອົງການສະຫະປະຊາດ ໃນມາລີ. ມີເຈົ້າໜ້າທີ່ຮັກສາສັນຕິພາບຂອງ
ອົງການສະຫະປະຊາດ ຫຼາຍກວ່າ 100 ຄົນ ໄດ້ຖືກສັງຫານ ໃນມາລີ ຊຶ່ງຖືວ່າເປັນການ
ໂຈມຕີທີ່ຮ້າຍແຮງສຸດ ຕໍ່ການປະຕິບັດງານຮັກສາສັນຕິພາບຂອງອົງການສະຫະປະຊາດ
ໃນປີ 2016.
ກຳລັງຮັກສາສັນຕິພາບຊຂອງອົງການສະຫະປະຊາດ ພ້ອມທັງກອງກຳລັງຂອງຝຣັ່ງ
ໄດ້ເຂົ້າໄປໃນມາລີ ເພື່ອຊ່ວຍປະເທດດັ່ງກ່າວ ຮັບມືກັບການກໍ່ກະບົດຂອງພວກອິສລາມ
ໃນພາກເໜືອຂອງປະເທດ. ກຸ່ມຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງ Al-Qaida
ໄດ້ເຂົ້າຢຶດຄອງພາກເໜືອຂອງປະເທດມາລີ ເປັນເວລາສັ້ນໆ ໃນປີ 2012 ຫຼັງຈາກທີ່
ໄດ້ມີການກໍ່ລັດຖະປະຫານທີ່ປະສົບກັບຄວາມລົ້ມແຫຼວໃນນະຄອນ Bamako ນັ້ນ.
ກຸ່ມຫົວຮຸນແຮງ ໄດ້ຂະຫຍາຍຕົວອອກໄປທາງພາກໃຕ້ຂອງມາລີ ຕາມຊາຍແດນທີ່
ຕິດກັບ ປະເທດ Burkina Faso.