ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາກົນເວົ້າວ່າ ຈະຊ່ວຍເຫລືອ ມາລີ 4 ພັນ 200 ລ້ານໂດລາ (ວີດິໂອ)


ທ່ານ Jose Manuel Barroso (ຂວາ) ປະທານສະຫະພາບຢູໂຣບ ແລະທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວຂອງມາລີ ກ່າວຕໍ່ກອງປະຊຸມ ຖະແຫລງຂ່າວ ລຸນຫລັງທີ່ມີກອງປະຊຸມທີ່ຈັດຂຶ້ນໃນສໍານັກງານໃຫຍ່ ຂອງສະຫະພາບຢູໂຣບ ທີ່ເມືອງ Brussels ປະເທດ Belgium ໃນວັນທີ 14 ພຶດສະພາ 2013.
ທ່ານ Jose Manuel Barroso (ຂວາ) ປະທານສະຫະພາບຢູໂຣບ ແລະທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວຂອງມາລີ ກ່າວຕໍ່ກອງປະຊຸມ ຖະແຫລງຂ່າວ ລຸນຫລັງທີ່ມີກອງປະຊຸມທີ່ຈັດຂຶ້ນໃນສໍານັກງານໃຫຍ່ ຂອງສະຫະພາບຢູໂຣບ ທີ່ເມືອງ Brussels ປະເທດ Belgium ໃນວັນທີ 14 ພຶດສະພາ 2013.
ບັນດາປະ​ເທດ​ແລະອົງການໃຫ້ການຊ່ວຍເຫລືອສາກົນໄດ້
ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ເງິນຊ່ວຍເຫລືອແກ່ປະເທດມາລີ
4 ພັນ 200 ລ້ານໂດລາ ເພື່ອບູລະນະສ້າງສາປະເທດຄືນ​
ໃໝ່ ລຸນຫລັງທີ່​ໄດ້​ເກີດບັນຫາຂັດແຍ້ງກັບກຸ່ມອິສລາມຫົວ
ຮຸນແຮງ.

ເງິນຈຳນວນດັ່ງກ່າວ ແມ່ນເກີນ​ໂຕ​ເລກຄາດໝາຍ 2 ພັນ
500 ລ້ານໂດລາທີ່ ມາລີໄດ້ຂໍຄວາມຊ່ວຍເຫລືອ ເພື່ອໃຫ້
ພຽງພໍໃຊ້ຈ່າຍເຂົ້າໃນສ່ວນໃດນຶ່ງຂອງ ແຜນການຟື້ນຟູລັດ
ຖະບານແລະສະຖາບັນດ້ານ​ຄວາມ​ໝັ້ນຄົງຕະຫຼອດທັງໂຄງ ການກໍ່ສ້າງໂຄງລ່າງພື້ນຖານດ້ານອື່ນໆນຳ​ດ້ວຍ.

ໃນຕອນເລີ້ມຕົ້ນກອງປະຊຸມທີ່ນະຄອນ Brussels ໃນວັນພຸດວານນີ້, ທ່ານ Laurent
Fabius ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ໄດ້ຊຸກຍູ້ໃຫ້ບັນດາປະ​ເທດ​ແລະ
ອົງການໃຫ້ທຶນສາກົນ ຈົ່ງພາກັນໃຫ້ເງິນຊ່ວຍເຫລືອມາລີ ໂດຍເວົ້າວ່າ ມີຄວາມຕ້ອງ
ການເງິນດັ່ງກ່າວ ເພື່ອຄໍ້າປະກັນສັນຕິພາບ ແລະສະຖຽນລະພາບຂອງມາລີ.

ທ່ານກ່າວ ເພີ້ມເຕີມວ່າ:
“ການພັດທະນາແມ່ນຕ້ອງການເງິນ ແລະມື້ນີ້ແມ່ນກອງປະຊຸມທີ່ເປັນໂຄງ
ການລິເລີ້ມຂອງສະຫະພາບຢູໂຣບ, ຝຣັ່ງ ແລະມາລີ ໄດ້ຮັບຄໍາໝັ້ນສັນຍາ
ຈາກປະຊາຄົມສາກົນ ເພື່ອປະຕິບັດໃນສິ່ງທີ່ເປັນພື້ນຖານໜັກແໜ້ນທີ່ສຸດ
ເຊັ່ນວ່າ ໃຫ້ການຊ່ວຍເຫລືອແກ່ຊາວນາຊາວສວນ, ຈັດຕັ້ງປະຕິບັດດ້ານ​ໃຫ້​
ບໍລິການນໍ້າ ແລະໄຟຟ້າເພື່ອອະນຸຍາດໃຫ້ມີການພັດທະນາເກີດຂຶ້ນໄດ້.”


ທ່ານ Tiena Coulibaly ລັດຖະມົນຕີກະຊວງການຕ່າງປະເທດມາລີເວົ້າວ່າ ວິກິດການ
ກ່ຽວ​ກັບພວກຫົວຮຸນແຮງ ແມ່ນເປັນວິກິດການທີ່ອາດສາມາດແຜ່ ລາມໄປຫາປະເທດ
ເພື່ອນບ້ານ ຢູ່ໃນຂົງເຂດ​ໄດ້.

ກ່ອນໜ້າທີ່ຈະຈັດກອງປະຊຸມຂຶ້ນນັ້ນ ສະຫະພາບຢູໂຣບເວົ້າວ່າ ຕົນຈະໃຫ້ເງິນຊ່ວຍ
ເຫລືອ 675 ລ້ານ​ໂດ​ລາແກ່ການດໍາເນີນຄວາມພະຍາຍາມ​ດ້ານພັດທະນາໃນສອງ
ປີຂ້າງໜ້ານີ້.

ທ່ານ Dioncounda Traore ປະທານາທິບໍດີຊົ່ວຄາວຂອງມາລີ ເວົ້າໃນວັນອັງຄານ
ຜ່ານມາວ່າ ປະເທດຂອງທ່ານຈະຈັດການເລືອກຕັ້ງປະທານາທິບໍດີຂຶ້ນໃນວັນທີ 28
ກໍລະກົດທີ່ຈະມາເຖິງນີ້. ທ່ານກ່າວວ່າ ທັງທ່ານ ແລະຄົນອື່ນໆ ທີ່ເປັນສະມາຊິກຂອງ
ຄະນະລັດຖະບານໃນໄລຍະຂ້າມຜ່ານ ແມ່ນບໍ່ມີໃຜຈະລົງ ສະມັກໃນການເລືອກຕັ້ງ
ຄັ້ງນີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG