ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາ​ລ​ດີບ ບອກ​ໃຫ້​ອິນ​ເດຍ ຖອນ​ທະ​ຫານ ພາຍ​ໃນ​ເດືອນ​ມີ​ນາ ຂະ​ນະ​ທີ່​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ ຮ້າຍ​ແຮງ​ຂຶ້ນ​


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ມາ​ລ​ດີບ ທ່ານ​ໂມ​ຮຳ​ເໝັດ ມູ​ອິ​ສ​ຊູ ກ່າວ​ທີ່ກອງ​ປະ​ຊຸມ​ສຸດຍອດ ດ້ານ​ສະ​ພາບ​ອາ​ກາດ ຂອງ​ສະ​ຫະ​ປະ​ຊາ​ຊາດ COP28 ທີ່​ນະ​ຄອນ​ດູ​ໄບ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ເມື່ອ​ວັນ​ທີ 1 ທັນ​ວາ 2023.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ມາ​ລ​ດີບ ທ່ານ​ໂມ​ຮຳ​ເໝັດ ມູ​ອິ​ສ​ຊູ ກ່າວ​ທີ່ກອງ​ປະ​ຊຸມ​ສຸດຍອດ ດ້ານ​ສະ​ພາບ​ອາ​ກາດ ຂອງ​ສະ​ຫະ​ປະ​ຊາ​ຊາດ COP28 ທີ່​ນະ​ຄອນ​ດູ​ໄບ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ເມື່ອ​ວັນ​ທີ 1 ທັນ​ວາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ມາ​ລ​ດີບ ບອກ​ອິນ​ເດຍ​ຊາບ ໃນ​ວັນ​ອາ​ທິດ​ວານນີ້ ​ໃຫ້​ຖອນ​ທະ​ຫານຂອງ​ຕົນ​ເກືອບ 100 ຄົນ​ອອກ​ໄປ ພາຍ​ໃນ​ວັນ​ທີ 15 ມີ​ນາ ນຶ່ງມື້​ຫຼັງ​ຈາກ​ກັບ​ຄືນ​ມາ​ແຕ່​ຈີນ​ບ່ອນ​ທີ່​ທ່ານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຈຳ​ນວນ​ນຶ່ງ.

ນິວ​ເດ​ລີ​ຖື​ວ່າ ​ໝູ່ເກາະ​ທີ່​ຕັ້ງ​ຢູ່​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ດັ່ງ​ກ່າວ ນອນ​ຢູ່​ໃນ​ເຂດ​ອິດ​ທິ​ພົນ​ຂອງ​ຕົນ ແຕ່​ມາ​ລ​ດີບ​ໄດ້​ຫັນ​ປ່ຽນ ​ເຂົ້າ​ໄປ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ຈີນ ຊຶ່ງ​ເປັນ​ເຈົ້າໜີ້​ພາຍນອກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຕົນ.

ເສັ້ນ​ຕາຍ​ໃນ​ເດືອນ​ມີ​ນາ ​ໄດ້​ຕັ້ງ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ ​ກັບ​ເຈົ້າ​ໜ້າ​ທີ່​ອິນ​ເດ​ຍຢູ່​ທີ່​ເກາະ​ມາ​ລ​ດີບ​ໃນ​ວັນ​ອາ​ທິດ​ວານນີ້​ ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂມ​ຮຳ​ເໝັດ ມູ​ອິ​ສ​ຊູ ກ່າວ ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຜູ້​ນຳ​ໄດ້​ໃຫ້​ໄວ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ.

“ປະ​ທາ​ນາ​ທິ​ບໍ​ດີ ​ໄດ້ທຳ​ການຮ້ອງ​ຂໍ​ດັ່ງ​ກ່າວ ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ຄະ​ນະ​ກຳ​ມະ​ການ​ຈາກ​ປະ​ເທດ​ທັງ​ສອງ… ຊຶ່ງ​ຂໍ້​ສະ​ເໜີ​ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ​ໃນ​ເວ​ລານີ້ ເລ​ຂາ​ທິ​ການ​ໃນ​ດ້ານ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມູ​ອິ​ສ​ຊູ ທ່ານ​ອັບ​ດູ​ລ​ລາ ອີບ​ຣາ​ຮິມ ກ່າວ​ຕໍ່​ພວກ​ນັກ​ຂ່າວ.

ອິນ​ເດຍ​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ປະ​ມານ 89 ຄົນ ຮວມ​ທັງ​ພະ​ນັກ​ງານ​ແພດ​ໝໍ ໄປ​ປະ​ຕິ​ບັດ​ງານ​ພ້ອມ​ດ້ວຍ​ເຮືອ​ບິນ 3 ລຳ ເພື່ອ​ລາດ​ຕະ​ເວນ​ເຂດ​ທີ່​ເລ​ທີ່ກວ້າງ​ໃຫຍ່​ຂອງ​ໝູ່​ເກາະ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG