ປະທານາທິບໍດີປະເທດມາລດິວ (Maldives) ໄດ້ປະກາດຍອມຜ່າຍແພ້ ຢູ່ໃນ
ການເລືອກຕັ້ງປະທານາທິບໍດີ ທີ່ຈັດຂຶ້ນໃນວັນອາທິດວານນີ້.
ທ່ານ ອັບດູລລາ ຢາມີນ (Abdullah Yameen) ກ່າວຜ່ານທາງໂທລະພາບ ໃນວັນ
ຈັນມື້ນີ້ວ່າ "ຂ້າພະເຈົ້າຮັບເອົາການປລາໄຊ," ໂດຍທີ່ໄດ້ກ່າວເພີ້ມອີກວ່າ ທ່ານຈະ "ເຮັດໃຫ້ການໂອນອໍານາດເປັນໄປຢ່າງສະດວກ" ແກ່ຜູ້ນໍາພັກຝ່າຍຄ້ານ ທ່ານ ອິມ
ບຣາຮິມ ໂມຮໍາເມດ ໂຊລີ (Mohamed Solih).
ທ່ານໂຊລີ ໄດ້ປະກາດໄຊຊະນະຂອງທ່ານໃນຕອນເຊົ້າໆ ຂອງວັນຈັນມື້ນີ້ ບໍ່ພໍເທົ່າໃດ
ຊົ່ວໂມງ ພາຍຫລັງທີ່ທ່ານຢາມີນ ໄດ້ປະກາດຍອມແພ້ແລ້ວ.
ພວກສະໜັບສະໜູນທ່ານ ທີ່ພາກັນຮ້ອງຊື່ນ້ອຍຂອງທ່ານດັງໆວ່າ “ອີບູ, ອີບູ, ອີບູ"
ພາກັນລົງໄປເຕົ້າໂຮມກັນຢູ່ຕາມຖະໜົນຫົນທາງ ເພື່ອສະເຫລີມສະຫລອງ ໄຊຊະນະ
ທີ່ບໍ່ຄາດຄຶດໄວ້ກ່ອນຂອງທ່ານ.
ທ່ານໂຊລີເວົ້າວ່າ "ອັນນີ້ ຄືເວລາແຫ່ງຄວາມສຸກ, ເວລາແຫ່ງຄວາມຫວັງ.”
ຜົນການເລືອກຕັ້ງຊົ່ວຄາວຂອງຄະນະກໍາມະການເລືອກຕັ້ງໄດ້ສະແດງໃຫ້ເຫັນວ່າ ທ່ານ
ໂຊລີ ໄດ້ຮັບຄະແນນສຽງ 58.3 ເປີເຊັນ ຂອງຄະແນນສຽງທັງໝົດ. ຜົນການເລືອກຕັ້ງຢ່າງ
ເປັນທາງການນັ້ນ ຈະບໍ່ໄດ້ຖືກເປີດເຜີຍຈົນກວ່າຈະຮອດທ້າຍເດືອນນີ້.
ການປ່ອນບັດເລືອກຕັ້ງໃນວັນອາທິດວານນີ້ ໄດ້ສະແດງໃຫ້ເຫັນຢ່າງກວ້າງຂວາງວ່າ
ເປັນການລົງປະຊາມະຕິວ່າ ປະຊາທິປະໄຕຢູ່ໃນປະເທດດັ່ງກ່າວ ຈະຢູ່ລອດ ຫລືບໍ່
ໃນຂະນະທີ່ທ່ານຢາມີນ ໄດ້ຈໍາກັດເສລີພາບ ປະຊາທິປະໄຕຫລາຍຢ່າງ ທີ່ຖືກນໍາ
ມາສະເໜີ ໃນປະເທດດັ່ງກ່າວ.
ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດ ທ່ານນາງ ເຮເທີ ນາວເອີດ
(Heather Nauert) ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ "ພວກເຮົາຮຽກຮ້ອງໃຫ້
ມີຄວາມສະຫງົບ ແລະເຄົາລົບຄວາມປາດຖະໜາ ຂອງປະຊາຊົນ ໃນຂະນະທີ່ການ
ເລືອກຕັ້ງກໍາລັງຈົບລົງ."
ພວກຕໍາຫລວດໄດ້ດໍາເນີນການບຸກລຸກເຂົ້າໄປໃນຫ້ອງການໂຄສະນາຫາສຽງຂອງທ່ານ
ໂຊລີ ໃນວັນເສົາທີ່ຜ່ານມາ ໂດຍເວົ້າວ່າ ພວກເຂົາເຈົ້າຢາກຈະຍຸຕິ "ການເຄື່ອນໄຫວທີ່
ບໍ່ຖືກຕ້ອງຕາມກົດໝາຍ."
ທ່ານ ຮາມິດ ອັບດຸລ ກາຟົວ (Hamid Abdul Gafoor), ໂຄສົກຂອງພັກຝ່າຍຄ້ານ ແລະ
ອະດີດສະມາຊິກສະພາຂອງປະເທດມາລດິວ (Maldives) ເວົ້າວ່າ ການບຸກລຸກດັ່ງກ່າວ
ຖືກມອງຈາກຫລາຍຄົນທົ່ວໄປວ່າເປັນ ລາງສັງຫອນທີ່ບໍ່ດີ ທີ່ບອກໃຫ້ຮູ້ວ່າ ທ່ານ ຢາມີນ
ກໍາລັງຈະ "ຕັນທາງຂອງຕົນເອງ" ທີ່ນໍາໄປສູ່ການເລືອກຕັ້ງຄືນອີກ.