ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ Maldives ສັ່ງໃຫ້ ເລື່ອນເວລາ ການເລືອກຕັ້ງ ຮອບສອງ (ວີດີໂອ)


ປະຊາຊົນຈຸນຶ່ງ ທີ່ສະໜັບສະໜຸນທ່ານ Mohamed Nasheed
ປະຊາຊົນຈຸນຶ່ງ ທີ່ສະໜັບສະໜຸນທ່ານ Mohamed Nasheed
ສານ​ສູງ​ສຸດ​ໃນ​ປະ​ເທດ Maldives ​ໄດ້​ສັ່ງ​ໃຫ້​ເລຶ່ອນ​ເວລາ​ຂອງ​ການເລືອກ ຕັ້ງ​ຮອບ​ຕັດ ສິນ​ຊີ້​ຂາດ ທີ່​ໄດ້​ວາງ​ແຜນ​ໄວ້​ໃນ​ວັນ​ອາທິດ​ມື້​ນີ້ ມື້​ນຶ່ງຫຼັງຈາກ​ອະດີດປະທານາທິບໍດີ ທ່ານ Mohamed Nasheed ຊະນະ​ຮອບ​ທໍາອິດ.

ສານ​ໄດ້​ຕັດສິນ ຫຼັງຈາກຜູ້​ສະ​ໜັກ​ເລືອກ​ຕັ້ງ​ທີ່​ປາ​ໄຊ ​ໄດ້​ຍື່ນ​ໜັງສື​ຮ້ອງຮຽນ​ຕໍ່​ສານ​ ​ເພື່ອ​ ເລື່ອນ​ເວລາ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດ​ສິນ​ຊີ້​ຂາດ​ໄວ້ ດ້ວຍ​ເຫດຜົນ​ທາງ​ການ​ເມືອງ​ຂອງ​ພັກ​ຂອງ​ທ່ານ ຊຶ່ງ​ສານ​ກໍ​ໄດ້​ຕັ້ງ​ວັນ​ກໍາໜົດ​ເລືອກຕັ້ງໃໝ່ ​ໃສ່​ວັນ​ທີ 16 ພະຈິກ​ນີ້.

ທ່ານ Nasheed ທີ່​ຖືກ​ບັງຄັບ​ໃຫ້​ລາ​ອອກ​ຈາກ​ຕໍາ​ແໜ່​ງຈາກ​ອໍານາດ​ປາຍ​ປືນ​ເມື່ອ​ປີ 2012 ​ໄດ້​ກ່າວ​ຫາ​ສານ​ສູງ​ສຸດ​ເມື່ອ​ວັນ​ອາທິດ​ນີ້​ວ່າ ການ​ເລື່ອນເວລາ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້​ຂາດນັ້ນ​ວ່າ ​ເປັນ​ພຽງ​ເຫດຜົນ​ເພື່ອ​ປ້ອງ ກັນ​ບໍ່​ໄດ້​ທ່ານ​ຫວນ​ຄືນ​ມາ​ກໍາ​ອໍາ ນາດ​ອີກ. ນອກ​ນີ້​ແລ້ວ ທ່ານ Nasheed ຍັງ​ທວງ​ຊໍ້າ​ແລ້ວ​ຊໍ້າ​ອີກ ໃຫ້​ປະທານາທິບໍດີ​ຄົນ​ປັດ ຈຸບັນ​ລາ​ອອກ ​ແລະຕັ້ງ ​ໃຫ້​ປະທານ​ສະພາ ເປັນ​ຜູ້​ນໍາພາ​ລັດຖະບານ​ຮັກສາ​ການ​ ເພື່ອດູແລ​ການ​ເລືອກ​ຕັ້ງຂັ້ນ​ຕັດສິນ​ຊີ້​ຂາດ​ນັ້ນ.

​ໃນ​ຄວາມ​ພະຍາຍ​າມຄັ້ງ​ທີ່​ສາມ ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ເປັນ​ຕົ້ນ​ມາ​ເພື່ອ ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ໃໝ່ ​ໃນ​ປະ​ເທດ​ເກາະ​ມະຫາ​ສະມຸດ​ອິນ​ເດຍນັ້ນ ທ່ານ Nasheed ຊະນະ 47 ​ເປີ​ເຊັນ ຂອງ​ຄະ​ແນນ​ສຽງ ເມື່ອ ວັນ​ເສົາ​ວານ​ນີ້. ​ໂດຍ​ທ່ານ Abdulla Yameen ນ້ອງ​ຄົນ​ລະ​ພໍ່ແມ່ ຂອງອະດີດຜູ້ນຳ Maumoon Abdul Gayoom ຊະນະ 30 ​ເປີ​ເຊັນ ແລະ​ຄະ​ແນນ​ທີ່​ເຫຼືອນັ້ນ​ກໍ​ແມ່ນ​ຂອງ​ຜູ້​ສະໝັກ​ຄົນ​ອື່ນໆ. ຜົນການ​ເລືອກຕັ້ງ​ຄັ້ງ​ນີ້ ບໍ່​ມີ​ຜູ​ໃດ​ຊະນະ​ພໍ​ທີ່​ຈະຫຼີກລ່ຽງການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້ຂາດ​ໄດ້.

ກາ​ນ​ເລື່ອນເວລາ​ດັ່ງ​ກ່າວ ​ແມ່ນ​ສ່ຽງ​ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ກ້າວ​ເຂົ້າສູ່​ວິກິດການ​ດ້ານລັດຖະທໍາ​ມະນູນ​ໄດ້ ຍ້ອນວ່າ​ປະທານາທິບໍດີ​ຄົນ​ຕໍ່​ໄປມີ​ກໍາ ນົດ​ສາບານ​ຕົວ​ເຂົ້າ ຮັບ​ຕຳ​ແໜ່​ງ ​ໃນ​ວັນ​ຈັນ ວັນ​ທີ 11 ​ເດືອນ​ພະ​ຈິກ​ນີ້.

Maldives
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG