ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ Maldives ລາອອກຈາກຕໍາແໜ່ງ (ເບິ່ງສະໄລດ໌)


ປະທານາທິບໍດີ Mohamed Nasheed ແຫ່ງ Maldives ປະກາດລາອອກຈາກຕໍາແໜ່ງທາງໂທລະພາບ ທີນະຄອນຫລວງ Male, Maldivesໃ
ວັນທີ 7 ກຸມພາ 2012.
ປະທານາທິບໍດີ Mohamed Nasheed ແຫ່ງ Maldives ປະກາດລາອອກຈາກຕໍາແໜ່ງທາງໂທລະພາບ ທີນະຄອນຫລວງ Male, Maldivesໃ ວັນທີ 7 ກຸມພາ 2012.

ປະທານາທິບໍດີ Mohamed Nasheed ​ແຫ່ງ Maldives ​ໄດ້​ລາ​ອອກຈາກ​ຕໍາ​ແໜ່​ງ
ຫລັງ​ຈາກ​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ຂອງ​ພວກ​ຝ່າຍ​ຄ້ານ​ມາ​ເປັນ​ເວລາ​ຫລາຍ​ສັບປະດາ​
ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ ​ເພື່ອ​ຈັບ​ກຸມ​ຜູ້​ພິພາກສາ
ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ນັ້ນ.

ການ​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງ​ທ່ານ Nasheed ​ໃນ​ວັນ​ອັງຄານ​ມື້​ນີ້ມີ​ຂຶ້ນ​ຫລັງ​ຈາກ
ພວກ​ຕໍາຫລວດ​ກະບົດ​ຈຸ​ນຶ່ງ ​ຍຶດ​ເອົາ​ສໍານັກງານ​ໃຫຍ່​ຂອງ​ສະຖານີ​ໂທລະພາບແຫ່ງ​ລັດ
ໃນ​ນະຄອນຫລວງ Male ​ແລະ​ປະກາດ​ຂ່າວ​ອອກທາງ​ໂທລະພາບ ຮຽກຮ້ອງ​ໃຫ້​ທ່ານ​
ລາ​ອອກ​ຈາກ ຕໍາ​ແໜ່​ງນັ້ນ. ກ່ອນ​ໜ້າ​ນີ້ພວກ​ຕໍາຫລວດ​ຈຸ​ນີ້ ໄດ້​ເຂົ້າ​ຮ່ວມໃນ​ການ​ປະ
ທ້ວງ​ຂອງ​ພວກ​ຝ່າຍ​ຄ້ານ ແລະ​ທໍາ​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ອີກ​ຈຸ​ນຶ່ງ ທີ່​ທໍາ​ການ​ປະ​ທ້ວງ​
ຢູ່​ໃກ້ໆ​ກັນ ພາຍ​ໃຕ້​ການ​ນໍາພາ​ຂອງ​ພວກ​ສະມາຊິກ​ຂອງ​ພັກ​ລັດຖະບານ​ທີ່​ປົກ​ຄອງ​ປະ
ເທດ​ໃນ​ປັດຈຸບັນ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ພວກ​ທະຫານ​ໃຊ້​ແກັ​ສນໍ້າຕາ​ໃສ່​ພວກ​ປະ​ທ້ວງ​ນັ້ນ.

ໃນ​ລະຫວ່າງ​ການ​ກ່າວ​ປາ​ໄສ​ທີ່​ຖ່າຍທອດ​ທາງ​ໂທລະພາບ​ນັ້ນ ທ່ານ Nasheed ກ່າວ​ຕໍ່​ປະ​ເທດ​ຊາດ​ວ່າ ທ່ານ​ບໍ່​ມີ​ເຈດ​ຕະນາ​ທີ່​ຈະ​ໃຊ້​ກໍາລັງ​ເພື່ອ​ຮັກສາ​ໄວ້​ແຫ່ງ​ການ​ປົກຄອງ​ປະ​ເທດ​ຂອງ​ທ່ານ​ຕໍ່​ໄປ.

ຄາດ​ກັນ​ວ່າ ທ່ານ​ຈະ​ມອບ​ອໍານາດ​ໃຫ້​ຮອງ​ປະທານາທິບໍດີ Mohammed Waheed Hassan.

ລັດຖະບານ​ໄດ້​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ທີ່​ເພີ່ມ​ຂຶ້ນ​ເລື້ອຍໆມາ​ເປັນ​ເວລາ 3 ສັບປະດາ ຫລັງ​ຈາກ​ທ່ານ Nasheed ສັ່ງ​ໃຫ້​ຈັບ​ກຸມ​ຜູ້ພິພາກສາຂັ້ນ ​ອາວຸ​ໂສ​ທ່ານ​ນຶ່ງ ​ໃນ​ຂໍ້​ກ່າວ​ຫາ ຖານ​ປະພຶດ​ໃນ​ທາງ​ຜິດ​ແລະສະໜັບສະໜຸນ​ພວກ​ບຸກຄົນ​ສໍາຄັນ​ຂອງຝ່າຍ​ຄ້ານ​ນັ້ນ.

XS
SM
MD
LG