ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ​ ມາ​ລ​ດິບ ຈັດ​ການປ່ອນ​ບັດ​ ເລືອກ​ຕັ້ງ


ແມ່​ຍິງ ມາ​ລ​ດິບ​ ຄົນ​ນຶ່ງ ຢູ່​ປະ​ເທດ ​ສ​ຣີ​ລັງ​ກາ ກຳ​ລັງ​ບ່ອນ​ບັດ ໃນລະ​ຫວ່າງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ່​ທີ່​ສະ​ຖານ​ທູດ ​ມາ​ລ​ດິບ ໃນ​ປະ​ເທດ​ ​ສ​ຣີລັງກາ ວັນ​ທີ 6 ເມ​ສາ 2019.
ແມ່​ຍິງ ມາ​ລ​ດິບ​ ຄົນ​ນຶ່ງ ຢູ່​ປະ​ເທດ ​ສ​ຣີ​ລັງ​ກາ ກຳ​ລັງ​ບ່ອນ​ບັດ ໃນລະ​ຫວ່າງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຢູ່​ທີ່​ສະ​ຖານ​ທູດ ​ມາ​ລ​ດິບ ໃນ​ປະ​ເທດ​ ​ສ​ຣີລັງກາ ວັນ​ທີ 6 ເມ​ສາ 2019.

ບັນ​ດາ​ຜູ້​ປ່ອນ​ບັດ​ໃນ​ປະ​ເທດ ມາ​ລ​ດິບ ໄດ້​ພາ​ກັນ​ໄປສະ​ຖານ​ທີ່ປ່ອນ​ບັດ ເພື່ອການ
​ເລືອ​ກ​ຕັ້ງ​ສະ​ພາແຫ່ງ​ຊາດ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ເສົາ​ວານ​ນີ້​ຄັ້ງ​ທີ່​ສຳ​ຄັນ ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ອີບ​ຣາ​ຮິມ
ໂມ​ຮຳ​ເມັດ ໂຊ​ລີ. ການ​ແຕກ​ແຍກ​ລະ​ຫວ່າງ​ພັນ​ທະ​ມິດ ໄດ້​ຂັດ​ຂວາງ ການ​ຜັກ​ດັນ​ຂອງ​
ທ່ານ ໂຊ​ລີ​ ທີ່​ຈະ​ຟື້ນ​ຟູເສ​ລີປະ​ຊາ​ທິ​ປະ​ໄຕ​ຄືນໃໝ່ ທີ່​ໄດ້​ຊຸດ​ໂຊມ​ລົງ​ພາຍ​ໃຕ້ ປະ​ທາ​
ນາ​ທິ​ບໍ​ດີ ອັບ​ດຸ​ລ​ລາ​ ຢາ​ມີນ.

ປະ​ທາ​ນາ​ທິ​ບໍ​ດີ ໂຊ​ລີ​ ໄດ້ກ່າວ​ຢູ່​ໃນ​ການ​ເຕົ້າ​ໂຮມ​ໂຄ​ສະ​ນາ​ຫາ​ສຽງ​ຫວ່າງ​ມໍ່​ໆ​ມາ​ນີ້​ວ່າ
“ຂ້າ​ພະ​ເຈົ້າຢາກ​ກ່າ​ວເນັ້ນ​ວ່າ ຂ້າ​ພະ​ເຈົ້າຢາກ​ໃຫ້​ສະ​ພາ​ຊຸດ​ຕໍ່​ໄປ​ ປະ​ກອບ​ມີ​ບັນ​ດາ​ສະ​
ມາ​ຊິກ​ຜູ້​ທີ່​ຄຸ້ນ​ເຄີຍ​ກັບ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ ແລະ ສະ​ໜັບ​ສະ​ໜູນ​ມັນ​ຢ່າງ​ເຕັມ​ທີ່.”

ທ່ານ​ໂຊ​ລີ​ຮ ໄດ້​ຊະ​ນະ​ທ່າ​ນ​ຢາ​ມີນ ປີ​ກາຍ​ນີ້ ເຖິງ​ແມ່ນຈະ​ເບິ່ງ​ຄື​ວ່າ ທ່ານ ​ຢາ​ມິນ ມີ​ເສັ້ນ​
ທາງ​ທີ່ບໍ່​ມີ​ອຸ​ປະ​ສັກ ໃນ​ໄດ້​ຮັບ​ເລືອກ​ຄືນ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ ຫ້າ​ປີ, ພ້ອມ
​ກັບ​ຄູ່​ແຂ່ງ​ຄົນ​ສຳ​ຄັນ​ຂອງ​ທ່ານ​ຖືກ​ຈັບ​ເຂົ້າ​ຄຸກ ຫຼື ຖືກ​ໄລ່​ອອກ​ຈາກ​ປະ​ເທດ.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບໍ​ດີໃນ​ເດືອນ​ກັນ​ຍາ ໄດ້​ຖືກ​ພິ​ຈາ​ລະ​ນາ​ກັນຢ່າງກວ້າງ​ຂວາງ
ວ່າ ເປັນ​ການ​ລົງປະ​ຊາ​ມະ​ຕິ​ ກ່ຽວ​ກັບວ່າ ປະ​ຊາ​ທິ​ປະ​ໄຕ​ຈະ​ຢູ່ລອດໃນ​ປະ​ເທດໄດ້ຫຼືບໍ່.

​ມາ​ລ​ດີບ ເປັນປະ​ເທດ​ໝູ່​ເກາະທີ່​ມີຫຼາຍກວ່າ 1,000 ເກາະ ແລະ​ ເປັນເກາະ​ຮູບ​ວົງ​ແຫວນ
​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ. ເຂົາ​ເຈົ້າເປັນ​ທີ່​ຮູ້​ກັນ​ດີ ສຳ​ລັບ​ຫາດ​ຊາຍທີ່​ຂາວ ແລະ​ ບ່ອນ​ພັກ​
ຜ່ອນ​ທີ່​ຫລູ​ຫລາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG