ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສະຫະປະຊາຊາດ ພົບປະກັບພວກຜູ້ນຳ Maldives (ເບິ່ງວີດີໂອ)


ສະພາບການເຄັ່ງຕຶງ ທີ່ເກາະ Maldives (10 ກຸມພາ 2012)
ສະພາບການເຄັ່ງຕຶງ ທີ່ເກາະ Maldives (10 ກຸມພາ 2012)

ເຈົ້າໜ້າ​ທີ່ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ
ເກາະ Maldives ​ໃນ​ວັນ​ສຸກ​ມື້ນີ້​ເພື່ອ​ເຈລະຈາ​ຫາລື​ກັບ​ປະທານາທິບໍດີ​ຄົນ​ປັດຈຸບັນແລະ​ອະ
ດີດ​ປະທານາທິບໍດີໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ສະຖານະ​ການ​ທາງ​ດ້ານ​ການ​ເມືອງຢູ່​ໃນ
ປະ​ເທດ​ເກາະດອນ ​ທີ່​ຕັ້ງຢູ່​ໃນ​ເຂດ​ມະຫາ​ສະມຸດ​ອິນ​ເດຍດັ່ງກ່າວ ດ້ວຍ​ຄວາມ​ສັນຕິ.

ທ່ານ Oscar Fernandez-Taranco ​ໄດ້​ຮຽກຮ້ອງໃຫ້​ຜູ້ນຳ​ການ​ເມືອງ​ທຸກໆຄົນ​ຕັ້ງຢູ່​ໃນ
ຄວາມ​ສະຫງົບແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດຄວາມ​ຮຸນ​ແຮງ​ໃດໆ​ກໍ​ຕາມ.

ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ມີ​ການ​ອອກ​ໝາຍ​ຈັບ​ອະດີດ​ປະທານາທິບໍດີ Moha-med Na-
sheed ນຶ່ງ​ມື້ຫຼັງຈາກ​ໄດ້​ເກີີດ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ລະຫວ່າງຕຳຫຼວດ​ແລະ​ພວກ​ສະ
ໜັບສະໜຸນ​ທ່ານ ທີ່​ໄດ້​ແຜ່​ລາມ​ຈາກ​ນະຄອນຫຼວງ​ໄປ​ສູ່ຫຼາຍດອນ​ທີ່ຢູ່​ອ້ອມ​ແອ້ມ.

ທ່ານ Nasheed ຜູ້ນຳ​ທີ່​ໄດ້​ຖືກ​ເລືອກ​ແບບ​ປະຊາ​ທິປະ​ໄຕ​ຄົນ​ທຳ​ອິດ​ຂອງ​ປະ ​ເທດກ່າວ​ວ່າ
ທ່ານ​ໄດ້​ຖືກ​ບັງຄັບ​ໃຫ້​ລາ​ອອກ​ຈາກ​ຕຳ​ແໜ່​ງໃນ​ການ​ກໍ່​ລັດຖະປະຫານ​ແລະ​ມີ​ຄວາມ​ຢ້ານ​ກົວ
ວ່າ ປະທານາທິບໍດີ​ຄົນ​ໃໝ່ທ່ານ Mohammed Waheed Hassan ມີ​ສ່ວນ​ພົວພັນ ​ໃນ
ການ​ພະຍາຍາມ​ກໍ່​ລັດຖະປະຫານ​ດັ່ງກ່າວ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ຕຸລາການ
ຂອງ​ປະ​ເທດທຳ​ການ​ສືບສວນ​ສອບ​ສວນ​ເບິ່ງ​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ຂັບ​ໄລ່​ທ່ານ​ອອກ
ຈາກ​ອຳນາດ.

ປະທານາທິບໍ​ດີ Hassan ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ​ທ່ານ​ມີ​ສ່ວນ​ພົວພັນນຳ​ການ​ກໍ່​
ລັດຖະປະຫານ. ທ່ານ​ເວົ້າວ່າ ທ່ານ​ບໍ່​ໄດ້​ກະກຽມທີ່​ຈະ​ຂຶ້ນປົກຄອງ​ປະເທດແລະ​ຈະ​ແຕ່ງຕັ້ງ
ຄະນະ​ລັດຖະບານ​ສາມັກຄີ​ຊາດ​ໃນ​ໄວໆ​ນີ້.

XS
SM
MD
LG