ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດ ມາລດີຟສ໌ ປະເຊີນກັບ ວິກິດການ ດ້ານການເມືອງ


ປະທານາທິບໍດີ ມາລດີຟສ໌ ທ່ານ ອັບດູລລາ ຢາມີນ "Abdulla Yameen," ກາງ, ຖືກຫຸ້ມລ້ອມໂດຍທະຫານຄຸ້ມກັນຂອງທ່ານ ເດີນທາງຮອດສະຖານທີ່ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນ
ຂອງທ່ານໃນນະຄອນຫຼວງ ມາເລ, ປະເທດ ມາລດີຟສ໌ 3 ກຸມພາ, 2018.
ປະທານາທິບໍດີ ມາລດີຟສ໌ ທ່ານ ອັບດູລລາ ຢາມີນ "Abdulla Yameen," ກາງ, ຖືກຫຸ້ມລ້ອມໂດຍທະຫານຄຸ້ມກັນຂອງທ່ານ ເດີນທາງຮອດສະຖານທີ່ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນ ຂອງທ່ານໃນນະຄອນຫຼວງ ມາເລ, ປະເທດ ມາລດີຟສ໌ 3 ກຸມພາ, 2018.

ປະເທດເກາະ ມາລດີຟສ໌ ກຳລັງຕົກຢູ່ໃນວິກິດການທາງການເມືອງຂະໜາດນ້ອຍ.

ລັດຖະບານໄດ້ເຕືອນອົງການຕ່າງໆຂອງເຂົາເຈົ້າໃຫ້ປະຕິເສດການຮຽກຮ້ອງໃດໆ
ໂດຍສານສູງສຸດ ຂອງປະເທດ ເພື່ອຟ້ອງຮ້ອງປະທານາທິບໍດີ ອັບດຸລລາ ຢາມີນ
"Abdulla Yameen."

ໄອຍະການສູງສຸດ ທ່ານ ໂມຮຳເມັດ ອານິລ "Mohamed Anil" ໄດ້ກ່າວໃນວັນອາທິດ
ວານນີ້ ໃນການໃຫ້ຄຳປາໄສ ຜ່ານສະຖານີໂທລະພາບແຫ່ງຊາດວ່າ “ຄຳສັ່ງໃດໆຂອງ
ສານສູນສຸດ ເພື່ອຈັບກຸມປະທານາທິບໍດີ ຈະເປັນການຂັດຂືນລັດຖະທຳມະນູນ ແລະ
ຜິດກົດໝາຍ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ຂໍໃຫ້ຕຳຫຼວດ ແລະ ທະຫານບໍ່ໃຫ້ປະຕິບັດຕາມ
ທຸກໆຄຳສັ່ງທີ່ບໍ່ຖືກລັດຖະທຳມະນູນນັ້ນ.”

ໃນສັບປະດາທີ່ຜ່ານມາ ສານສູງສຸດ ໄດ້ສັ່ງໃຫ້ປ່ອຍຕົວຜູ້ຄັດຄ້ານລັດຖະບານ 9 ຄົນ
ແລະ ສະມາຊິກສະພາ 12 ຄົນ ຜູ້ທີ່ໄດ້ຕໍ່ຕ້ານປະທານາທິບໍດີ, ລວມທັງອະດີດປະທາ
ນາທິບໍດີ ທີ່ອາໄສຢູ່ນອກປະເທດ ທ່ານ ໂມຮຳເມັດ ນາຊີດ "Mohammed
Nasheed." ທ່ານ Nasheed ແມ່ນອະດີດຜູ້ນຳຄົນທຳອິດທີ່ຖືກເລືອກເອົາຢ່າງເປັນ
ປະຊາທິປະໄຕ.

ຜູ້ພິພາກສາ ໄດ້ກ່າວວ່າ ຄະດີຕ່າງໆແມ່ນໄດ້ຖືກກະຕຸ້ນໂດຍການເມືອງ.

ດ້ວຍສະມາຊິກສະພາ 12 ທ່ານ ກັບຄືນສູ່ສະພາແຫ່ງຊາດນັ້ນ, ຝ່າຍຄ້ານຈະມີຄະ
ແນນສຽງສ່ວນຫຼາຍ.

ພ້ອມກັນນັ້ນໃນວັນອາທິດມື້ນີ້, ເລຂາທິການໃຫຍ່ສະພາແຫ່ງຊາດ ທ່ານ ອັກເມັດ
ໂມຮຳເມັດ "Ahmed Mohamed" ກໍໄດ້ລາອອກຈາກຕຳແໜ່ງຢ່າງບໍ່ຄາດຄິດ.

ໃນວັນເສົາວານນີ້, ສະພາແຫ່ງຊາດ ໄດ້ປະກາດການຍົກເລີກກອງປະຊຸມເປີດກວ້າງ
ຂອງເຂົາເຈົ້າ ແລະ ຖືກອັດຢ່າງບໍ່ມີກຳນົດ. ສະພາແຫ່ງຊາດມີແຜນທີ່ຈະເປີດໃນວັນ
ຈັນມື້ອື່ນ ພ້ອມດ້ວຍຄຳປາໄສຈາກປະທານາທິບໍດີ ຢາມີນ.

ຄວາມເປັນປະຊາທິປະໄຕໃນປະເທດ ມາລດີຟສ໌ ໄດ້ຕົກຕໍ່າລົງພາຍໃຕ້ການນຳພາ
ຂອງທ່ານ ຢາມີນ, ຜູ້ທີ່ໄດ້ດຳເນີນການປາບປາມພວກຝ່າຍຄ້ານ ແລະ ສື່ມວນຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG