ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ຮອບຊີ້ຂາດ ຢູ່ Maldives (ວີດີໂອ)


ອະດີດປະທານາທິບໍດີ Maldives ທ່ານ Mohamed Nasheed ສະແດງນໍ້າເບີຂອງທ່ານ ດ້ວຍນິ້ວມື ໃນລະຫວ່າງ ການໂຄສະນາຫາສຽງ ເລືອກຕັ້ງປະທານາທິບໍດີ
ຮອບ 2 ທີ່ Male (15 ພະຈິກ 2013)
ອະດີດປະທານາທິບໍດີ Maldives ທ່ານ Mohamed Nasheed ສະແດງນໍ້າເບີຂອງທ່ານ ດ້ວຍນິ້ວມື ໃນລະຫວ່າງ ການໂຄສະນາຫາສຽງ ເລືອກຕັ້ງປະທານາທິບໍດີ ຮອບ 2 ທີ່ Male (15 ພະຈິກ 2013)
ບັນດາຜູ້ມີສິດປ່ອນບັດໃນ Maldives ພາກັນໄປລົງຄະແນນສຽງ
ເລືອກເອົາປະທານາທິບໍດີຄົນໃໝ່ ໃນການເລືອກຕັ້ງຮອບຕັດສິນ
ຊີ້ຂາດ ທີ່ມີຂຶ້ນທ່າມກາງການ ກົດດັນຂອງນາໆຊາດ ໃຫ້ປະເທດ ເກາະດອນນ້ອຍໆໃນມະຫາສະມຸດອິນເດຍແຫ່ງນີ້ຍຸຕິຄວາມວຸ້ນ ວາຍທາງດ້ານການເມືອງ ທີ່ມີມາເປັນເວລາຫລາຍໆເດືອນແລ້ວ
ນັ້ນ.

ເປັນທີ່ຄາດກັນວ່າ ທ່ານ Mohammed Nasheed ຈະເປັນຜູ້
ຊະນະຫຼັງຈາກໄດ້ຮັບຄະແນນສຽງ 47 ເປີເຊັນໃນການປ່ອນບັດ ມື້ວັນເສົາແລ້ວທີ່ຍັງອີກໜ້ອຍນຶ່ງຈຶ່ງຈະຮອດ 50 ເປີເຊັນຊຶ່ງເປັນ ຄະແນນສຽງສ່ວນຫຼາຍທີ່ຕ້ອງໄດ້ຮັບ ໂດຍບໍ່ຈຳເປັນຕ້ອງມີການ
ເລືອກຕັ້ງຮອບສອງ.

ທີ່ຈິງແລ້ວ ການປ່ອນບັດຮອບຕັດສິນຊີ້ຂາດ ແມ່ນກຳນົດໃສ່ມື້ຕໍ່ມາ ແຕ່ສານສູງສຸດຂອງ
Maldives ໄດ້ສັ່ງໃຫ້ເລື່ອນການເລືອກຕັ້ງ ຫຼັງຈາກຜູ້ສະໝັກທີ່ເສຍໄຊໄດ້ຍື່ນໜັງສືຮ້ອງ ຮຽນເພື່ອໃຫ້ມີການເລື່ອນເວລາ.

ທ່ານ Nasheed ໄດ້ກ່າວຫາສານສູງສຸດວ່າ ພະຍາຍາມຫາທາງປ້ອງກັນ ບໍ່ໃຫ້ທ່ານກັບ ຄືນເຂົ້າໄປກຳອຳນາດອີກ.

ທ່ານໄດ້ຖືກເລືອກ ເປັນປະທານາທິບໍດີເທື່ອທຳອິດ ໃນປີ 2008 ຊຶ່ງເຮັດໃຫ້ການປົກຄອງ ແບບຜະເດັດການເປັນເວລາ 30 ປີຢູ່ໃນ Maldives ສິ້ນສຸດລົງ. ແຕ່ແນວໃດກໍຕາມທ່ານ Nasheed ໄດ້ຖືກບັງຄັບໃຫ້ລາອອກ ດ້ວຍປາຍປືນ ໃນປີ 2012.

ນອກນັ້ນແລ້ວອະດີດປະທານາທິບໍດີ Nasheed ຍັງໄດ້ຊະນະການເລືອກຕັ້ງທີ່ມີຂຶ້ນໃນ ເດືອນກັນຍາ ແຕ່ສານສູງສຸດ ບໍ່ຍອມຮັບຮູ້ຜົນການເລືອກຕັ້ງດັ່ງກ່າວ ແລະກຳນົດການ ເລືອກຕັ້ງໃໝ່ໃສ່ເດືອນຕຸລາ. ແຕ່ແນວໃດກໍຕາມພວກເຈົ້າໜ້າທີ່ໄດ້ຍົກເລີກການເລືອກ ຕັ້ງນັ້ນ.

Maldives Election
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG