ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ຕັດຄ່າເກື້ອກຸນ ລົງຫຼາຍຢ່າງ ເພື່ອຖົມຂຸມ ງົບປະມານ (ວີດີໂອ ພາສາລາວ/ອັງກິດ)


Malaysians Brace As Government Cuts Key Subsidies to Balance Budget
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍກໍາລັງ​ຕັດ​ການ​ເກື້​ອກຸນຄ່າ​ເຊື້ອ​ໄຟ ​ແກ໊ສ
ທໍາ​ມະ​ຊາດ ແລະ​ນໍ້າຕານ​ລົງ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຄວບ
ຄຸມໜີ້​ສິນ​ ຂອງ​ລັດຖະບານ. ​ແຕ່​ວ່າ​ເນື່ອງ​ຈາກ ​ການ​ເອົາ​ບາດ
ກ້າວ​ດັ່ງກ່າວ​ນັ້ນ ສ້າງ​ຄວາມເດືອດຮ້ອນດ້ານ​ການ​ເງິນ​ໃຫ້ແກ່
​ຜູ້​ອຸບປະ​ໂພ​ກ ບໍລິໂພ​ກ ພວກທີ່​ຕ້ອງ​ຕິ ​ຈຶ່ງເວົ້າ​ວ່າ ທາງ​ການ​
ຄວນ​ຈະ​ແນ​ເປົ້າ​ໝາຍ​ໃສ່​ ການ​ຄວບ​ຄຸມການສິ້ນ​ເປືອງ ​ແລະ​
ການ​ສໍ້​ລາດ​ບັງ​ຫລວງ ​ແທນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mahi
Ramakrishnan ມີ​ລາຍ​ງານ​ມາ​ຈາກ​ນະຄອນ​ຫຼວງ​ກົວລາ​ລໍາ
​ເປີ ຊຶ່ງ​ດາລາ​ຈະ​ນໍາ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:



ລັດຖະບານ​ມາ​ເລ​ເຊ​ຍ​ໄດ້​ມີ​ການ​ຂາດ​ດຸນ​ງົບປະມານ ມາ​ຕັ້ງ​ແຕ່ເກີດ​ວິ​ກິດ​ການ​ການ​ເງິນ​ໃນເອ​ເຊຍ ​ເມື່ອ​ປີ 1998 ມາ​ແລ້ວ. ​ໃນ​ທ້າຍ​ປີ​ກາຍ​ນີ້ ທາງ​ການ​ໄດ້​ເອົາ​ບາດກ້າວ​ສໍາຄັນ​ອັນ​ທໍາ​ອິດ ​ເພື່ອ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ ​ໂດຍ​ການ​ຕັດ​ເງິນ​ເກື້ອ​ກຸນ​ຄ່າ​ເຊື້ອ​ໄຟ ຈໍານວນ​ມະຫາສານ​ນັ້ນ ລົງ.

​ແຕ່​ປະຊາຊົນ​ທໍາ​ມະ​ດາ​ສາ​ມັນ ຄື​ນາງ Chan Sook Peng ​ແມ່​ລູກ​ສອງ​ຄົນ​ນີ້ ກ່າວ​ວ່າ
ນັບ​ແຕ່​ນັ້ນ​ມາ ລາຄາ​ສິນ​ຄ້າ​ທີ່​ຈໍາ​ເປັນ​ຕ່າງໆ​ກໍ​ໄດ້​ແພງ​ຂຶ້ນ. ລາວ​ເວົ້າຕື່ມ​ວ່າ:

“ຂ້ອຍ​ແມ່ນ​ວິຕົກ​ແທ້ໆ. ພວ​ກ​ເຮົາ​ກໍ​ພະຍາຍາມ​ຫລຸດຜ່ອນ​ການ​ອອກ​ໄປ​ນອກ​ລົງ
ກິນ​ເຂົ້າ​ນອກ​ໜ້ອຍ​ລົງ ​ເຮັດ​ກິນ​ຢູ່​ບ້ານ​ຫລາຍ​ຂຶ້ນ ຖອດ​ປລັກ​ສຽບ​ໄຟ​ຈາກເຄື່ອງ​
ໃຊ້​ສອຍ​ຕ່າງໆ​ອອກ​ໄວ້ ​ເພື່ອ​ພະຍາຍາມ​ປະ​ຫຍັດ​ຄ່າ​ໄຟຟ້າ. ພວກ​ເຮົາ​ພະຍາ
ຍາມ​ປະ​ຫຍັດ​ນໍ້າ​ນໍາ.”


​ແລະ​ເວລາ​ນີ້ ຊາວ​ມາ​ເລ​ເຊຍ​ກໍກໍາລັງ​ກຽມ​ຮັບ​ມື​ ກັບຄວາມ​ເດືອດຮ້ອນໜັກ​ຂຶ້ນອີກ ທີ່ຈະ
ຕິດຕາມ​ມາ. ຄື​ລັດຖະບານ​ໄດ້​ປະກາດ​ວ່າ ຕົນ​ຈະ​ເກັບພາສີ​ສິນຄ້າ​ແລະ​ການ​ບໍລິການທີ່​
ໄດ້​ໂຈະ​ໄວ້​ດົນ​ແລ້ວ​ນັ້ນ ເລີ້ມ​ຕົ້ນ​ໃນ​ປີໜ້າ​ນີ້ ​ແລະ​ເມື່ອ​ໄວໆ​ມາ​ນີ້ກໍໄດ້ປະກາດອີກ​ວ່າຈະ
​ຂຶ້ນຄ່າ​ຜ່ານ​ທາງ​ຫລວງ ຄ່າ​ອາກອນ​ໄຟຟ້າ ​ແລະ​ຄ່າ​ປີ້​ລົດ​ຂົນ​ສົ່ງ​ມວນ​ຊົນ. ນັກ​ເສດຖະ
ສາດ Yeah Kim Leng ທີ່ສະ​ໜັບສະ​ໜຸນ​ການ​ເຄື່ອນ​ໄຫວດັ່ງກ່າວຂອງລັດຖະບານ
ເວົ້າວ່າ:

“ມັນເປັນ​ເລື້ອງສໍາຄັນ ທີ່​ລັດຖະບານ​ຕັດ​ກາ​ນ​ເກື້ອກຸນ​ຕ່າງໆ​ລົງ ​ເພາະວ່າ
ເວລາ​ນີ້ ​ເງິນ​ເກື້ອ​ກຸນ​ເຫລົ່າ​ນັ້ນ​ປະກອບ​ເປັນ​ຫລາຍ​ກ່ວາ​ເຄິ່ງນຶ່ງ ຂອງ​ການ
​ຂາດ​ດຸນ​ງົບປະມານ​ທັງໝົດ ​ແລະ​ໃນໂຕ​ມັນ​ເອງ​ແລ້ວ ກໍ​ເປັນ​ສິ່ງ​ທີ່​ຈະ​ປ່ອຍ​
ໃຫ້​ມີ​ຕໍ່​ໄປ​ບໍ່​ໄດ້.”


​ເວລາ​ນີ້ ມີ​ປະມານນຶ່ງ​ສ່ວນ​ສິບເທົ່າ​ນັ້ນ ຂອງ​ປະຊາຊົນ​ມາ​ເລ​ເຊຍທັງ​ໝົດ ທີ່​ເສຍ​ພາສີ​
ລາຍ​ໄດ້ ​ແລະ​ລັດຖະບານແມ່ນໄດ້​ກາງ​ຕໍ່​ເງິນ​ພາສີ​ ຈາກ​ບໍລິສັດ​ລັດ​ວິ​ສາ​ກະ​ກິດ​ນໍ້າມັນ
Petronas ​ເປັນ​ສ່ວນໃຫຍ່ ຊຶ່ງ​ມີຈໍານວນ​ເທົ່າ​ກັບ 40 ສ່ວນ​ຮ້​ອຍຂອງ​ລາຍ​ຮັບ​ທັງ​ໝົດ​
ຂອງ​ຕົນ. ທ່ານ Yeah ກ່າວ​ອີກວ່າ

“ອັນ​ທີ່​ເວົ້າ​ກັນ​ວ່າ ​ເປັນການ​ກາງ​ຕໍ່​ນໍາບໍລິສັດ​ນໍ້າມັນ​ແຫ່ງ​ຊາດ​ຫລາຍ​ເກິ​ນ​ໄປນັ້ນ ​
ແທ້​ໆ​ແລ້ວ ມັນ​ກໍ​ບໍ່​ຄ່ອຍຮອບ​ຄອບ​ດອກ. ​ແລະ​ນັ້ນ​ກໍ​ແມ່ນ​ພື້ນຖານ​ທີ່​ມາຂອງການ
ຈັດ​ຕັ້ງ​ປະຕິບັດ ການ​ເກັບ​ພາສີ​ອາກ​ອນສິນຄ້າ​ແລະ​ການ​ບໍລິ​ການ ທີ່​ທາງ​ການ
ໄດ້​ລໍຖ້າ​ມາດົນ​ແລ້ວ​ນັ້ນ.”


ຝ່າຍ​ຄ້ານ​ທາງ​ການ​ເມືອງ​ເວົ້າ​ວ່າ ​ໃນ​ທາງ​ຫລັກການ​ແລ້ວ ພວກ​ຕົນ​ບໍ່​ໄດ້​ຄັດຄ້ານ​ຕໍ່ການ
​ຕັດ​ຄ່າເກື້ອ​ກຸນ​ ຫລື​ຄ່າ​ໃຊ້​ຈ່າຍ​ອື່ນໆລົງ. ​ແຕ່​ນັກ​ການ​ເມືອງ​ຝ່າຍ​ຄ້ານ Rafizi Ramli ຊີ້​
ໄປໃສ່​ລາຍ​ງານ​ຂອງ​ຜູ້​ກວດກາ​ທົ່ວ​ໄປ​ຂອງ​ລັດຖະບານ ທີ່​ທ່ານ​ກ່າວ​ວ່າ ສະ​ແດງ​ໃຫ້ເຫັນ
ວ່າ ມີ​ການ​ໃຊ້​ຈ່າຍ​ເງິນ​ຫລວງ​ໄປຢ່າງ​ສິ້ນ​ເປືອງ ​ເປັນ​ຈໍານວນ​ມະຫາ​ສານ​ປີ​ແລ້ວ​ປີເຫລົ່າ
ນັ້ນ. ທ່ານ​ Rafizi ​ເວົ້າ​ວ່າ:

“ບໍ່​ວ່າເຂົາ​ເຈົ້າຈະ​ຈັດ​ຕັ້ງ​ປະຕິບັດ ​ການ​ເກັບ​ພາສີ​ອາກອນ​ໃໝ່​ຫລາຍ​ປານ​ໃດ​
ບໍ່​ວ່າ​ຈະ​ມີ​ລາຍ​ໄດ້​ໃໝ່​ຫລັ່ງໄຫລ​ເຂົ້າ​ມາ​ຫາ​ລັດຖະບານຫລາຍ​ປານ​ໃດ​ກໍ​ຕາມ ​
ແຕ່​ຖ້າ​ບໍ່​ມີ​ລະບຽບ​ວີ​ໄນ​ໃນ​ການ​ ທີ່​ຈະ​ກໍາຈັດ​ການ​ສິ້ນເປືອງຕ່າງໆ ກໍາຈັດ​ການ​
ສໍ້ລາດ​ບັງ​ຫລວງ ​ແລະ​ພິຈາລະນາ​ຄືນ​ເບິ່ງ​ ພາກ​ປະຕິບັດ​ໃນ​ການຈັດ​ຊື້ເຄື່ອງ
ຂອງ​ຕ່າງໆຂອງລັດຖະບານ​ແລ້ວ ມັນ​ກໍ​ຄື​ກັນ​ກັບ​ເອົາ​ເງິນໄປ ຖອກ​ລົງ​ໃນ​ຂຸມ
ມືດ​ຫັ້ນ​ແຫລະ.”


ກາ​ນສຶກສາສໍາ​ຫລວດ​ຂອງ​ຕ່າງປະ​ເທດ ຊີ້​ບອກ​ວ່າ ​ເມື່ອ​ສົມ​ທຽບກັນ​ແລ້ວ ມາ​ເລ​ເຊຍ​
ແມ່ນ​ມີ​ການ​ສໍ້​ລາດ​ບັງ​ຫລວງ​ ໜ້ອຍ​ກ່ວາ​ປະ​ເທດອື່ນໆ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້. ກ່ອນ​ໜ້າ​ວັນ​ຂຶ້ນ​ປີ​ໃໝ່​ໜ້ອຍ​ດຽວ ນາຍົກລັດຖະມົນຕີ Najib Razak ​ໄດ້​ປະ
ກາດຕັດ​ເງິນ​ເບ້​ຍລ້ຽງ ຂອງບັນດາສະມາຊິກ​ສະພາ ​ແລະພວກ​ລັດຖະກອນ.

​ແຕ່ Chan Sook Peng ​ແມ່​ລູກ​ສອງ​ ກ່າວ​ວ່າ ການ​ຕັດເງິນ​ເບ້ຍລ້ຽງ​ເຫລົ່າ​ນັ້ນ ​ແມ່ນ
​ບໍ່​ມີ​ຫຍັງ​ເລີຍ ຖ້າ​ສົມ​ທຽບ​ກັບການ​ເສຍ​ສະລະ ທີ່​ປະ​ຊາ​ຊົນ​ທໍາ​ມະ​ດາ​ສາມັນ ຄືນາງ
ຈະຕ້ອງ​ໄດ້​ເຮັດ​ ເພື່ອໃຫ້​ຢູ່​ລອດນັ້ນ.
XS
SM
MD
LG