ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາສາສະໝັກ ມາເລເຊຍ ຜະລິດ ອຸປະກອນປ້ອງກັນປະຈຳຕົວ ໃຫ້ເຈົ້າໜ້າທີ່ແຖວໜ້າ


COVID Malaysia PPE Volunteers -- USAGM
please wait

No media source currently available

0:00 0:03:00 0:00

ເຄື່ອງມືປ້ອງກັນປະຈຳຕົວ ແມ່ນຄຳສັບທີ່ຫຼາຍຄົນໄດ້ມີຄວາມລຶ້ງເຄີຍ ນັບຕັ້ງແຕ່ການລະບາດຂອງ COVID-19 ໄດ້ເລີ່ມຂຶ້ນເມື່ອສອງສາມເດືອນທີ່ ຜ່ານມາ. ມັນໄດ້ມີຄວາມຮຽກຮ້ອງຕ້ອງການສຳລັບເຄື່ອງມືດັ່ງກ່າວໃນທົ່ວໂລກ ເພື່ອຊ່ວຍປ້ອງກັນໄວຣັສທີ່ວ່ານັ້ນ. ແຕ່ໂຮງຈັກໂຮງງານຕ່າງໆທີ່ຜະລິດເຄື່ອງ ມືປ້ອງກັນນັ້ນ ແມ່ນບໍ່ສາມາດທີ່ຈະຜະລິດໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ. ນັກຂ່າວວີໂອເອ ເດຟ ກຣູນໂບມ ຈະນຳສະເໜີໃຫ້ເຮົາຮູ້ ກ່ຽວກັບ ວິທີທີ່ອາ ສາສະໝັກ ໃນປະ ເທດ ມາເລເຊຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຕ່າງໆ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ກ່ອນທີ່ພົບປະກັບບັນດາຄົນໄຂ້, ດຣ. ແຄທຣີນາ ຄາເດຍ,​ ຈະທຳຄວາມອະນາ ໄມ ແລະ ໃສ່ຊຸດປ້ອງກັນປະຈຳຕົວ ຫຼືເອີ້ນວ່າ PPE ເພື່ອຫຼີກລ່ຽງການຕິດໄວ ຣັສໂຄໂຣນາ.

ລາວແມ່ນນັກຊ່ຽວຊານ ກ່ຽວກັບ ແຂ້ວ ແລະ ປາກ ຢູ່ສູນການແພດຂອງມະຫາ ວິທະຍາໄລ ມາລາຢາ.

ດຣ. ແຄທຣີນາ ຄາເດຍ ເວົ້າວ່າ “ຄົນໄຂ້ທຸກຄົນທີ່ເຂົ້າມາ ແມ່ນພິຈາລະນາວ່າ ຕິດໄວຣັສ ຈົນກວ່າຖືກພິສູດວ່າບໍ່ມີໄວຣັສ. ສະນັ້ນ, ພວກເຮົາຕ້ອງຮັບປະກັນວ່າ ພວກເຮົາກຽມພ້ອມຢ່າງເຕັມທີ່ ແລະ ປ້ອງກັນເວ ລາປິ່ນປົວຄົນໄຂ້.”

ແຜ່ນຢາງກັນໜ້າທີ່ລາວກຳລັງໃສ່ແມ່ນບໍ່ໄດ້ມາຈາກໂຮງງານ. ມັນໄດ້ຖືກເຮັດ ຢູ່ບ້ານຫຼັງນີ້ ຕັ້ງຢູ່ປະມານ 10 ກິໂລແມັດຫ່າງອອກໄປ.

ມັນແມ່ນບ່ອນທ່ານ ວິລລຽມ ອາລວີສ ທີ່ໄດ້ປ່ຽນຫ້ອງກິນເຂົ້າຂອງລາວເປັນສູນ ກາງການຜະລິດ ພ້ອມດ້ວຍເຄື່ອງພິມຢາງກັນໜ້າ 3-D ແປດໜ່ວຍ.

ທ່ານ ອາລວີສ ແມ່ນສ່ວນນຶ່ງຂອງກຸ່ມໃນ ເຟສບຸກ ທີ່ມີອາສາສະໝັກຫຼາຍກວ່າ 500​ ຄົນທີ່ຜະລິດອຸປະກອນ PPE ສຳລັບເຈົ້າໜ້າທີ່ໃນແຖວໜ້າທົ່ວປະເທດ ມາເລເຊຍ.

ປັດຈຸບັນນີ້, ຄອບຄົວຂອງລາວໄດ້ໃຊ້ເງິນປະມານ 1500 ໂດລາຈາກຖົງຂອງ ເຂົາເຈົ້າ ເພື່ອເຮັດຢາງກັນໜ້າຫຼາຍພັນອັນ ສຳລັບໂຮງໝໍໃນທົ່ວປະເທດ.

ທ່ານ ວິລລຽມ ອາລວີສ ອາສາສະໝັກຜະລິດເຄື່ອງມື PPE ກ່າວວ່າ “ຂ້າ ພະເຈົ້າເຮັດສິ່ງນີ້ ເພາະ ວ່າຂ້າພະເຈົ້າມັກສ້ອມແປງສິ່ງຕ່າງໆ ແລະ ຂ້າພະເຈົ້າ ກໍຮັກຊຸມຊົນ. ສະນັ້ນ, ນີ້ແມ່ນສອງອົງປະ ກອບໃນການນຳເອົາການສ້ອມແປງ ແລະ ຊຸມຊົນມາເຂົ້າກັນໃນຂົງເຂດນີ້.”

ທ່ານ ອາລວີສ ໄດ້ແບບຂອງຢາງກັນໜ້າຈາກກຸ່ມໃນເຟສບຸກດັ່ງກ່າວ.

ຂັ້ນຕອນແມ່ນເລີ່ມດ້ວຍການມ້ວນແຜ່ນຢາງ. ມັນຈະຖືກເອົາເຂົ້າໃສ່ເຄື່ອງພິມ 3-D ບ່ອນທີ່ມັນຈະຖືກຄວາມຮ້ອນ, ເປື່ອຍລົງ ແລະ ແຜ່ອອກເປັນແຜ່ນຢາງ ຮ້ອນແລ້ວກໍຖືກເຮັດເປັນຮູບຮ່າງ.

ເຄື່ອງຈັກແຕ່ລະໜ່ວຍຈະຜະລິດໂຄງຮ່າງ ຫຼື ກອບ ສອງອັນຕໍ່ຄັ້ງໃນເວລາປະ ມານນຶ່ງຊົ່ວໂມງ. ພັນລະຍາຂອງທ່ານ ອາລວີສ, ທ່ານນາງ ມີແຣນດາ, ເອົາ ແຜ່ນຢາງໃສ່ກອບ ເຊິ່ງມັນຈະໃຫ້ການປ້ອງກັນທີ່ແທ້ຈິງ.

ທ່ານ ວິລລຽມ ອາລວີສ ກ່າວວ່າ “ແຮງຈູງໃຈຂອງຂ້າພະເຈົ້າກໍແມ່ນສິ່ງນີ້໊ ຂ້າ ພະເຈົ້າຈະໄດ້ປົກ ປ້ອງ ຈົ້າໜ້າທີ່ໃນແຖວໜ້າ ໂດຍບໍ່ຄຳນຶງເຖິງຄ່າໃຊ້ຈ່າຍ ເພາະວ່າຖ້າເຂົາເຈົ້າບໍ່ສະບາຍ, ​ແມ່ນໃຜຈະມາປົກປ້ອງຂ້າພະເຈົ້າ? ແມ່ນໃຜ ຈະມາປົກປ້ອງເຮົາ? ແລະ ນີ້ແມ່ນສິ່ງທີ່ເຂົາເຈົ້າຕ້ອງການໃນເວລານີ້. ເຂົາເຈົ້າ ຖ້າຫຍັງບໍ່ໄດ້, ສະນັ້ນພວກເຮົາຕ້ອງເລັ່ງ ແລະ ເຮັດໜ້າທີ່ຂອງພວກເຮົາ.”

ດຣ. ແຄທຣີນາ ຄາເດຍ ກ່າວວ່າ “ຂ້າພະເຈົ້າຂໍຂອງໃຈເປັນຢ່າງສູງສຳລັບ ອາສາສະໝັກໝົດທຸກຄົນ ຜູ້ທີ່ໄດ້ທຳການບໍລິຈາກຢ່າງຫຼວງຫຼາຍ ແລະ ຄວາມ ພະຍາຍາມໃນການຮັບປະກັນວ່າ ເຈົ້າ ໜ້າທີ່ແຖວໜ້າ ແມ່ນໄດ້ຮັບການປ້ອງກັນ ເປັນຢ່າງດີ.”

ສະນັ້ນ, ການຮູ້ບຸນຄຸນແມ່ນຈະເປັນການຕອບແທນໃຫ້ທັງສອງຝ່າຍ ໃນຂະນະ ທີ່ບັນດາອາສາສະໝັກຊ່ວຍປົກປ້ອງເຈົ້າໜ້າທີ່ແຖວໜ້າ, ສະນັ້ນເຈົ້າໜ້າທີ່ແຖວ ໜ້າ ຈຶ່ງສາມາດປົກປ້ອງສາທາ ລະນະ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG