ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ຈະຢ້ຽມຢາມ ສະຫະລັດ ໃນເດືອນກັນຍາ ຈະມາເຖິງນີ້


​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najib Razak ຖືດອກໄມ້
ທີ່ຄົນມອບໃຫ້ທ່ານ ຕອນທີ່ໄປຮອດໄພເຖິງ New Delhi, ອິນເດຍ, 31 ມີນາ, 2017.
​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najib Razak ຖືດອກໄມ້ ທີ່ຄົນມອບໃຫ້ທ່ານ ຕອນທີ່ໄປຮອດໄພເຖິງ New Delhi, ອິນເດຍ, 31 ມີນາ, 2017.

​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນລ ທຣຳ ​ຈະ​ຕ້ອນຮັບ​ນາຍົກລັດຖະມົນຕີ
ມາ​ເລ​ເຊຍ ທ່ານ Najib Razak ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ ​ໃນ​ທຳນຽບຂາວ ​
ໃນເດືອນ​ໜ້າ​ນີ້.

ທຳນຽບຂາວໄດ້​ປະກາດ​ເຖິງ​ການ​ຢ້ຽມຢາມທີ່​ວ່າ​ນີ້ ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ​ວ່າ
ທ່ານ​ທຣຳ ກະຕືລື​ລົ້ນ​ຢາກຈະ​ປຶກສາ​ຫາລື​ເພື່ອກະ​ຊັບສາຍ​ພົວພັນເພີ່ມຂຶ້ນກັບ
“ພັນທະ​ມິດ ທີ່​ຖື​ວ່າ​ເປັນ​ນຶ່ງ​ໃນ​ພວກ​ພັນທະ​ມິດ​ຂອງ​ອາ​ເມຣິກາໃນ​ເອ​ເຊຍ
​ອາຄະ​ເນ.”

ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ກ່າວ​ວ່າ ພວກ​ຜູ້ນຳທັງສອງ ​ຈະ​ສົນທະນາ​ກັນ
​ໃນ​ຂອບ​ເຂດກວ້າງ​ອອກ​ໄປ ​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ເພື່ອ​ຮັບ​ມື​
ກັບ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ພວກ​ຫົວ​ຮຸນ​ແຮງ ​ແລະ​ການ​ຄ້າ ນຳ.

ສາຍ​ພົວພັນ​ ລະຫວ່າງ​ສະຫະລັດ ກັບ ມາ​ເລ​ເຊຍ ​ໄດ້​ອົບ​ອຸ່ນ​ຂຶ້ນ ຫຼັງ​ຈາກ​ທີ່​ທ່ານ Najib ​ແລະອະດີດ​ປະທານາທິບໍດີ​ບາ​ຣັກ ​ໂອ​ບາ​ມາ ​ໄດ້​ເຂົ້າ​ກຳ​ຕຳ​ແໜ່​ງ​ໃນ​ປີ 2009.
ທ່ານ ​ໂອ​ບາ​ມາ ​ໄດ້​ກາຍ​ມາ​ເປັນຜູ້ນຳ​ຄົນ​ທຳ​ອິດຂອງ​ສະຫະລັດ ທີ່​ເດີນທາງ​ໄປຢ້ຽມຢາມ
ທີ່​ນັ້ນ​ໃນ​ຮອບຫຼາຍ​ກວ່າ 50 ປີ ໃນ ປີ 2014.

​ແຕ່​ຂ່າວຊ່າລື ເລື່ອງການ​ສໍ້​ລາດ​ບັງ​ຫຼວງ​ທີ່​ໃຫຍ່​ໂຕ ​ໄດ້​ພົວພັນ​ກັບ​ກອງ​ທຶນ ທີ່​ກໍ່​ຕັ້ງ​ຂຶ້ນ ​
ໂດຍ​ທ່ານ Najib ​ໄດ້ສ້າງຄວາມ​ເຄັ່ງ​ຕຶງ​ກັບ​ສະຫະລັດ ​ແລະ​ບັນດາ​ປະ​ເທດ​ອື່ນໆ ທີ່​ກ່າວຫາວ່າມີການ​ຍັກ​ຍອກ​ເງິນ ​ແລະ​ການ​ຟອກ​ເງິນ​ນັ້ນ.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ພະຍາຍາມ​ທີ່​ຈະ​ຍຶດ​ເງິນ​ຈຳນວນ 1 ພັນ 7 ຮ້ອຍ​ລ້ານ
​ໂດ​ລ່າ ທີ່​ພົວພັນ​ກັບການ​ສອບ​ສວນ​ດັ່ງກ່າວນີ້.

​ທ່ານ Najib ​ໄດ້​ປະຕິ​ເສດ​ວ່າ ຕົນ ບໍ່​ໄດ້​ກະທຳ​ຜິດ​ໃນ​ທຸກໆສະຖານະ​ການໃດໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ


XS
SM
MD
LG