ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຕຳຫຼວດ ມາເລເຊຍ ເຊື່ອມໂຍງ ເລຂາທູດ ເກົາຫຼີເໜືອ ໃສ່ການສັງຫານ ທ້າວ ຄິມ ຈອງ ນາມ


ບັນດານັກຂ່າວໄລ່ຕາມລົດຄັນໜຶ່ງເຊິ່ງຂັບອອກມາຈາກສະຖານທູດ ເກົາຫຼີເໜືອ ໃນນະຄອນຫຼວງ ກົວລາ ລຳເປີ, ປະເທດ ມາເລເຊຍ. 22 ກຸມພາ, 2017.
ບັນດານັກຂ່າວໄລ່ຕາມລົດຄັນໜຶ່ງເຊິ່ງຂັບອອກມາຈາກສະຖານທູດ ເກົາຫຼີເໜືອ ໃນນະຄອນຫຼວງ ກົວລາ ລຳເປີ, ປະເທດ ມາເລເຊຍ. 22 ກຸມພາ, 2017.

ຕຳຫຼວດ ມາເລເຊຍ ໄດ້ກ່າວໃນວັນພຸດມື້ນີ້ວ່າ ແມ່ຍິງສອງຄົນທີ່ເປັນຜູ້ຕ້ອງສົງໄສ ກ່ຽວ ກັບ ການວາງຢາພິດໃນການພະຍາຍາມລອບສັງຫານ ອ້າຍຕ່າງມານດາຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ນັ້ນຮູ້ຈັກວ່າພວກເຂົາໄດ້ເຮັດຫຍັງ ແລະ ໄດ້ຖືກຝຶກ ຊ້ອມໃຫ້ເຮັດມັນ.

ແມ່ຍິງທີ່ຖືກຈັບກຸມໃນການເຊື່ອມໂຍງກັບການຕາຍຂອງທ້າວ Kim Jong Nam ຢ່າງ ໜ້ອຍຄົນໜຶ່ງໄດ້ອ້າງວ່າ ລາວ ຖືກຫຼອກລວງໃຫ້ໂຈມຕີທ້າວ Kim ຢູ່ສະໜາມບິນ ກົວລາ ລຳເປີ, ເຊິ່ງເຊື່ອວ່າ ລາວໄດ້ເຂົ້າຮ່ວມໃນການຫຼິ້ນຕະຫຼົກຂອງລາຍການໂທລະພາບ.

ຜູ້ບັນຊາການຕຳຫຼວດທ່ານ Khalid Abu Bakar ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກ ເຮົາເຊື່ອຢ່າງແຮງວ່າ ມັນເປັນສິ່ງທີ່ມີ​ການວາງແຜນໄວ້ ແລະ ວ່າພວກເຂົາຖືກ ຝຶກຊ້ອມໃຫ້ເຮັດສິ່ງດັ່ງກ່າວນັ້ນ. ນີ້ມັນບໍ່ຄືກັບການຖ່າຍຮູບເງົາເທົ່ານັ້ນ.”

ພາບກ້ອງວົງຈອນປິດຈາກສະໜາມບິນໄດ້ສະແດງໃຫ້ເຫັນໜຶ່ງໃນແມ່ຍິງສອງຄົນນັ້ນ ໄດ້ຈັບທ້າວ Kim ຈາກດ້ານຫຼັງ ແລະ ໄດ້ຈັບເອົາບາງຢ່າງໃສ່ໜ້າຂອງລາວ.

ທ່ານ Khalid ໄດ້ກ່າວໃນວັນພຸດວານນີ້ວ່າ ມັນມີຄວາມກະຈ່າງແຈ້ງຈາກພາບວິດີໂອວ່າ ພວກແມ່ຍິງນັ້ນໄດ້ເອົາມືຫ່າງອອກຈາກຕົນເອງໃນເວລາທີ່ພວກເຂົາຍ່າງອອກຈາກທ້າວ Kim ແລະ ໄປເຂົ້າຫ້ອງນ້ຳ, “ດັ່ງນັ້ນພວກເຂົາຮູ້ດີວ່າມັນແມ່ນຢາພິດ ແລະ ພວກເຂົາ ຕ້ອງລ້າງມືຕົນເອງ.”

ຄົນອື່ນໆອີກສອງຄົນໄດ້ຖືກຈັບກຸມແລ້ວ ຖານເຊື່ອມໂຍງກັບການໂຈມຕີ, ແລະ ບັນດາ ເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າກຳລັງຊອກຫາຜູ້ຕ້ອງສົງ​ໄສເພີ່ມເຕີມອີກ.

ທ່ານ Khalid ໄດ້ກ່າວວວ່າ ຄົນໜຶ່ງທີ່ພວກເຂົາເຈົ້າກຳລັງຊອກຫາຢູ່ໃນຕອນນີ້ແມ່ນນັກ ການທູດລະດັບສູງຂອງ ເກົາຫຼີເໜືອ ຜູ້ທີ່ມີໜ້າທີ່​ເປັນເລຂາທີສອງຢູ່ສະຖານທູດຂອງ ປະເທດດັ່ງກ່າວໃນນະຄອນຫຼວງ ກົວລາ ລຳເປີ. ຜູ້ຕ້ອງສົງໄສອີກຄົນໜຶ່ງແມ່ນພະນັກ ງານສາຍການບິນລັດຖະບານຂອງ ເກົາຫຼີເໜືອ.

ຖະແຫຼງການສະບັບໜຶ່ງຈາກສະຖານທູດຂອງ ເກົາຫຼີເໜືອ ໄດ້ປະຕິເສດລາຍງານຂອງ ທ່ານ Khalid, ໂດຍຖາມຄືນວ່າ ພວກແມ່ຍິງຈະຍັງມີຊີວິດຢູ່ລອດໄດ້ແນວໃດ ຖ້າພວກ ເຂົາມີຢາພິດຢູ່ມືຂອງພວກເຂົາ. ພວກເຂົາເຈົ້າກໍຍັງໄດ້ຮຽກຮ້ອງໃຫ້ປ່ອຍຕົວພ້ອມກັບ ຊາວ ເກົາຫຼີເໜືອ ຜູ້ທີ່ຖືກຄວບຄຸມຕົວອີກດ້ວຍ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ມາເລເຊຍ ໄດ້ດຳເນີນການພິສູດສົບຂອງທ້າວ Kim, ແຕ່ກຳລັງລໍຖ້າຜົນຂອງການກວດ​ສອບຈາກຫ້ອງວິໄຈຢູ່ ເພື່ອພິຈາລະນາສາເຫດໃນ ການຕາຍຂອງລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG