ເຈົ້າໜ້າທີ່ຕໍາຫລວດມາເລເຊຍ ໄດ້ຍິງລະເບີດນໍ້າຕາແລະໃຊ້ທໍ່ສີດນໍ້າຂະໜາດໃຫຍ່
ສາດໃສ່ພວກປະທ້ວງຫລາຍສິິບພັນຄົນ ທີ່ພາກັນໂຮມຊຸມນຸມໃນເຂດໃຈກາງນະຄອນ
ຫຼວງກົວລາລໍາເປີໃນວັນເສົາມື້ນີ້ ເພື່ອຮຽກຮ້ອງໃຫ້ມີການປະຕິຮູບການເລືອກຕັ້ງ.
ພວກປະທ້ວງຢ່າງນ້ອຍ 25.000 ຄົນພາກັນໄດ້ຂ້າມຮົ້ວໜາມໝາກຈັບທີ່ກັ້ນເອົາໄວ້
ໃນຂະນະທີ່ເຂົາເຈົ້າລຸຫລັ່ງເຂົ້າໄປຍັງຈະຕຸລັດເອກ ກະລາດ ທີ່ມີຍາມຮັກສາການຢ່າງ
ໜາແໜ້ນ ໂດຍບໍ່ເອົາຫົວຊາຕໍ່ຄຳ ສັ່ງຫ້າມບໍ່ໃຫ້ໂຮມຊຸມນຸມປະທ້ວງຢູ່ສະຖານທີ່ດັ່ງ
ກ່າວຊຶ່ງຕັ້ງຢູ່ໃນເຂດ ໃຈກາງນະຄອນຫຼວງມາເລເຊຍນັ້ນ.
ຕໍາຫລວດຍັງໄດ້ປິດກັ້ນສະຖານທີ່ຫລາຍໆແຫ່ງໃນນະຄອນຫຼວງ ແຕ່ທ່ານ Anwar
Ibrahim ຊຶ່ງເປັນຜູ້ນຳຝ່າຍຄ້ານ ກ່າວກ່ອນໜ້ານີ້ວ່າ ພວກປະທ້ວງມີຈຸດປະສົງທີ່ຈະ
ພາກັນເດີນຂະບວນໄປຫາຈະຕຸລັດແຫ່ງນີ້.
ທ່ານ Anwar ເວົ້າວ່າ “ດັ່ງນັ້ນ ຕໍາຫລວດຈຶ່ງເຂົ້າໃຈ ອະນຸຍາດໃຫ້ພວກເຮົາເດີນ
ຂະບວນໄດ້ ມັນມີຢູ່ຫ້າຈຸດທີ່ເປັນແບບນີ້. ພວກເຮົາຕ້ອງໄດ້ໄປເຕົ້າໂຮມກັນ ຫລັງຈາກ
ການສວດມົນພາວະນາແລ້ວ ພວກເຮົາຕ້ອງໄດ້ຍ້າຍ ແລະເບິ່ງວ່າ ຈະມີຫຍັງເກີດຂື້ນ
ອີກ. ແຕ່ວ່າມັນເປັນສິ່ງ ສໍາຄັນທີ່ສຸດ ທີ່ພວກເຮົາມີຊາວມາເລເຊຍ ຈາກທຸກໆປະຊາຄົມ
ທຸກກຸ່ມຜີວພັນ ເຂົ້າເຕົ້າໂຮມກັນ ຮຽກຮ້ອງໃຫ້ມີການເລືອກຕັ້ງ ທີ່ຍຸຕິທຳແລະເສຣີ
ແລະຢຸດເຊົາການສໍ້ໂກງຄະແນນສຽງ.