ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜ.ບ. ຕຳຫຼວດ ມາເລເຊຍ ກ່າວວ່າ ການສືບສວນ ກ່ຽວກັບ ຖ້ຽວບິນ MH370 ຈະດຳເນີນຕໍ່ໄປ (ສະໄລດ໌/ວີດີໂອ)


malaysiaplane2april14
please wait
Embed

No media source currently available

0:00 0:01:11 0:00

ເບິ່ງວີດີໂອ ເລື້ອງນີ້.

ຫົວໜ້າ​ຕຳຫຼວດ​ແຫ່ງ​ຊາດ​ມາ​ເລ​ເຊຍ ​ເຕືອນວ່າ ບັນດາ​
ເຈົ້າ​ໜ້າ​ທີ່ ​ອາດ​ຈະ​ບໍ່ຮຽນ​ຮູ້ໄດ້ເລີຍວ່າ ມີ​ຫຍັງເກີດ​ຂຶ້ນ​
ແທ້ໆ ທີ່​ພາໃຫ້​ຖ້ຽວບິນ ​370 ຂອງ​ສາຍ​ການບິນ​ມາ​ເລ​
ເຊຍຫາຍ​ສາບ​ສູນ​ໄປ​ນັ້ນ.

ຖ້ອຍ​ຖະ​ແຫລ​ງຂອງ​ຫົວໜ້າ​ຕຳຫຼວດ​ທ່ານ​ນີ້ ມີ​ຂຶ້ນ​ໃນ
​ເວລາ 25 ມື້​ຫຼັງຈາກ​ເຮືອ ບິນ Boeing 777 ໄດ້ຫາຍ​
ສາບ​ສູນ​ໄປ​ໃນ​ຂະນະ​ທີ່​ພວມ​ບິນອອກ​ຈາກ​ນະຄອນ
​ຫລວງກົວ​ລາລຳ​ເປີ​ມຸ້ງ​ໜ້າ​ໄປ​ຍັງກຸງ​ປັກ​ກິ່ງທີ່​ມີ​ຜູ້​ໂດຍ
ສານ​ແລະຈຸ​ບິນ 239 ຄົນ ​ຂີ່​ໄປ​ນຳ​ນັ້ນ.

ການ​ຊອກ​ຄົ້ນ​ຫາ​ເສດ​ຫັກ​ພັງ​ຂອງ​ເຮື​ອບິນ​ລຳ​ນີ້ຂອງ​ນາໆ​ຊາດໃນ​ພາກ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ ​ແລະ​ການ​ສືບສວນ​ສອບ​ສວນ​ດ້ານ​ອາຍາ​ຂອງ​ຕຳຫຼວດ​ມາ​ເລ​ເຊຍ ມາ​
ຮອດປັດຈຸບັນ​ນີ້ ບໍ່​ໄດ້​ຮັບ​ຜົນ​ໃດໆ.

ຫົວໜ້າ​ຕຳຫຼວດ​ມາ​ເລ​ເຊຍ ທ່ານ Khalid Abu Bakarກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ຍັງ​ຕ້ອງການ​ເວລາ​ຕື່ມ​ອີກ ​ເພື່ອ​ຊອກ​ຫາ​ຮ່ອງຮອຍຕ່າງໆ ​ໂດຍ​ເຕືອນ​ວ່າ ການ​ສືບ​ສວນ​ສອບ​ສວນ “ອາດ​ຈະ​ດຳ​ເນີນ​ໄປ​ຕື່ມອີກ​ເລື້ອຍໆ​ໄປ.
CN- US Helps Search for Flight 370 With Planes, Equipment
please wait

No media source currently available

0:00 0:02:17 0:00

ທ່ານ Khalid ກ່າວ​ວ່າ ຕຳຫຼວດ​ສືບ​ຕໍ່​ເພ່ງ​ເລັງ​ໃສ່​ຄວາມ​ເປັນ​ໄປ​ໄດ້​ຕ່າງໆ ກ່ຽວ
​ກັບ​ການ​ຈີ້​ເຮືອບິນ ການ​ກໍ່​ວິນາດສະກຳ ​ແລະ​ບັນຫາ​ຕ່າງໆ​ທາງ​ສ່ວນ​ຕົວ ຫຼື​ທາງ ຈິດຕະວິທະຍາ​ຂອງ​ພວກ​ຄົນ​ທີ່​ຂີ່​ໄປ​ນຳ​ເຮືອບິນ​ລຳ​ນີ້.

ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ​ໄດ້​ທຳການ​ສຳພາດກັບ ​
ຄົນ​ຕ່າງໆມາ​ແລ້ວ 170 ຄັ້ງ ​ແລະ​ວ່າຍັງ​ຕ້ອງການເກັບ​ກຳຖ້ອຍ​ຖະ​ແຫຼ​ງຕ່າງໆ
ຕື່ມ​ອີກ.
XS
SM
MD
LG