ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ມາເລເຊຍ ກ່າວວ່າ ຊິ້ນສ່ວນ ພືພັບຂອງປິກ ແມ່ນເປັນຂອງ ໂບອິງ 777


ລັດຖະມົນຕີ​ຂົນ​ສົ່ງ​ຂອງ ມາ​ເລ​ເຊຍ ທ່ານ Liow Tiong Lai ກ່າວໃນລະຫວ່າງການຖະແຫຼງຂ່າວ ທີ່ໂຮງແຮມໃກ້ກັບ ສະໜາມບິນສາກົນ ກົວລາລຳເປິ ໃນເມືອງ ເຊປັງ. 19 ກໍລະກົດ, 2014.
ລັດຖະມົນຕີ​ຂົນ​ສົ່ງ​ຂອງ ມາ​ເລ​ເຊຍ ທ່ານ Liow Tiong Lai ກ່າວໃນລະຫວ່າງການຖະແຫຼງຂ່າວ ທີ່ໂຮງແຮມໃກ້ກັບ ສະໜາມບິນສາກົນ ກົວລາລຳເປິ ໃນເມືອງ ເຊປັງ. 19 ກໍລະກົດ, 2014.

ລັດຖະມົນຕີ​ຂົນ​ສົ່ງ​ຂອງ ມາ​ເລ​ເຊຍ ກ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ ຊິ້ນ​ສ່ວນ​ຂອງ​ປີກ​ເຮືອ​ບິນ​ທີ່​ໄດ້​ຖືກ​ພົບ​ເຫັນ​ໃນ​ສັບປະດາ​ທີ່​ຜ່ານ​ມາ​ຢູ່​ເທິງເກາະ​ໃນ​ມະຫາ​ສະໝຸດ​ອິນເດຍ ​ໄດ້​ຖືກ​ລະບຸ​ວ່າ​ມາ​ຈາກ​ເຮືອ​ບິນ​ຊະນິດ​ດຽວ​ກັນ​ກັບ​ເຮືອບິນ​ຂອງ​ສາຍ​ການບິນ Malaysian Airlines ທີ່​ໄດ້​ຫາຍ​ສາບ​ສູນໄປໃນປີ​ກາຍນີ້.

ລັດຖະມົນຕີ Liow Tiong Lai ​ໄດ້​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຂອງ ຝຣັ່ງ ​ແລະ ​ບໍລິ​ສັດ​ຜະລິດ​ເຮືອບິນ ​ໂບອິງ ​ແມ່​ນຢູ່ໃນ​ໝູ່​ຄະນະ​ຂອງຜູ້​ທີ່​ໄດ້​ໃຫ້​ຄຳ​ຢືນ​ຢັນ​ວ່າປີກ​ພື​ພັບ​ຂອງ​ເຮືອ​ບິນ​ແມ່ນ​ມາ​ຈາກ​ເຮືອບິນ 777.

ທ່ານຍັງ​ໄດ້​ກ່າວ​ວ່າ ມາ​ເລ​ເຊຍ​ ​ແມ່ນ​ກຳລັງ​ເດີນທາງ​ໄປ​ເຂດ​ແດນ​ໃກ້​ກັບ​ເກາະ Reunion, ເຊິ່ງຢູ່ພາກຕາເວັນອອກຂອງ ມາດາກາສກາ ເພື່ອຊ່ວຍລະບຸວ່າມີວັດຖຸອື່ນບໍ່ ທີ່ອາດຖືກ ພັດຂຶ້ນຝັ່ງໃນພື້ນດ່ັງ​ກ່າວ ທີ່ວ່າອາດ ເປັນຊິ້ນສ່ວນ ຂອງເຮືອບິນທີ່ຫາຍສາບສູນ​ໄປ​ນັ້ນ.

ບັນດາເຈົ້າໜ້າທີ່ແມ່ນກຳລັງກວດສອບອີກຢ່າງໜ້ອຍເສດເຫຼັກທີ່ຫັກພັງອີກຊິ້ນສ່ວນໜຶ່ງ ທີ່ໄດ້ຖືກຄົ້ນພົບຢູ່ເກາະ Reunion, ​ໃກ້​ກັບ​ເມືອງ Saint Denis, ປະມານ​ 25 ກິໂລແມັດ ຈາກບ່ອນທີ່ຄົ້ນພົບປີກພືພັບ ຂອງເຮືອບິນ. ການຄົ້ນພົບຄັ້ງໃໝ່ນີ້ ອາດຈະແມ່ນຊິ້ນສ່ວນ ຂອງ ປະຕູເຮືອບິນກໍ​ເປັນ​ໄດ້.

XS
SM
MD
LG