ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ອານວາ ອີບຣາຮິມ ນັກການເມືອງ ມາເລເຊຍ ຖືກປ່ອຍໂຕ ອອກຈາກຄຸກ


Malaysia Politics
please wait
Embed

No media source currently available

0:00 0:01:21 0:00

ຫລັງຈາກໄດ້ຖືກຕິດຄຸກ ມາເປັນເວລາ 3 ປີ ທ່ານອານວາ ອີບຣາຮິມ ນັກການ
ເມືອງຂອງມາເລເຊຍ ເວລານີ້ ຖືກປ່ອຍໃຫ້ເປັນອິດສະຫຼະແລ້ວ ຫຼັງຈາກໄດ້ຮັບ
ປະທານອະໄພຍະໂທດຈາກກະສັດ.

ທ່ານອານວາ ອາຍຸ 70 ປີ ໄດ້ອອກຈາກໂຮງໝໍ ທີ່ນະຄອນຫຼວງ ກົວລາລຳເປີ
ໃນວັນພຸດມື້ນີ້ ຫຼັງຈາກໄດ້ຮັບການປິ່ນປົວ ຍ້ອນການບາດເຈັບ ທີ່ບ່າຂອງທ່ານ
ແລະເດີນທາງໄປເຂົ້າເຝົ້າກະສັດສຸລຕ່ານ ໂມຮຳມັດ ທີ 5.

ທ່ານອານວາໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນປີ 2015 ໃນຂໍ້ຫາສໍ້ລາດບັງ
ຫຼວງ ແລະມີເພດສຳພັນແບບຜິດປົກກະຕິ ທີ່ໄດ້ຖືກປະນາມຢ່າງກວ້າງຂວາງ
ວ່າ ມີຈຸດປະສົງທາງການເມືອງນັ້ນ. ທ່ານອານວາ ເຄີຍຮັບຕຳແໜ່ງເປັນຮອງ
ນາຍົກລັດຖະມົນຕີແລະລັດຖະມົນຕີກະຊວງການເງິນ ໃນລັດຖະບານທ່ານມະ
ຫາເທຍແລະຖືກເບິ່ງກັນວ່າ ເປັນທາຍາດທາງການເມືອງຂອງທ່ານມະຫາເທຍ
ຈົນເທົ່າທ່ານຖືກປົດໃນປີ 1999.

ນາຍົກລັດຖະມົນຕີ ຂອງມາເລເຊຍ ທ່ານມະຫາເທຍ ໂມຫາມັດ, ກາງ, ໂບກມື ໃນຂະນະທີ່ຢືນຢູ່ ຄຽງຂ້າງ ທ່ານ ລິມ ກວນ ເອັງ ລັດຖະມົນຕີການເງິນ ຄົນໃໝ່ ທີ່ຫາກໍໄດ້ຖືກແຕ່ງຕັ້ງ , ຊ້າຍ, ຫຼັງຈາກທີ່ໄດ້ກ່າວປະກາດ ບັນດາສະມາຊິກ ຄະນະລັດຖະບານຂອງທ່ານ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ເມືອງ ເປຕາລິງ ຈາຢາ, ວັນທີ 12 ພຶດສະພາ 2018.
ນາຍົກລັດຖະມົນຕີ ຂອງມາເລເຊຍ ທ່ານມະຫາເທຍ ໂມຫາມັດ, ກາງ, ໂບກມື ໃນຂະນະທີ່ຢືນຢູ່ ຄຽງຂ້າງ ທ່ານ ລິມ ກວນ ເອັງ ລັດຖະມົນຕີການເງິນ ຄົນໃໝ່ ທີ່ຫາກໍໄດ້ຖືກແຕ່ງຕັ້ງ , ຊ້າຍ, ຫຼັງຈາກທີ່ໄດ້ກ່າວປະກາດ ບັນດາສະມາຊິກ ຄະນະລັດຖະບານຂອງທ່ານ ໃນກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ເມືອງ ເປຕາລິງ ຈາຢາ, ວັນທີ 12 ພຶດສະພາ 2018.

ພວກທ່ານທັງສອງໄດ້ຄືນດີແລະໂຮມກຳລັງກັນ ເພື່ອສ້າງແນວໂຮມແຫ່ງຄວາມ
ຫວັງຂອງພັກຝ່າຍຄ້ານ ທີ່ໄດ້ຮັບໄຊຊະນະ ຢ່າງບໍ່ຄາດຝັນ ໃນການເລືອກຕັ້ງ
ສະພາແຫ່ງຊາດ ເມື່ອສັບປະດາແລ້ວ ຊຶ່ງໄດ້ຂັບໄລ່ ນາຍົກລັດຖະມົນຕີນາຈິບ
ຣາຊັກ ແລະລັດຖະບານປະສົມຂອງພັກບາຣີຊານແຫ່ງຊາດ ທີ່ໄດ້ປົກຄອງມາ
ເລເຊຍ ມາໄດ້ 6 ທົດສະວັດກວ່າໆແລ້ວນັ້ນ ອອກຈາກອຳນາດ.

ການເລືອກຕັ້ງດັ່ງກ່າວ ເຮັດໃຫ້ທ່ານມະຫາເທຍ ອາຍຸ 92 ປີ ຊຶ່ງໄດ້ປົກຄອງ
ມາເລເຊຍແບບຜະເດັດການ ແຕ່ປີ 1981 ຫາປີ 2003 ນັ້ນ ນັ້ນກາຍເປັນຜູ້
ນຳທີ່ຖືກຮັບເລືອກອາຍຸແກ່ທີ່ສຸດໃນໂລກ. ທ່ານກ່າວວ່າ ທ່ານຈະປົກຄອງປະ
ເທດເປັນເວລາ 2 ປີ ກ່ອນທີ່ຈະມອບອຳນາດ ໃຫ້ທ່ານອານວາ. ກ່ອນອື່ນໝົດ
ທ່ານອານວາ ຈະຕ້ອງຖືກຮັບເລືອກໃຫ້ເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ກ່ອນທີ່
ທ່ານຈະຮັບອຳນາດຈາກທ່ານມະຫາເທຍໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG