ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດມາເລເຊຍ ປະກາດ ພາວະສຸກເສີນ ທ່າມກາງທີ່ມີການລະບາດເພີ້ິ້ມຂຶ້ນ ຂອງໂຄວິດ-19


ຄົນພາກັນເຂົ້າແຖວຊື້ອາຫານຢູ່ຕະຫຼາດ ທ່າມກາງການລະບາດຂອງໂຄວິດ-19 ຢູ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ວັນທີ 12 ມັງກອນ 2021.
ຄົນພາກັນເຂົ້າແຖວຊື້ອາຫານຢູ່ຕະຫຼາດ ທ່າມກາງການລະບາດຂອງໂຄວິດ-19 ຢູ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ວັນທີ 12 ມັງກອນ 2021.

ກະສັດປະເທດມາເລເຊຍ ປະກາດພາວະສຸກເສີນແຫ່ງຊາດ ອັນເປັນສ່ວນນຶ່ງໃນຄວາມ
ພະຍາຍາມເພື່ອຫຼຸດຜ່ອນຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາ.

ພະລາດຊະວັງໄດ້ປະກາດໃນວັນອັງຄານມື້ນີ້ວ່າ ຊູລຕັນ ອັບດູນລາ ຊູລຕັນ ອາມາດ
ຊາ (Sultan Abdullah Sultan Ahmad Shah) ໄດ້ອອກພະຣາຊະດຳລັດ ຫຼັງຈາກ
ໄດ້ຊົງພົບປະ ກັບນາຍົກລັດະມົນຕີ ມູຢິດດິນ ຢາຊີນ (Muhyiddin Yasin. ກະສັດອັບ
ດູນລາ ໄດ້ຊົງປະຕິເສດຕໍ່ຄຳຮ້ອງຂໍ ຈາກ ນາຍົກລັດຖະມົນຕີມູຢິດດິນ ໃນເດືອນຕຸລາທີ່
ຜ່ານມາເພື່ອອອກພະຣາຊະດຳລັດທີ່ຄ້າຍຄືກັນນີ້ ເນື່ອງຈາກການແຜ່ລະບາດຂອງ
ໂຄວິດ-19.

ພະຣາຊະດຳລັດສຸກເສີນໄດ້ໂຈະການປະຕິບັດໜ້າທີ່ຂອງສະພາໄປຈົນຮອດວັນທີ 1
ເດືອນສິງຫາ ແລະອະນຸຍາດໃຫ້ລັດຖະບານນາຍົກລັດຖະມົນຕີ ມີອຳນາດຢ່າງກວ້າງ
ຂວາງໃນການກົດໝາຍ.

ຢູ່ໃນການກ່າວຄຳປາໄສທາງໂທລະພາບນັ້ນ ທ່ານມູຢິດດິນ ໄດ້ພະຍາຍາມຄໍ້າປະກັນ
ປະເທດຊາດວ່າ ພາວະສຸກເສີນຂອງປະເທດ “ບໍ່ແມ່ນການເຮັດລັດຖະ ປະຫານຂອງ
ພວກທະຫານ” ແລະບໍ່ມີການບັງຄັບໃຊ້ ການຫ້າມອອກນອກບ້ານໃນໄລຍະດັ່ງກ່າວ.
ທ່ານໄດ້ປະກາດຫ້າມລັອກປິດສອງອາທິດຢູ່ນະຄອນກົວລາ ລຳເປີ (Kuala Lumpur)
ນະຄອນຫຼວງຂອງມາເລເຊຍແລະອີກຫ້າລັດທີ່ຢູ່ອ້ອມ ແອ້ມນັ້ນ ໃນວັນຈັນວານນີ້ ໃນ
ຂະນະທີ່ຈຳນວນກໍລະນີຕິດໂຄວິດ-19 ທັງໝົດເພີ້ມຂຶ້ນກາຍ 138,000 ຄົນ ຮວມທັງ
555 ຄົນເສຍຊີວິດພ້ອມດ້ວຍໂຕເລກ ໃໝ່ຂອງຜູ້ຕິດເຊື້ອໃນແຕ່ລະມື້ ເພີ້ມຂຶ້ນກວ່າ
2,000 ຄົນຫວ່າງບໍ່ເທົ່າໃດອາທິດ ທີ່ຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG