ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກລົງທຶນ ຈາກປະເທດ ມາເລເຊຍ ເລີ່ມທຳການກໍ່ສ້າງ ໃນເຂດເສດຖະກິດ ສະເພາະ ທ່າແຂກ


ແບບຢ່າງເຂດເສດຖະກິດສະເພາະ ທ່າແຂກ.
ແບບຢ່າງເຂດເສດຖະກິດສະເພາະ ທ່າແຂກ.

ນັກລົງທຶນຈາກປະເທດ ມາເລເຊຍ ເລີ່ມລົງມືສ້າງໂຄງການພັດທະນາເຂດເສດຖະກິດ
ສະເພາະທ່າແຂກໃນແຂວງ ຄຳມ່ວນ ໂດຍການກໍ່ສ້າງຈະແລ້ວສຳເລັດໃນ 5 ປີດ້ວຍ
ເງິນລົງທຶນລວມ 5,000 ລ້ານໂດລາ.

ພິທີວາງສີລາລືກເພື່ອເລີ່ມການກໍ່ສ້າງສູນການຄ້າ ແລະ ບໍລິການຢ່າງຄົບວົງຈອນຢູ່
ໃນເຂດເສດຖະກິດສະເພາະທ່າແຂກໃນແຂວງ ຄຳມ່ວນ ໄດ້ມີຂຶ້ນຢ່າງເປັນທາງການ
ໃນຕົ້ນເດືອນຕຸລາ 2017 ນີ້ ຊຶ່ງເປັນການລົງທຶນຂອງກຸ່ມບໍລິສັດ Akane Farm Sole
ຈຳກັດຈາກ ມາເລເຊຍ ໂດຍມີມູນຄ່າການລົງທຶນລວມເຖິງ 5,000 ລ້ານໂດລາ ແລະ
ມີກຳນົດການກໍ່ສ້າງແລ້ວສຳເລັດສົມບູນພາຍໃນ 5 ປີຕໍ່ໜ້າ.

ໂຄງການດັ່ງກ່າວນີ້ຕັ້ງຢູ່ເທິງເນື້ອທີ່ 7 ເຮັກຕາໃນເຂດເສດຖະກິດສະເພາະທ່າແຂກ
ທີ່ຕັ້ງຢູ່ໃກ້ກັບຂົວຂ້າມແມ່ນໍ້າຂອງ ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກໃນແຂວງຄຳມ່ວນ
ກັບອຳເພີເມືອງ ຈັງຫວັດ ນະຄອນພະນົມໃນພາກອີສານຂອງ ໄທ ໂດຍພາຍໃນໂຄງ
ການກໍຈະປະກອບດ້ວຍການກໍ່ສ້າງອາຄານສະຖາບັນການເງິນທີ່ສູງ 65 ຊັ້ນ, ໂຮງ
ແຮມລະດັບ 4 ດາວສູງ 35 ຊັ້ນ, ໂຮງແຮມລະດັບ 5 ດາວ ສູງ 40 ຊັ້ນ, ອາຄານທີ່ພັກ
ອາໄສ ຫຼື ອາພາດເມັນ ສູງ 45 ຊັ້ນສອງອາຄານ, ຫ້າງຊັບພະສິນຄ້າສູງ 5 ຊັ້ນ, ໂຮງໝໍ
ທີ່ໃຫ້ບໍລິການ ກວດ ແລະ ປິ່ນປົວພະຍາດຢ່າງຄົບຖ້ວນ ສວນສາທາລະນະ ແລະ ສິ່ງ
ອຳນວຍຄວາມສະດວກຕ່າງໆຢ່າງຄົບຊຸດ ໂດຍມີອາຍຸສຳປະທານເຖິງ 73 ປີ.

ກ່ອນໜ້ານີ້ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານ ລາວ ຄັ້ງທີ 1 ປະຈຳປີ
2017 ທີ່ໄດ້ຈັດຂຶ້ນໃນເດືອນກັນຍາທີ່ຜ່ານມາ ກໍໄດ້ມີມະຕິຕົກລົງອະນຸຍາດໃຫ້ບໍລິສັດ
ເອກະຊົນ ຈີນ ທຳການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາເຂດເສດຖະ
ກິດພິເສດຄອນພະເພັງ-ດອນໂຂງຢູ່ເມືອງໂຂງ ແຂວງຈຳປາສັກ ຊຶ່ງກໍຖືເປັນອີກເຂດ
ນຶ່ງທີ່ຈະຕ້ອງນຳໃຊ້ເງິນລົງທຶນຢ່າງຫຼວງຫຼາຍ ໃນຂະນະທີ່ທາງການ ລາວ ກໍມີຄວາມ
ເຊື່ອໝັ້ນວ່າບັນດາບໍລິສັດຕ່າງຊາດ ຍັງຈະຫຼັ່ງໄຫຼເຂົ້າມາລົງທຶນໃນເຂດເສດຖະກິດພິ
ເສດເພີ່ມຂຶ້ນນັບມື້ ເພາະລັດຖະບານ ລາວ ໄດ້ພັດທະນາບັນດານິຕິກຳຕ່າງໆ ເພື່ອອຳ
ນວຍຄວາມສະດວກໃຫ້ໃນທຸກດ້ານ ດັ່ງທີ່ທ່ານນາງ ບົວທາ ຂັດຕິຍະ ຮອງປະທານຄະ
ນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ
ສະເພາະໄດ້ໃຫ້ການຢືນຢັນວ່າ.

"ພວກເຮົາໄດ້ສ້າງນິຕິກຳທີ່ເອີ້ນວ່າ ບຸກທະລຸ 4 ດ້ານ ເພື່ອດຶງດູດການລົງທຶນທັງເອກະ
ຊົນພາຍໃນ ແລະ ຕ່າງປະເທດ ເຂົ້າສູ່ການພັດທະນາພື້ນຖານໂຄງລ່າງ ບຸກທະລຸທາງ
ດ້ານຈິນຕະນາການ, ຕັດທອນຂອດຂັ້ນເລື່ອງການບໍລິຫານຄຸ້ມຄອງ, ຈັດຕັ້ງປະຕູດຽວ
ຢູ່ໃນເຂດເສດຖະກິດພິເສດເອີ້ນວ່າ ກົນໄກຫົວໜ່ວຍບໍລິຫານນ້ອຍ ສັງຄົມກວ້າງ,
ໂຮມເອົາອຳນາດທຸກຢ່າງມາໄວ້ຢູາໃນບ່ອນສະພາບໍລິຫານຫັ່ນ ມີກາຈໍ້າດຽວ, ຈັດຕັ້ງ
ປະຕິບັດອຳນວຍຄວາມສະດວກດຶງດູດການລົງທຶນໄດ້ຢ່າງພໍໃຈ ແລະ ເກັບລາຍຮັບຢູ່
ບ່ອນດຽວຫັ່ນ ແລະ ຕໍ່ໄປພວກເຮົາຈະໄດ້ສົ່ງເສີມນັກລົງທຶນພາຍໃນທີ່ມີດິນແລ້ວບວກ
ກັບນະໂຍບາຍນີ້ເພື່ອສ້າງພື້ນຖານໂຄງລ່າງຮອງຮັບການລົງທຶນໃຫ້ຫຼາຍຂຶ້ນ."

ທັງນີ້ກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງອຸດສາຫະກຳຈຳກັດຈາກ ຈີນ ກໍໄດ້ຢືນຢັນວ່າ
ການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາເສດຖະກິດພິເສດຄອນພະ
ເພັງ-ດອນໂຂງທີ່ລວມເຖິງການກຳນົດຂອບເຂດ ແລະ ອອກແບບພັດທະນາເຂດຕ່າງໆ
ດ້ວຍນັ້ນຈະແລ້ວສຳເລັດສົມບູນພາຍໃນປີ 2018 ແລະ ຕໍ່ຈາກນັ້ນກໍຈະເປັນການຂໍອະ
ນຸມັດສຳປະທານເພື່ອລົງທຶນພັດທະນາໂຄງການນີ້ຈາກລັດຖະບານ ລາວ ຢ່າງເປັນທາງ
ການພາຍໃນຕົ້ນປີ 2019.

ໂດຍເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ມີພື້ນທີ່ສຳປະທານກວ້າງກວ່າ
7,000 ເຮັກຕາທີ່ຈະພັດທະນາເປັນເມືອງທີ່ທັນສະໄໝ ມີສິ່ງອຳນວຍຄວາມສະດວກ
ຕ່າງໆຢ່າງຄົບຊຸດເຊັ່ນ: ໂຮງແຮມ, ສູນການຄ້າ, ສະຖານບັນເທີງ, ແຫຼ່ງທ່ອງທ່ຽວທາງ
ວັດທະນະທຳ ແລະ ທຳມະຊາດ ທີ່ຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ ແລະ ນັກ
ທ່ອງທ່ຽວອີກ 1 ລ້ານ 2 ແສນກວ່າຄົນຕໍ່ປີ ຈຶ່ງຖືເປັນເຂດເສດຖະກິດທີ່ໃຫຍ່ທີ່ສຸດໃນ 12
ເຂດທີ່ລັດຖະບານ ລາວ ໄດ້ສ້າງຕັ້ງຂຶນ ທີ່ມີມູນຄ່າການລົງທຶນລວມ 8,000 ລ້ານກວ່າ
ໂດລາໃນປັດຈຸບັນ ແລະ ໃນນີ້ກໍມີເຖິງ 351 ບໍລິສັດທີ່ໄດ້ນຳເງິນທຶນໃນມູນຄ່າເກີນກວ່າ
1,600 ລ້ານໂດລາເຂົ້າມາໃນ ລາວ ແລ້ວ.

XS
SM
MD
LG