ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ຈະຈັດ ການເລືອກຕັ້ງ ໃນວັນທີ 5 ພຶດສະພາ (ວີດີໂອ)


ຄະນະ​ກໍາມະການ​ເລືອກ​ຕັ້ງ ກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງສຳລັບ​ການ​ປ່ອນ​ບັດດັ່ງກ່າວ ຈະເລີ້ມ​ຂື້ນ​ໃນ​ວັນ​ທີ 20 ​ເມສານີ້.
ຄະນະ​ກໍາມະການ​ເລືອກ​ຕັ້ງ ກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງສຳລັບ​ການ​ປ່ອນ​ບັດດັ່ງກ່າວ ຈະເລີ້ມ​ຂື້ນ​ໃນ​ວັນ​ທີ 20 ​ເມສານີ້.
ມາເລ​ເຊຍໄດ້​ປະກາດ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​ໄປທີ່​ມີ​ການຄາດ​
ຄະ​ເນ​ກັນ​ໄວ້​ນັ້ນ ຈະ​ມີ​ຂື້ນ ​ໃນວັນ​ທີ 5 ​ເດືອນ​ພຶດສະພານີ້ ​ໃນ​
ອັນ​ທີ່​ຄາດ​ກັນ​ວ່າ ຈະ​ເປັນ​ກະ​ແຈທົດ​ສອບທີ່​ສຳຄັນ​ກ່ຽວ​ກັບ​ພັກ​
ລັດຖະບານ​ປະສົມ​ທີ່​ໄດ້ປົກ ຄອງ​ປະ​ເທດ ​ມາ​ເປັນ​ເວລາ​ດົນ​
ນານ​ແລ້ວນັ້ນ.

​ເຈົ້າໜ້າ​ທີ່​ໃນຄະນະ​ກໍາມະການ​ເລືອກ​ຕັ້ງ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​
ວ່າ ການ​ໂຄສະນາ​ຫາ​ສຽງສຳລັບ​ການ​ປ່ອນ​ບັດດັ່ງກ່າວ ຈະ
​ເລີ້ມ​ຂື້ນ​ໃນ​ວັນ​ທີ 20 ​ເມສານີ້. ພັກ​ການ​ເມືອງ​ຕ່າງໆ​ໄດ້​ເລີ້ມ
​ຮຽກຮ້ອງ​ຕໍ່​ບັນດາ​ຜູ້​ປ່ອນ​ບັດນັບ ​ຕັ້ງ​ແຕ່​ນາຍົກລັດຖະມົນຕີ
Najib Razak ​ໄດ້​ປະກາດ​ຍຸບ​ສະພາ ​ໃນ​ອາທິດ​ແລ້ວ​ນີ້.

ພັກ​ແນວ​ໂຮມ​ແຫ່ງ​ຊາດຂອງລັດຖະບານ​ປະສົມ​ທ່ານ Razak ທີ່​ໄດ້​ກໍາ​ອໍານາດ​ມາ​ເປັນເວລາ
56 ປີ​ແລ້ວນັ້ນ ກໍາລັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທີ່​ແຂງ​ຂັນ ຈາກ​ສາມ​ພັກປະສົມ ນໍາພາໂດຍ
ອະດີດຮອງ​ນາຍົກລັດ ຖະມົນຕີ Anwar Ibrahim.

ກຸ່ມພັນ​ທະ​ມິດ​ຝ່າຍ​ຄ້ານ ​ໄດ້​ຊະນະບ່ອນ​ນັ່ງ​ແບບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ລະຫວ່າ​ງການ​ເລືອກຕັ້ງ​ປີ 2008 ທີ່​ສະ​ແດງ​ໃຫ້ເຫັນ​ວ່າ ພັກ​ແນວ​ໂຮມ​ແຫ່ງ​ຊາດ ​ໄດ້ສູນ​ເສຍ​ການ​ກຳ​ສຽງ​ສ່ວນ​ຫຼາຍ ດ້ວຍ​ຄະ​ແນນສອງ​ສ່ວນ​ສາມເປັນ​ຄັ້ງ​ທໍາ​ອິດ.

ພັກ​ລັດຖະບານປະສົມ​ແນວ​ໂຮມ​ແຫ່ງ​ຊາດ ​ໄດ້​ພະຍາ​ຍາມທີ່​ຈະກອບ​ກູ້ເອົາ​ຄະ​ແນນ​ນິຍົມ​ຂອງ​ປະຊາຊົນ​ຄືນ​ມາ​ໂດຍ​ນຳສະ​ເໜີ​ການ​ປະຕິ​ຮູ​ບຈຳ ນວນ​ນຶ່ງ ​ເພື່ອ​ປັບ​ປຸງ​ເສດຖະກິດ​ແລະ​ໃຫ້ສິດ​ເສລີພາບແກ່ພົນລ​ະ​ເມືອງ ຫຼາຍຂຶ້ນ.

Malaysia
please wait
Embed

No media source currently available

0:00 0:00:42 0:00
XS
SM
MD
LG