ໄດ້ມີການຕັ້ງຂໍ້ຫາອີກຄັ້ງນຶ່ງ ໃສ່ອະດີດນາຍົກລັດຖະມົນຕີ ມາເລເຊຍ ທ່ານ ນາຈິບ
ຣາສັກ ວ່າເຊື່ອມໂຍງກັບຂ່າວນອງນັນ ໃນການສໍ້ໂກງເງິນຢູ່ກອງທຶນການລົງທຶນ
1MDB ຂອງລັດຖະບານ.
ບັນດາໄອຍະການໄດ້ຕັ້ງຂໍ້ກ່າວຫາຕໍ່ທ່ານ ນາຈິບ ໃນວັນພຸດມື້ນີ້ ກ່ຽວກັບການໃຫ້ເງິນ
ສິນບົນພະນັກງານກວດສອບລັດຖະບານ ຂອງກອງທຶນທີ່ເຕັມໄປດ້ວຍໜີ້ສິນໃນປີ
2016, ເພື່ອຈະປົກປ້ອງຕົນເອງ ຈາກການໃສ່ລະບຽບ ຫຼື ການດຳເນີນການທາງກົດ
ໝາຍໃດໆ. ບັນດາໄອຍະການ ຍັງໄດ້ຕັ້ງຂໍ້ກ່າວຫາຕໍ່ທ່ານ ອາຣູລ ຄັນດາ ຄັນດາຊາມີ,
ອະດີດຫົວໜ້າກອງທຶນ 1MDB, ໃນຄະດີດຽວກັນ, ໂດຍກ່າວຫາທ່ານວ່າ ໃຫ້ການ
ຊ່ວຍເຫຼືອທ່ານ ນາຈິບ ໃນການດັດແປງການກວດສອບ.
ບັນດາເຈົ້າໜ້າທີ່ເວົ້າວ່າ ເອກະສານທີ່ຖືກດັດແກ້ ຍັງໄດ້ລົບລ້າງ ການກ່າວເຖິງຊື່ຂອງ
ນັກການເງິນ ມາເລເຊຍ ທ່ານ ໂລ ແທກ ໂຈ, ເຊິ່ງແມ່ນຜູ້ຊ່ວຍທີ່ໃກ້ຊິດຂອງທ່ານ
ນາຈິບ ຜູ້ທີ່ໄດ້ພົວພັນໃນຂ່າວນອງນັນສໍ້ໂກງເງິນເຊັ່ນກັນ. ບັນດາເຈົ້າໜ້າທີ່ ມາເລເຊຍ
ໄດ້ອອກໃບສັ່ງຈັບທ່ານ ໂລ ແທກ ໂຈ ດ້ວຍ.
ນາຍົກລັດຖະມົນຕີ ນາຈິບ ໄດ້ປະຕິເສດວ່າ ບໍ່ມີຄວາມຜິດ ໃນຂໍ້ກ່າວຫາທັງຫຼາຍ, ເຊິ່ງ
ຈະຕ້ອງໂທດ ຖືກຕັດສິນຂັງຄຸກ 20 ປີ.
ທ່ານ ນາຈິບ ອາຍຸ 65 ປີ ຕອນນີ້ກຳລັງປະເຊີນກັບຂໍ້ກ່າວຫາຢ່າງໜ້ອຍ 38 ກະທົງ,
ລວມມີການລະເມີດຄວາມໄວ້ວາງໃຈ, ການສໍ້ລາດບັງຫຼວງ ແລະ ການຟອກເງິນ, ເຊິ່ງ
ຫຼາຍກະທົງແມ່ນເຊື່ອມໂຍງກັບຂ່າວນອງນັນ 1MDB.
ກະຊວງຍຸຕິທຳ ສະຫະລັດ ເວົ້າວ່າ ເງິນທັງໝົດ 4 ພັນ 5 ຮ້ອຍລ້ານແມ່ນໄດ້ຖືກລັກໄປ
ຈາກກອງທຶນ ການລົງທຶນ, ບາງຈຳນວນຖືກກ່າວຫາວ່າ ໄດ້ໂອນເຂົ້າບັນຊີທະນາຄານ
ສ່ວນຕົວຂອງທ່ານ ນາຈິບ.