ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ມາເລເຊຍ ເດີນຂະບວນ ປະທ້ວງ ຂໍ້ສະເໜີ ແຜນທີ່ເລືອກຕັ້ງໃໝ່


ພໍ່ຄ້າຂາຍຜ້າພັນຫົວ ໃນລະຫວ່າງການປະທ້ວງ ຕໍ່ຕ້ານແຜນການ ຂອງລັດຖະບານ ເພື່ອຖອນຂອບເຂດຈຳກັດ ການເລືອກຕັ້ງ ໃນນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. 28 ມີນາ, 2018.
ພໍ່ຄ້າຂາຍຜ້າພັນຫົວ ໃນລະຫວ່າງການປະທ້ວງ ຕໍ່ຕ້ານແຜນການ ຂອງລັດຖະບານ ເພື່ອຖອນຂອບເຂດຈຳກັດ ການເລືອກຕັ້ງ ໃນນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. 28 ມີນາ, 2018.

ພວກປະທ້ວງຫຼາຍຮ້ອຍຄົນ ໄດ້ເຕົ້າໂຮມກັນໃນນະຄອນຫຼວງ ກົວລາ ລຳເປີ ໃນວັນ
ພຸດມື້ນີ້ ເພື່ອປະທ້ວງແຜນການເລືອກຕັ້ງທີ່ມີບັນຫາ ເຊິ່ງເຂົາເຈົ້າເວົ້າວ່າ ໃຫ້ຜົນປະ
ໂຫຍດແກ່ພັກລັດຖະບານ ຂອງນາຍົກລັດ ຖະມົນຕີ ມາເລເຊຍ ທ່ານ ນາຈິບ ຣາສັກ
“Najib Razak” ທີ່ກຳລັງ ມີບັນຫາ ກ່ອນການເລືອກຕັ້ງທົ່ວໄປຄັ້ງຈະມາເຖິງນີ້.

ພວກປະທ້ວງ, ທີ່ນຸ່ງເສື້ອສີເຫຼືອງ ເຊິ່ງໝາຍເຖິງກຳລັງຄັດຄ້ານຂອງ ມາເລເຊຍ, ໄດ້
ເດີນຂະບວນໄປປະຕູທາງເຂົ້າຂອງສະພາແຫ່ງຊາດ ກ່ອນເຂົາເຈົ້າຈະຖືກຢຸດໂດຍ
ຕຳຫຼວດປາບປາມຈະລາຈົນ.

ບັນດາຜູ້ນຳຝ່າຍຄ້ານກ່າວວ່າ ແຜນການດັ່ງກ່າວ ຈະປ່ຽນຂອບເຂດການເລືອກຕັ້ງ ທີ່
ຈະຜັກດັນໃຫ້ບັນດາຜູ້ລົງຄະແນນສຽງທີ່ໂນ້ມອຽງໄປທາງຝ່າຍຄ້ານເປັນຜູ້ເລືອກຕັ້ງທີ່
ໃຫຍ່ກວ່າເກົ່າ, ເຮັດໃຫ້ເມືອງທີ່ໃຫຍ່ກວ່າເຕັມໄປດ້ວຍຊົນກຸ່ມນ້ອຍຢ່າງຊັດເຈນຂຶ້ນ
ກວ່າເກົ່າ.

ນາຍົກລັດຖະມົນຕີ ນາຈິບ ຈະສະເໜີແຜນການດັ່ງກ່າວ ຕໍ່ບັນດາສະມາຊິກສະພາ
ໃນວັນພຸດມື້ນີ້, ເຊິ່ງຄາດວ່າຈະຖືກຮັບຜ່ານຢ່າງງ່າຍດາຍໃນສະພາທີ່ມີ 222 ບ່ອນ
ນັ່ງນັ້ນ.

ທ່ານ ນາຈິບ ໄດ້ຕົກເປັນຂ່າວນອງນັນທາງການເງິນຫຼາຍພັນລ້ານໂດລາ ທີ່ປະກອບ
ມີກອງທຶນລັດຖະບານ 1 Malaysia Development Berhad. ເຖິງແມ່ນຈະມີການ
ຄັດຄ້ານຢ່າງແຮງຈາກທ່ານ ມະຫາເທຍ ໂມຮາມັດ “Mahathir Mohamad”, ອະ
ດີດນາຍົກລັດຖະມົນຕີ ມາເລເຊຍ ອາຍຸ 92 ແລະ ຄັ້ງນຶ່ງເຄີຍເປັນທີ່ປຶກສາຂອງທ່ານ
ນາຈິບ ກໍ່ຕາມນັ້ນ, ທ່ານ ນາຈິບ ແມ່ນຄາດວ່າ ຈະນຳພາພັກລັດຖະບານປະສົມ ພັນ
ທະມິດແນວໂຮມບາຣິຊານແຫ່ງຊາດ ໄປສູ່ໄຊຊະນະອີກຄັ້ງນຶ່ງ ໃນທ້າຍປີນີ້. ພັກພັນ
ທະມິດ ແນວໂຮມບາຣິຊານແຫ່ງຊາດ ໄດ້ປົກຄອງ ມາເລເຊຍ ນັບຕັ້ງໄດ້ຮັບເອກະ
ລາດຈາກປະເທດ ອັງກິດ ໃນປີ 1957 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG